ຕົ້ນເສົາກ້ວຍດຳປະກອບສ່ວນລົບລ້າງຄວາມທຸກຍາກໃຫ້ແກ່ຊາວກະສິກອນຢູ່ແຂວງ ກາວບັ່ງ
30/10/2020 10:00
(VOVWORLD) - ຕົ້ນເສົາກ້ວຍດຳ ຊື່ວິທະຍາສາດແມ່ນ Mesona chinensis Benth ປະຊາຊົນໄດ້ເອົາມາເຮັດເປັນຂອງກິນເສີມ ແລະ ໄດ້ຮັບຄວາມນິຍົມຈາກຫລາຍຄົນ ແລະ ໄດ້ວາງຂາຍຢູ່ຫລາຍບ່ອນ ນັບແຕ່ຕະຫລາດຢູ່ເຂດບ້ານນາຕະຫລອດຮອດຮ້ານສັບພະສິນຄ້າ ຢູ່ຕາມຕົວເມືອງໃຫຍ່. ເສົາກ້ວຍດຳ ມີຫລາຍປະເພດ ແຕ່ແຊບທີ່ສຸດ ແລະ ມີຊື່ສຽງກວ່າໝູ່ ແມ່ນ ເສົາກ້ວຍດຳທີ່ຜະລິດຢູ່ເທດສະບານ ແທັກອານ ແຂວງ ກາວບັ່ງ. ໂດຍທຳມະຊາດດົນບັນດານໃຫ້ອາກາດເຢັນສະບາຍຕະຫລອດປີ, ເຂດດິນແດນນີ້ເໝາະສົມກັບການເຕີບໃຫຍ່ຂະຫຍາຍຕົວຂອງຕົ້ນເສົາກ້ວຍດຳ. ເພາະສະນັ້ນ ເສົາກ້ວຍດຳ ພວມໄດ້ຮັບຖືວ່າ ແມ່ນຕົ້ນປາຍແຫລມໃນການພັດທະນາເສດຖະກິດຢູ່ ທ້ອງຖິ່ນ, ຊ່ວຍໃຫ້ຫລາຍຄອບຄົວມີລາຍຮັບເປັນປົກກະຕິກວ່າ, ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ.
ຕົ້ນເສົາກ້ວຍດຳແຫ້ງ ດ້ວຍເນື້ອທີ່ປູກຕົ້ນເສົາກ້ວຍດຳ ເກືອບ 100 ເຮັກຕາ, ຕາແສງ ດຶກທົງ ແມ່ນທ້ອງຖິ່ນມີເນື້ອທີ່ປູກຕົ້ນ ເສົາກ້ວຍດຳ ຫຼາຍກວ່າໝູ່ຢູ່ເມືອງ ແທັກອານ. ປ້າ ຈ້ຽວທິຮຽນ ຊາວເຜົ່າຢ້າວ ຢູ່ ຕາແສງ ດຶກທົງ ໃຫ້ຮູ້ວ່າ: ຍ້ອນເງື່ອນໄຂດິນຟ້າອາກາດສະດວກ, ເຢັນສະບາຍຕະຫລອດປີ, ດິນເໝາະສົມກັບການປູກຕົ້ນ ເສົາກ້ວຍດຳ ສະນັ້ນ ນັບແຕ່ປີ 2016 ເປັນຕົ້ນມາ ຄອບຄົວຂອງປ້າ ໄດ້ປູກຕົ້ນເສົາກ້ວຍດຳ ໃນເນື້ອທີ່ກວ່າ 1 ເຮັກຕາ ສ້າງລາຍຮັບໄດ້ປະມານ 60 ລ້ານດົ່ງ/ປີ. ປ້າ ຮຽນ ໃຫ້ຮູ້ວ່າ: “ ຕົ້ນ ເສົາກ້ວຍດຳ ເມື່ອກ້າເບ້ຍແລ້ວຈະໄດ້ນຳເອົາມາປູກຢູ່ໄຮ່ ໃນເງື່ອນໄຂອາກາດຊຸ່ມ ສ່ວນຫຼາຍແມ່ນຕົ້ນເດືອນກຸມພາ ຕົ້ນເສົາກ້ວຍດຳ ມັກຈະປູກຢູ່ຕາມເນີນພູ, ບ່ອນມີຄວາມຊຸ່ມສູງ ແຕ່ໃນເວລາເກັບກູ້ ແມ່ນສາມາດປະຕິບັດໄດ້ພຽງແຕ່ໃນລະດູຮ້ອນເທົ່ານັ້ນ. ສິ່ງພິເສດ ນັ້ນແມ່ນ ດິນແຕ່ລະຕອນສາມາດປູກໄດ້ພຽງລະດູດຽວເທົ່ານັ້ນ.” ໃບເສົາກ້ວຍດຳ ໂດຍແມ່ນພໍ່ຄ້າຊາວຂາຍມາເກັບຊື້ແລ້ວສົ່ງໄປຂາຍໃຫ້ບັນດາຮາກຖານຜະລິດເສົາກ້ວຍດຳ ຢູ່ຫລາຍທ້ອງຖິ່ນ ຫລື ສົ່ງໄປຍັງປະເທດຈີນ. ສະເພາະຢູ່ທ້ອງຖິ່ນ ປະຈຸບັນ ກໍ່ມີຫລາຍຮາກຖານປຸງແຕ່ງ ເສົາກ້ວຍດຳ ໄດ້ສ້າງລາຍຮັບ ແລະ ວຽກເຮັດງານທຳໃຫ້ຜູ້ອອກແຮງງານ ນັບຫລາຍສິບຄົນ. ນາງ ເລຖູ່ຍ ເຈົ້າຂອງຮາກຖານປຸງແຕ່ງ ເສົາກ້ວຍດຳ ຢູ່ ເທດສະບານ ດົງເຄ ເມືອງ ແທັກອານ ໃຫ້ຮູ້ວ່າ: ກ່ອນນີ້ ຂ້າພະເຈົ້າປຸງແຕ່ງ ເສົາກ້ວຍດຳ ພຽງແຕ່ນຳໃຊ້ໃນຄອບຄົວ ຫລື ມອບໃຫ້ໝູ່ເພື່ອນ, ພີ່ນ້ອງໃນຄຸ້ມບ້ານເທົ່ານັ້ນ ແຕ່ເມື່ອເຫັນວ່າ ຄວາມຕ້ອງການ ເສົາກ້ວຍດຳ ຢູ່ຕະຫລາດເພີ່ມຂຶ້ນ ເອື້ອຍຖູ່ຍ ຈຶ່ງຮ່ຳຮຽນເອົາບົດຮຽນເພີ່ມ, ຊື້ອຸປະກອນມາປຸງແຕ່ງ ຕາມລະບົບຕ່ອງໂສ້. “ ກ່ອນນີ້ ພໍ່ແມ່ປະຊາຊົນປະສົບກັບຄວາມຫຍຸ້ງຍາກລຳບາກຫລາຍ, ລາຍຮັບຍັງຕ່ຳຢູ່ ແຕ່ມາປະຈຸບັນ ແມ່ນດີຂຶ້ນຫຼາຍແລ້ວ. ຢູ່ຮາກຖານຜະລິດຂອງຄອບຄົວຂ້າພະເຈົ້າ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ 10 ຄົນ, ເມື່ອຄວາມຕ້ອງການໃນທ້ອງຕະຫລາດເພີ່ມຂຶ້ນໃນລະດັບສູງ ແຕ່ລະມື້ ພວກຂ້າພະເຈົ້າຜະລິດ ເສົາກ້ວຍດຳ ໄດ້ 1000 ກ່ອງ, ປະມານ 2 ໂຕນ, ໄດ້ເປີດກວ້າງຕະຫລາດ ແລະ ສົ່ງໄປຂາຍຕາມຕະຫຼາດທົ່ວແຂວງທາງພາກເຫນືອ” ຂັ້ນຕອນປຸງແຕ່ງ ເສົາກ້ວຍດຳ ຢູ່ເມືອງ ແທັກອານ ແຂວງ ກາວບັ່ງ, ຕົ້ນເສົາກ້ວຍດຳ ໄດ້ປູກຢູ່ບັນດາຕາແສງຄື: ດຶກທົງ, ກວາງຈ້ອງ, ແກງເຕິນ, ມີງຄາຍ.. ປີນີ້ ຍອດເນື້ອທີ່ປູກ ຕົ້ນເສົາກ້ວຍດຳ ຂອງເມືອງ ແທັກອານ ບັນລຸກວ່າ 360 ເຮັກຕາ, ປະລິມານການຜະລິດຄາດວ່າ ບັນລຸກວ່າ 2000 ໂຕນ, ມູນຄ່າດ້ານເສດຖະກິດໄດ້ນຳມາໃຫ້ປະຊາຊົນປະມານ 80 -100 ຕື້/ ປີ. ຈາກຕົ້ນ “ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ” ປະຈຸບັນ ເສົາກ້ວຍດຳ ໄດ້ພັດທະນາກາຍເປັນ “ຕົ້ນສ້າງຄວາມຮັ່ງມີ” ຂອງຊາວກະສິກອນຫລາຍໆຄົນຢູ່ ແທັກອານ. ທ່ານ ຫວູດຶກທ້ຽນ, ຫົວຫນ້າ ຫ້ອງການກະສິກຳ ເມືອງ ແທັກອານ ແຂວງ ກາວບັ່ງ ໃຫ້ຮູ້ວ່າ: “ດ້ວຍເນື້ອທີ່ດິນປູກຕົ້ນເສົາກ້ວຍດຳ 1 ເຮັກຕາ ຈະເກັບກູ້ໄດ້ປະມານ 6 ໂຕນ ແລະ ສ້າງລາຍຮັບໄດ້ຫຼາຍກວ່າ 100 ລ້ານດົ່ງ. ເພາະສະນັ້ນ ມູນຄ່າດ້ານເສດຖະກິດຈາກຕົ້ນເສົາກ້ວຍດຳ ແມ່ນສູງກວ່າຫລາຍເມື່ອທຽບໃສ່ການປູກເຂົ້າ, ສາລີ…ສະນັ້ນ ທາງເມືອງແທັກອານ ຈຶ່ງກຳນົດວ່າ ນີ້ແມ່ນແນວພັນປູກປາຍແຫລມ ຊ່ວຍພໍ່ແມ່ປະຊາຊົນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ຊາວຜູ້ອອກແຮງງານເປັນຢ່າງດີ. ປະຈຸບັນ ຜະລິດຕະພັນເສົາກ້ວຍດຳ ທີ່ຜະລິດຢູ່ ແທັກອານ ແຂວງ ກາວບັ່ງ ພວມໄດ້ສົ່ງໄປຂາຍຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດ. ເຖິງຢ່າງໃດກໍຕາມ, ບັນດາຮາກຖານຜະລິດເສົາກ້ວຍດຳ ຢູ່ບໍລິເວນ ຍັງແມ່ນຂະຫນາດນ້ອຍ ແລະກະແຈກກະຈາຍ, ກຳລັງຄວາມສາມາດໃນການຜະລິດຍັງຈຳກັດຢູ່. ທ່ານ ຮ່ວາງວັນແທັກ ເລຂາພັກເມືອງ ແທັກອານ ໃຫ້ຮູ້ວ່າ: ເພື່ອໃຫ້ ເສົາກ້ວຍດຳ ກາຍເປັນ ຜະລິດຕະພັນ “ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ” ແບບຍືນຍົງນັ້ນ, ທາງທ້ອງຖິ່ນ ພວມກຳນົດທິດພັດທະນາເຂດວັດຖຸດິບ, ສ້າງເຄື່ອງໝາຍການຄ້າແບບຍືນຍົງໃຫ້ຜະລິດຕະພັນຕົ້ນເສົາກ້ວຍດຳ ໃນອະນາຄົດ. “ ໃນ ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະຮຽກຮ້ອງບັນດານັກລົງທຶນ ມາລົງທຶນກໍ່ສ້າງໂຮງງານຜະລິດ ເສົາກ້ວຍດຳ ຢູ່ທ້ອງຖິ່ນ. ປະຈຸບັນ ການຜະລິດ ຜະລິດຕະພັນເສົາກ້ວຍດຳ ຍັງຈຳກັດຢູ່, ການຜະລິດຢູ່ກັບທີ່ບໍ່ໄດ້ຫລາຍ, ສ່ວນຫລາຍແມ່ນສົ່ງໃບເສົາກ້ວຍດຳດິບ ໄປຂາຍຢູ່ຈີນ, ມູນຄ່າບໍ່ສູງ. ພວກຂ້າພະເຈົ້າ ພວມຍື່ນສະເຫນີ ກະຊວງ ວິທະຍາສາດເຕັກໂນໂລຊີ ຈົດທະບຽນກາໝາຍໃຫ້ຕົ້ນເສົາກ້ວຍດຳຂອງທ້ອງຖິ່ນ.” ປະຈຸບັນ ມີບາງກິດຈະກຳຄົ້ນຄ້ວາວິທະຍາສາດເຕັກໂນໂລຊີປຸງແຕ່ງເສົາກ້ວຍດຳ ແມ່ນເໝາະສົມກັບເງື່ອນໄຂການຜະລິດຂອງແຂວງ ກາວບັ່ງ. ຖ້າຫາກການຄົ້ນຄວ້ານີ້ປະສົບຜົນສຳເລັດ, ບັນດາຫົວເລື່ອງ ວິທະຍາສາດນີ້ຈະເປັນພື້ນຖານເພື່ອໃຫ້ແຂວງ ກາວບັ່ງ ພິຈາລະນາ, ກໍ່ສ້າງບັນດາຮາກຖານປຸງແຕ່ງເສົາກ້ວຍດຳ ດ້ວຍຂອບຂະຫນາດໃຫຍ່ ບັນລຸມາດຕະຖານສົ່ງອອກ ເພື່ອແນໃສ່ເສີມຂະຫຍາຍທ່າແຮງໃຫ້ພືດພິເສດນີ້ ສ້າງຜະລິດຕະພັນໃຫມ່ໃຫ້ທ້ອງຖິ່ນ, ຊຸກຍູ້ຂະແຫນງອຸດສາຫະກຳປຸງແຕ່ງພັດທະນາ, ຍົກສູງລາຍຮັບໃຫ້ຊາວກະສິກອນຢູ່ເຂດຫ່າງໄກສອກຫຼີກໃນບໍລິເວນແຂວງ.
TAG
VOV/VOVworld/ເສົາກ້ວຍດຳ/ເຂດວັດຖຸດິບ
Related





