VOV WorldVOV World
ອາ​ຊີບ​ຍ້ອມ​ສີ​ຄາມໃສ່​ແພ​ປໍປ່ານຢູ່​ເຂດ​ພູ​ສູງ ລາຍ​ເຈົາ
14/08/2025 17:00
(VOVWORLD) - ອາຊີບຍ້ອມສີຄາມໃສ່ແພປໍປ່ານຂອງຊາວເຜົ່າມົ້ງ ແມ່ນອາຊີບພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຊົນເຜົ່າ. ໃນການເຄື່ອນໄຫວໃນສັງຄົມ, ອາຊີບຍ້ອນສີຄາມຂອງຊົນເຜົ່າມົ້ງຢູ່ແຂວງ ລາຍເຈົາ ຍັງໄດ້ປະກົດຕົວເໝືອນກັບສາຍເຊື່ອມຕໍ່ລະຫວ່າງອະດີດຕະການກັບປະຈຸບັນ. ໃນທ່າມກາງພູຜາປ່າໄມ້ເຂດ ໄຕບັກ, ສີຄາມຍັງປະກົດມີ ຄືດັ່ງນ້ຳໃຈຂອງຄົນ ແລະ ເຂດດິນແດນແຫ່ງນີ້.
ອາ​ຊີບ​ຍ້ອມ​ສີ​ຄາມໃສ່​ແພ​ປໍປ່ານຢູ່​ເຂດ​ພູ​ສູງ ລາຍ​ເຈົາ
(ພາບ: VOV/ໄຕບັກ)       ນັບແຕ່ຍາມຮຸ່ງເຊົ້າ, ເມື່ອຟ້າຫາກໍ່ແຈ້ງມົວໆ ເອື້ອຍນ້ອງແມ່ຍິງເຜົ່າມົ້ງ, ຢູ່ບ້ານ ລາວຕີຝຸ່ງ, ຕາແສງ ເຕິນຟອງ, ແຂວງ ລາຍເຈົາ ໄດ້ຕື່ນມາແລ້ວ ເພື່ອກະກຽມບັນດາຂັ້ນຕອນຂອງການຍ້ອມສີຄາມ. ໃນທ່າມກາງຊີວິດທີ່ພັດທະນານັ້ນ, ອາຊີບຍ້ອມສີຄາມຢູ່ແຫ່ງນີ້ ຍັງຄົງຮັກສາໄວ້ໄດ້ເໝືອນເດີມ ຄືດັ່ງເລືອດເນື້ອໃນຊີວິດ. ເອື້ອຍ ວ່າງທິສຶ, ປຊຊ ຊາວບ້ານ ລາວຕີຝຸ່ງ ແບ່ງປັນວ່າ: ເມື່ອກ່ອນ, ແມ່ຂອງເອື້ອຍໄດ້ສອນໃຫ້ເອື້ອຍເຂັນເສັ້ນ, ຕ່ຳແພ, ແລ້ວໄປເອົາຕົ້ນຄາມມາແຊ່ນ້ຳເພື່ອຍ້ອມສີ. ຖ້າຢາກມີສີຄາມງາມແມ່ນຕ້ອງຍ້ອມຫຼາຍເທື່ອ, ແລ້ວເອົາໄປຕາກແດດໃຫ້ສະໝ່ຳສະເໝີ. ປະຈຸບັນເອື້ອຍກໍ່ສອນໃຫ້ລູກສາວ, ເພື່ອໃຫ້ລູກພ້ອມດ້ວຍບັນດາເພື່ອນໜຸ່ມສາມາດຮູ້ເຮັດເສື້ອເຮັດສິ້ນ, ຮັກສາອາຊີບພື້ນເມືອງຂອງຊົນເຜົ່າ.     ຖ້າເຮັດໄວ, ໃນປີໜຶ່ງ ກໍ່ ສາມາດເຮັດສົ້ງເສື້ອແຕ່ 3-4 ຊຸດ, ຖ້າ ບໍ່ໄວ ກໍ່ໄດ້ພຽງແຕ່ 1-2 ຊຸດເທົ່ານັ້ນ. ເພື່ອເຮັດຊຸດສົ້ງເສື້ອຂອງຊາວເຜົ່າມົ້ງ, ຕ້ອງ ໃ ຊ້ໃບ ຄ າມເພື່ອຍ້ອມສີຈຶ່ງຈະເປັນໄດ້. ຖ້າບໍ່ຄືແນວນັ້ນ, ສົ້ງເສີື້ອຈະ ຕາຍ ສີໄວ.    