ໝູ່ບ້ານລ້ຽງປາໃນຄຳເພື່ອບູຊາເທວະດາຜູ້ດູແລເຕົາໄຟ
20/01/2012 08:00
ວັນທີ 23 ເດືອນສິບສອງ ໄລ່ຕາມຈັນທະປະຕິທິນຂອງທຸກໆປີ, ແມ່ນວັນສົ່ງເທວະດາຜູ້ດູແລເຕົາໄຟຂຶ້ນສະຫວັນຊັ້ນຟ້າ ເພື່ອລາຍງານກ່ຽວກັບເລື່ອງທຳມາຫາກິນ, ການປະພຶດຕໍ່ຂອງຄອບຄົວໃນປີທີ່ຜ່ານມາ.

ຕາມປະເພນີຂອງຊາວ ຫວຽດນາມ ແລ້ວ, ວັນທີ 23 ເດືອນສິບສອງ ໄລ່ຕາມຈັນທະປະຕິທິນຂອງທຸກໆປີ, ແມ່ນວັນສົ່ງເທວະດາຜູ້ດູແລເຕົາໄຟຂຶ້ນສະຫວັນຊັ້ນຟ້າ ເພື່ອລາຍງານກ່ຽວກັບເລື່ອງທຳມາຫາກິນ, ການປະພຶດຕໍ່ຂອງຄອບຄົວໃນປີທີ່ຜ່ານມາ. ໃນມື້ນີ້, ບັນດາແມ່ເຮືອນເຄີຍຊື້ເຄື່ອງບູຊາເທວະດາຜູ້ດູແລເຕົາໄຟ. ໃນນັ້ນມີປາໃນຄຳ 3 ໂຕ. ຕາມແນວຄວາມຄິດຂອງບັນພະບຸລຸດແລ້ວ, ປາ 3 ໂຕນີ້ ແມ່ນພາຫະນະເພື່ອສົ່ງເທວະດາຜູ້ດູແລເຕົາໄຟຂຶ້ນສະຫວັນຊັ້ນຟ້າ. ຫວ່າງແລ້ວນີ້, ຢູ່ຫຼາຍໝູ່ບ້ານໄດ້ປະກົດມີອາຊີບລ້ຽງປາໃນຄຳເພື່ອສະໜອງໃຫ້ໃຫ້ວັນບູຊາເທວະດາຜູ້ດູແລເຕົາໄຟ, ໃນນັ້ນມີໝູ່ບ້ານ ຖູຍເຈິ່ມ ຢູ່ຕາແສງ ຕູຍໂລກ.
Related





