ເລື່ອງລາວ startup ຂອງອ້າຍບ່າວຊົນເຜົ່າໄຕ ຢູ່ແຂວງ ບັ໊ກກ້ານ, ຫວຽດນາມ
27/12/2020 05:00
(VOVWORLD) -ອາຍຸ 24 ປີ, ເຈິ່ນວັນບິ່ງ - ອ້າຍບ່າວຊົນເຜົ່າ ໄຕ ຜູ້ນີ້ ໄດ້ກາຍເປັນແບບຢ່າງແຫ່ງການຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເສດຖະກິດຂອງໄວໜຸ່ມ ແລະ ປະຊາຊົນຢູ່ຕາແສງ ເຢືອງຟອງ, ເມືອງ ແບັກທົງ, ແຂວງບັ໊ກກ້ານ, ດ້ວຍຮູບການເຮັດຟາມແບບຄອບຄົວ.
ຟາມຂອງ ບິ່ງ ຍາມໃດກໍມີໄກ່, ເປັດແຕ່ 500 – 700 ໂຕ ແລະ ໜອງປາ, ດ້ວຍປານ້ຳຈືດປະເພດຕ່າງໆປະມານ 500 ໂຕ. ນອກຈາກນັ້ນ, ຍັງມີສວນປູກໝາກກ້ຽງນ້ອຍທີ່ມີລວງກວ້າງກວ່າ 2 ເຮັກຕາ ພ້ອມດ້ວຍເຂດລ້ຽງຂີ້ກະເດືອນກວ້າງປະມານ 300 ຕາແມັດອີກດ້ວຍ. ຜະລິດຕະພັນຫຼັກແຫຼ່ງຂອງຟາມຄອບຄົວ ຈິ່ນວັນບິ່ງ ແມ່ນໄຂ່ເປັດປອດສານພິດ ແລະ ເປັດພັນຊີ້ນ ເຊິ່ງພວມໄດ້ຂາຍຢູ່ທ້ອງຖິ່ນເປັນຈຳນວນຫຼາຍ.
TAG
VOV/VOVworld/. ເຈິ່ນວັນບິ່ງ/ໄຂ່ເປັດ/ເດິກດື່ນທ່ຽງຄືນ
Related





