VOV WorldVOV World
ຈາກການຟື້ນຟູເຮືອນຮົງ ຄິດເຖິງເລື່ອງກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກອນຕຸມ
21/06/2012 17:00
ແຂວງ​ກອນ​ຕຸ​ມມີ 588 ໝູ່​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​. ​ໃນ​ຊຸມ​ປີຜ່ານມາ, ດ້ວຍການ​ບໍລິຈາກ​ຊັບ​ສິນເງິນ​ທອງ, ​ເຫື່ອ​ແຮງ​ຂອງ​ຊາວ​ເຜົ່າ, ​ເຮືອນ​ຮົງ 505 ​ຫຼັງ​ໄດ້​ຮັບ​ການ​ຟື້ນ​ຟູ, ກໍ່ສ້າງ​ໃໝ່ ​ແລະ ກາຍ​ເປັນ​ແຫ່ງ​ດຳ​ເນີນ​ຊີວິດ​ວັດທະນະທຳ​ຂອງ​ວົງ​ຄະນາ​ຍາດ​ຊາວເຜົ່າ​ໄຕ​ງວຽນ
ຈາກການຟື້ນຟູເຮືອນຮົງ ຄິດເຖິງເລື່ອງກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກອນຕຸມ
(vovworld) - ແຂວງ​ກອນ​ຕຸ​ມມີ 588 ໝູ່​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​, ຊີວິດ​ຂອງ​​ປະຊາຊົນ​ຢູ່​ທີ່​ນີ້ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​. ​ໃນ​ຊຸມ​ປີຜ່ານມາ, ດ້ວຍການ​ບໍລິຈາກ​ຊັບ​ສິນເງິນ​ທອງ, ​ເຫື່ອ​ແຮງ​ຂອງ​ຊາວ​ເຜົ່າ, ​ເຮືອນ​ຮົງ (​ເຮືອນຮ້ານ​ຫຼັງ​ໃຫຍ່​, ທີ່​ເປັນ​ສັນຍາ​ລັກ​ຂອງຊາວ​ໄຕ​ງວຽນ) 505 ​ຫຼັງ​ໄດ້​ຮັບ​ການ​ຟື້ນ​ຟູ, ກໍ່ສ້າງ​ໃໝ່ ​ແລະ ກາຍ​ເປັນ​ແຫ່ງ​ດຳ​ເນີນ​ຊີວິດ​ວັດທະນະທຳ​ຂອງ​ວົງ​ຄະນາ​ຍາດ​ຊາວເຜົ່າ​ໄຕ​ງວຽນ. ຈາກ​ຜົນ​ສຳ​ເລັດ​ໃນ​ການ​ຟື້ນ​ຟູ​ເຮືອນຮົງ​ ນັ້ນ, ທາງ​​ແຂວງ​ກອນ​ຕຸ​ມ​ໄດ້​ຄິດ​ເຖິງການ​ລະດົມ​ກຳລັງ​ເຫື່ອ​ແຮງ​ຂອງ​ປະຊາຊົນ​​ເຂົ້າໃນ​ການປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​.
TAG
ເຮືອນຮົງ ຊົນເຜົ່າໄຕງວຽນ ຊົນນະບົດ

More