ບ້ານ ລາວຕີຝຸ່ງ ມີຄອບຄົວຊາວເຜົ່າມົ້ງ ກ່ວາ 100 ຄອບຄົວ, ມາຮອດປະຈຸບັນ, ມີ 85 ຄອບຄົວຍັງຮັກສາອາຊີບຍ້ອມສີຄາມໄວ້ຢູ່. ປຊຊ ໄດ້ເຮັດບັນດາຂັ້ນຕອນຍ້ອມສີຄາມດ້ວຍມືທັງໝົດ, ນັບແຕ່ການໄປເກັບຕົ້ນປໍປ່ານໃນປ່າ, ແລ້ວຄັດເປືອກອອກ, ຕຳເອົາເສັ້ນ, ເຂັນ, ຕົ້ມ, ຕ່ຳ… ພາຍຫຼັງທີ່ມີແຜ່ນແພປໍປ່ານທີ່ພໍໃຈແລ້ວ, ບັນດາແມ່ຍິງຈຶ່ງຈະເລີ່ມຍ້ອມສີຄາມ. ໃບຄາມໄດ້ແຊ່ນ້ຳໃນເວລາປະມານ 1 ອາທິດເພື່ອໃຫ້ຂຸ້ນໜຽວ ແລະ ມີນ້ຳສີຟ້າດຳ, ເມື່ອຍ້ອມສີ ຈະແຊ່ແຜ່ນແພໃນນ້ຳດັ່ງກ່າວ. ຖ້າຢາກໃຫ້ຊຸດສົ້ງເສື້ອງາມ, ຕ້ອງຍ້ອມສີເປັນຫຼາຍເທື່ອ, ແລ້ວເອົາໄປຕາກແດດ, ຫຼັງຈາກນັ້ນຈະແມ່ນຂັ້ນຕອນແຕ້ມຂີ້ເຜີ້ງ, ຖັກແສ່ວລວດລາຍ, ຕັດຫຍິບ. ທ່ານ ໂຮ່ອາສື, ຮອງນາຍບ້ານ ລາວຕີຝຸ່ງ ໃຫ້ຮູ້ວ່າ: ຂັ້ນຕອນເຮັດແຜ່ນແ ພ ຂອງຊາວເຜົ່າມົ້ງ ແມ່ນເສຍເວລາຫຼາຍ, ຜ່ານຫຼາຍຂັ້ນຕອນ. ພວກຂ້າພະເຈົ້າກໍ່ພວມໂຄສະນາໃຫ້ ປຊຊ ຮັກສາຈຸດວັດທະນະທຳຂອງຊົນເຜົ່າໄວ້, ແມ່ສອນໃຫ້ລູກ, ລູກສອນໃຫ້ຫຼານ. ຕ້ອງຮັກສາຈຸດຄ ວ າມງາມດ້ານວັດທະນະທຳໄວ້, ເມື່ອແຂກມາຢາ ມ ຈຶ່ງໄດ້ເຫັນຄວາມງາມດັ່ງກ່າວ.     ສັງຄົມນັບມື້ນັບພັດທະນາ ແລະ ຊຸດອາພອນພື້ນເມືອງຂອງຊາວເຜົ່າມົ້ງ ກໍ່ໄດ້ຮັບການປ່ຽນໃໝ່, ເປັນຂອງຕ້ອນໃຫ້ແກ່ແຂກທ່ອງທ່ຽວ. ແຕ່ເຖິງແນວນັ້ນກໍ່ຕາມ, ສຳລັບຊາວເຜົ່າມົ້ງ ຢູ່ບ້ານ ລາວຕີຝຸ່ງ ຕາແສງ ເຕິນຟອງ ແລະ ບັນດາບ້ານຂອງຊາວເຜົ່າມົ້ງ ຢູ່ເຂດພູສູງ ລາຍເຈົາ ແລ້ວ, ປຊຊ ຍັງໄດ້ເລືອກໃຊ້ແຜ່ນແພຫັດຖະກຳພື້ນເມືອງ. ຍ້ອນວ່າ ເຂົາເຈົ້າບໍ່ພຽງແຕ່ນຸ່ງໃຫ້ງາມເທົ່ານັ້ນ ແຕ່ຍັງເພື່ອຕັກເຕືອນລູກຫຼານຂອງຕົນ ກ່ຽວກັບອາຊີບທີ່ເປັນມູນເຊື້ອມາແຕ່ບູຮານນະການ, ແມ່ນສັນຍາລັກດ້ານວັດທະນະທຳທີ່ບໍ່ສາມາດປ່ຽນແທນໄດ້. ທ່ານ ເລຊວັນຢຸງ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ເຕິນຟອງ ໃຫ້ຮູ້ວ່າ: ປະເພນີຍ້ອມສີ ຄ າມຂອງ ປຊຊ ຊາວເຜົ່າມົ້ງ ເຄີຍດຳເນີນໃນເດືອນກໍລະກົດ ແລະ ສິງຫາ ຂອງແຕ່ລະປີ. ນອກຈາກການແ ຊ່ ໃບ ຄ າມເພື່ອຍ້ອມສີໃນຄອບຄົວແລ້ວ, ປະຈຸບັນ, ປຊຊ ຍັງໄດ້ແ ຊ່ ໃບ ຄ າມເພື່ອຂາຍ ມີ ລາຍຮັບໃຫ້ແກ່ຄອບຄົວອີກ. ຄະນະກຳມະການ ປຊຊ ຕາແສງ ຈະສືບຕໍ່ຊີ້ນຳຂົນຂວາຍ, ໂຄສະນາ ປຊຊ ໃຫ້ ຮັກສາສີສັນວັດທະນະທຳທີ່ເປັນມູນເຊື້ອໄວ້, ເພື່ອຕິ ດ ພັນກັບການທ່ອງທ່ຽວເຂດຊຸມຊົນ. ໃນນັ້ນ, ຖືອາຊີບຍ້ອມສີ ຄ າມພື້ນເມືອງເປັນສຳຄັນ ເພື່ອສ້າງຄວາມຮູ້ສຶກຕົວຈິງໃຫ້ແກ່ແຂກທ່ອງທ່ຽວໂດຍກົງ.     ການຮັກສາອາຊີບພື້ນເມືອງກໍ່ຄືກັນກັບການຮັກສາສີສັນຊາດ ແລະ ການຮັກສາສີຄາມໃນແຜ່ນແພປໍປ່ານ ກໍ່ຄືກັນກັບການຮັກສາສີສັນຂອງວັດທະນະທຳຊາວເຜົ່າມົ້ງ ແຂວງ ລາຍເຈົາ. ເມື່ອຊາວເຜົ່າມົ້ງ ໄດ້ນຸ່ງຊຸດອາພອນພື້ນເມືອງໄປງານຕະຫຼາດນັດ, ເຂົ້າໄປຕົວເມືອງ ຫຼືສົ່ງໄປຮອດມືຂອງແຂກທ່ອງທ່ຽວ, ນັ້ນກໍ່ແມ່ນການນຳວັດທະນະທຳຂອງຊາດບືນຕົວໄປໄກ. ອາຊີບຍ້ອມສີຄາມ ແມ່ນອາຊີບທີ່ມີມາແຕ່ດົນນານ ແຕ່ຍັງບໍ່ເຄີຍເປັນອາຊີບທີ່ເກົ່າເລີຍ, ຫາກຍັງໄດ້ປະກອບສ່ວນຢ່າງງຽບໆ ໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງເຂດພູສູງແຂວງ ລາຍເຈົາ ໃນທຸກວັນນີ້./.
TAG
VOV/VOVworld/ອາ​ຊີບ​ຍ້ອມ​ສີ​ຄາມໃສ່​ແພ​ປໍປ່ານຢູ່​ເຂດ​ພູ​ສູງ ລາຍ​ເຈົາ/ຕາ​ແສງ ເຕິນ​ຟອງ/ທ່ານ ເລ​ຊວັນ​ຢຸງ/ທ່ານ ໂຮ່​ອາ​ສື/ຮອງ​ນາຍ​ບ້ານ ລາວ​ຕີ​ຝຸ່ງ/ເອື້ອຍ ​ວ່າງ​ທິ​ສຶ