VOV WorldVOV World
ຮັກ​ສາ​ອາ​ຊີບພື້ນ​ເມືອງ​ຢູ່​ໝູ່​ບ້ານ​ອາ​ຊີບຕີ​ເຫຼັກ​ທີ່​ມີ​ອາ​ຍຸ​ກວ່າ 300 ປີ
09/10/2025 07:01
(VOVWORLD) - ໝູ່ບ້ານອາຊີບຕີເຫຼັກ ເຕິດຕາກ, ຕາແສງ ຈ້ຽວໂລກ, ແຂວງ ແທັງຮວາ ມີຊື່ສຽງມາແຕ່ດົນນານດ້ວຍອາຊີບຕີເຫຼັກ. ນັບແຕ່ຮ້ອຍໆປີມານີ້, ບັນດານາຍຊ່າງຢູ່ທີ່ນີ້ຍັງໄດ້ຕີເຫຼັກເປັນບັນດາຜະລິດຕະພັນຮັບໃຊ້ຄວາມຕ້ອງການໃນຊີວິດ ແລະ ທັງຮັກສາອາຊີບທີ່ເປັນມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍທີ່ປະໄວ້ໃຫ້.
ຮັກ​ສາ​ອາ​ຊີບພື້ນ​ເມືອງ​ຢູ່​ໝູ່​ບ້ານ​ອາ​ຊີບຕີ​ເຫຼັກ​ທີ່​ມີ​ອາ​ຍຸ​ກວ່າ 300 ປີ
   ຕາມບັນດາຜູ້ອາຍຸສູງໃນຕາແສງ ຈ້ຽວໂລກ ເລົ່າຄືນສູ່ຟັງ, ເມື່ອກ່ອນ, ໝູ່ບ້ານຕີເຫຼັກ ເຕິດຕາກ ແມ່ນຊື່ລວມຂອງ 3 ບ້ານ: ບ້ານເງາະ, ບ້ານບຸ່ຍ ແລະ ບ້ານເຊີນ, ຂຶ້ນກັບຕາແສງ ຕຽນໂລກ, ເມືອງ ເຮົ້າໂລກ, ແຂວງ ແທັງຮວາ ໃນເມື່ອກ່ອນ. ໃນຫຼາຍທົດສະວັດທີ່ຜ່ານມາ, ໝູ່ບ້ານ ເຕິດຕາກ ໄດ້ຮັບການສ້າງຕັ້ງ ແລະ ພັດທະນາອາຊີບຕີເຫຼັກ, ກາຍເປັນໝູ່ບ້ານອາຊີບທີ່ມີຊື່ສຽງທີ່ສຸດຢູ່ແຂວງ ແທັງຮວາ. ທ່ານ ຫງວຽນຈ້ອງຮຽນ, ອາຍຸ 70 ປາຍປີຢູ່ໝູ່ບ້ານຕີເຫຼັກ ເຕິດຕາກ ໃຫ້ຮູ້ວ່າ:    ຂ້າພະເຈົ້າເປັນໜຶ່ງໃນບັນດາຜູ້ທຳອິດໄດ້ນຳວຽກງານນີ້ມາໃຫ້ໝູ່ບ້ານອາຊີບ ແລະ ສ້າງຕັ້ງໝູ່ບ້ານອາຊີບ. ໂດຍເປັນຜູ້ອາຍຸສູງທີ່ໄດ້ຕິດພັນກັບໝູ່ບ້ານອາຊີບ, ເຫັນວ່າ
TAG
VOV/VOVworld/ຮັກ​ສາ​ອາ​ຊີບພື້ນ​ເມືອງ​ຢູ່​ໝູ່​ບ້ານ​ອາ​ຊີບຕີ​ເຫຼັກ​ທີ່​ມີ​ອາ​ຍຸ​ກວ່າ 300 ປີ/ຕາ​ແສງ ຈ້ຽວ​ໂລກ/ທ່ານ ຫງວຽນຈ້ອງຮຽນ/ອາຍຸ 70/ໝູ່ບ້ານຕີເຫຼັກ ເຕິດຕາກມ ອ້າຍ ກຽວວັນຮ່າ ເກີດປີ 1988/