ລະບູບານໃໝ່ພວມວຽນມາສູ່ເກາະເຈີນ
27/02/2016 06:14
ເກາະເຈີນ ນອນຢູ່ທາງກ້້ຳຕາເວັນອອກສ່ຽງເໜືອຂອງໝູ່ເກາະ ໂກໂຕ ທີ່ຂຶ້ນກັບຕາແສງເກາະເຈີນ, ເມືອງໂກໂຕ ແຂວງກວາງນິງ. ດ້ວຍເນື້ອທີ່ 5,5 ກີໂລຕາແມັດ
ເກາະເຈີນ ນອນຢູ່ທາງກ້້ຳຕາເວັນອອກສ່ຽງເໜືອຂອງໝູ່ເກາະ ໂກໂຕ ທີ່ຂຶ້ນກັບຕາແສງເກາະເຈີນ, ເມືອງໂກໂຕ ແຂວງກວາງນິງ. ດ້ວຍເນື້ອທີ່ 5,5 ກີໂລຕາແມັດ, ເຖິງວ່າການດຳລົງຊີວິດຍັງປະສັບກັບຄວາມຫຍຸ້ງຍາກ, ຂາດເຂີນກໍຕາມ, ແຕ່ພະນັກງານ, ນັກຮົບ ແລະ ປະຊາຊົນໃນ ເກາະເຈີນຍາມໃດກໍມານະພະຍາຍາມ, ສູ້ຊົນ, ກໍ່ສ້າງເກາະໃຫ້ນັບມື້ນັບພັດທະນາ. ເຮືອນ 17 ຫຼັງດ້ວຍມູນຄ່າການກໍ່ສ້າງປະມານ 15 ຕື້ດົງ ແມ່ນຂອງຂວັນຂອງໝູ່ພະນັກງານ, ກຳມະກອນບໍລິສັດໃຫຍ່ ດົງບັກທີ່ສະຫງວນໃຫ້ແກ່ຊາວປະມົງໃນເກາະ ຈາກທ່າກຳປັນ່ ກາຍຮົ່ງ - ເວີນດົນ, ຂີ່ເຮືອປະມານ 2 ຊົ່ວໂມງ ກໍຈະຮອດ ເກາະເຈີນ. ເຮືອນ 17 ຫຼັງດ້ວຍມູນຄ່າການກໍ່ສ້າງປະມານ 15 ຕື້ດົງ ແມ່ນຂອງຂວັນຂອງໝູ່ພະນັກງານ, ກຳມະກອນບໍລິສັດໃຫຍ່ ດົງບັກ ທີ່ສະຫງວນໃຫ້ແກ່ຊາວປະມົງໃນເກາະ. ພາຍຫຼັງກັບຈາກການຫາປາເປັນເວລາຄືນໜຶ່ງຍາມຕົ້ນລະດູບານໃໝ່, ນາງ ເຈີນທິລານ, ໜຶ່ງໃນບັນດາຄອບຄົວໃນເກາະ ໃຫ້ຮູ້ວ່າ ບັນດາຄອບຄົວເກືອບທັງໝົດ ກໍລ້ວນແຕ່ແມ່ນຄອບຄົວໜຸ່ມ, ຈາກຫຼາຍທ້ອງຖິ່ນໃນແຂວງມາດຳລົງຊີວິດຢູ່ເກາະ ຊຶ່ງບໍ່ພຽງແຕ່ເພື່ອຄວາມຄາດຫວັງສ້າງຄວາມຮັ່ງມີຢູ່ແຫ່ງໃໝ່ເທົ່ານັ້ນ, ຫາກຍັງມີຄວາມຮັບຜິດຊອບຕໍ່ອະທິປະໄຕເຂດໝູ່ເກາະທະເລຂອງປະເທດຊາດອີກດ້ວຍ. ນາງ ເຈີນທິລານ ໃຫ້ຮູ້ວ່າ : “ ມາດຳລົງຊີວິດຢູ່ ເກາະເຈີນ, ມີເຮືອນຢູ່ສະບາຍ, ອ້າຍເອື້ອຍນ້ອງຢູ່ນີ້ໝັ້ນໝາຍວ່າ ຕ້ອງພະຍາຍາມສ້າງການດຳລົງຊີວິດ ແລະ ໝູ່ເກາະໃຫ້ຮັ່ງມີ, ສວຍງາມ. ປະຊາຊົນຢູ່ເກາະ ສ່ວນຫຼາຍປະກອບອາຊີບການປະມົງ, ພວກຂ້າພະເຈົ້າພວມກຽມຊື້ເຮືອເພື່ອເດີນທະເລຫາປາ, ທັງນີ້ຈຶ່ງສ້າງອະນາຄົດທີ່ສົດໃສໃຫ້ແກ່ລຸ່ນລູກລຸ່ນຫຼານໄດ້ ” ພ້ອມກັບການເບິ່ງແຍງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນໃນເກາະນັ້ນ, ແຂວງກວາງນິງ ກໍໄດ້ຜັນຂະຫຍາຍການກໍ່ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ, ກຳນົດທິດບັນດາຂະແໜງອາຊີບຜະລິດ, ປະກາດໃຊ້ນະໂຍບາຍພິເສດສະເພາະເພື່ອຊ່ວຍຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ຕາມນັ້ນແລ້ວ, ຊາວປະມົງໃນເກາະ ຈະໄດ້ກູ້ຢືມທຶນເພື່ອສ້ອມແປງເຮືອ, ຊື້ອຸປະກອບຮັບໃຊ້ການປະມົງ. ເດັກນ້ອຍຮຽນຊັ້ນອະນຸບານ, ຮຽນສາມັນໃນເກາະ ກໍລ້ວນແຕ່ບໍ່ຕ້ອງເສຍຄ່າຮຽນ, ປະຊາຊົນທຸກຄົນໃນເກາະກໍໄດ້ຮັບບັດປະກັນສຸຂະພາບເພື່ອກວດ ແລະ ປິ່ນປົວພະຍາດ. ເອື້ອຍຄູ ຮ່ວາງທິຮ່ວຽນ ໃຫ້ຮູ້ວ່າ : “ ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ເພາະໄດ້ເຮັດວຽກໃນ ເກາະເຈີນ. ຂ້າພະເຈົ້າຢາກປະກອບສ່ວນອັນນ້ອຍໆຂອງຕົນເພື່ອກໍ່ສ້າງຕາແສງເກາະໃຫ້ນັບມື້ນັບຮັ່ງມີສວຍງາມ ສີວິໄລກວ່າ. ກ່ຽວກັບການສອນນັກຮຽນ, ໃນເບື້ອງຕົ້ນກໍປະສົບກັບຄວາມຫຍຸ້ງຍາກຢູ່, ແຕ່ກໍສາມາດຕອບສະໜອງການຮຽນ, ການສອນຂອງຄູ ແລະ ນັກຮຽນ ” ທ່ານ ຫງວຽນດຶກແທ່ງ ປະທານຄະນະກຳມະການປະຊາຊົນເມືອງໂກໂຕ ໃຫ້ຮູ້ວ່າ ມີຊາວປະມົງ ມາດຳລົງຊີວິດຢູ່ ເກາະເຈີນ ນັບມື້ນັບຫຼາຍຂຶ້ນ, ອັນໄດ້ເຮັດໃຫ້ດິນແດນແຫ່ງນີ້ມີການປ່ຽນແປງໄປ. ເພື່ອຊຸກຍູ້ການພັດທະນາແບບຍືນຍົງຢູ່ເກາະ, ແຂວງກວາງນິງ ຈະໃຫ້ກໍ່ສ້າງທ່າເຮືອຫາປາ ສາມາດຮັບເອົາເຮືອຫາປາແຕ່ 200-300 ລຳເຂົ້າທຽບທ່າ, ມີສູນການບໍລິການຮັບໃຊ້ອາຊີບການປະມົງ, ພ້ອມກັນນັ້ນ ແມ່ນດຳເນີນການເຊື່ອມຕໍ່ສາຍທ່ອງທ່ຽວລະຫວ່າງ ໂກໂຕກັບເກາະເຈີນ… ທ່ານ ຫງວຽນດຶກແທ່ງ ປະທານຄະນະກຳມະການປະຊາຊົນເມືອງໂກໂຕ ໃຫ້ຮູ້ວ່າ : “ ໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າຈະລະດົມບັນດາແຫຼ່ງກຳລັງຂອງສັງຄົມເພື່ອສ້າງໂຄງລ່າງເຕັກນິກຢູ່ ເກາະເຈີນ. ສູ້ຊົນໃຫ້ເກາະເຈີນກາຍເປັນເຂດພັດທະນາ, ດຶງດູດເຮືອຫາປາຫຼາຍລຳຂອງແຂວງກວາງນິງ ກໍຄືແຂວງອື່ນໆເຂົ້າທຽບທ່າຢູ່ ເກາະເຈີນ, ທັງນີ້ ກໍເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ ແລະ ປົກປັກຮັກສາເຂດໝູ່ເກາະທະເລຂອງປະເທດຊາດ ” ລະບູບານໃໝ່ພວມວຽນມາສູ່ ເກາະເຈີນ ອີກວາລະໜຶ່ງ. ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນໃນເກາະພວມມານະພະຍາຍາມ ກໍ່ສ້າງເກາະເຈີນໃຫ້ນັບມື້ນັບພັດທະນາ ແລະ ໝັ້ນຄົງເຂັ້ມແຂງ
TAG
vovworld/ເຮືອຫາປາ
Related








