ນຳຜະລິດຕະພັນກະເສດຂຶ້ນສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ: ທິດເດີນທີ່ແນ່ນອນ
12/07/2022 07:19
(VOVWORLD) -ໃນໄລຍະຜ່ານມາ, ພິເສດແມ່ນໃນເວລາທີ່ໂລກລະບາດໂຄວິດ 19 ພວມຜັນແປໄປຢ່າງສັບສົນ, ຜະລິດຕະພັນກະເສດຫຼາຍປະເພດຂອງທ້ອງຖິ່ນຕ່າງໆ ໄດ້ສົ່ງໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ , ຊື່ງໄດ້ດຶງດູດເອົາຜູ້ບໍລິໂພກຢູ່ທັງພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ. ໝາກຜົນຕົວຈິງຂອງເລື່ອງຍູ້ແຮງຜະລິດຕະພັນກະເສດສົ່ງໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ ບໍ່ພຽງແຕ່ໄດ້ນຳມາເຊິ່ງລາຍຮັບ, ຜົນປະໂຫຍດດ້ານເສດຖະກິດອັນໃຫ່ຍຫຼວງໃຫ້ແກ່ຊາວກະສິກອນເທົ່ານັ້ນ, ຫາກຍັງໄດ້ພິສູດໃຫ້ເຫັນທິດເດີນທີ່ຖືກຕ້ອງ, ແນ່ນອນ ຂອງການແລກປ່ຽນຜະລິດຕະພັນກະເສດ ຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ ໃນສັງກາດດີຈີຕອນອີກດ້ວຍ.
ໄລຍະຜ່ານມາ ມີຜະລິດຕະພັນກະເສດຫຼາຍຊະນິດໄດ້ສົ່ງໄປຂາຍຢູ່ສູນຕິດຕໍ່ຄ້າຂາຍທາງເອເລັກໂຕນິກ (ພາບປະກອບ: TTXVN)
TAG
VOV/VOVworld/ກົມສົ່ງເສີມການຄ້າ/ຜະລິດຕະພັນກະເສດ/Sendo/Voso/Tiki/Postmart/Shopee/Lazada/Foodmap
Related





