VOV WorldVOV World
ຍົກ​ສູງ​ລະ​ດັບ​ເຄື່ອງ​ໝາຍ​ການ​ຄ້າ​ກາ​ເຟ ເຊີນ​ລາ
21/10/2022 07:54
(VOVWORLD) - ການພັດທະນາກາເຟພິເສດ, ກາເຟມີຄຸນນະພາບສູງ, ຍົກສູງລະດັບເຄື່ອງໝາຍການຄ້າ ແລະ ຄອງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຢູ່ພາຍໃນ ແລະ ສາກົນເທື່ອລະກ້າວ….ແມ່ນບັນດາການກຳນົດທິດຕົ້ນຕໍ ໂດຍແຂວງ ເຊີນລາ ໄດ້ກຳນົດ ແນໃສ່ປະກອບສ່ວນຍົກສູງຄຸນຄ່າຂອງຕົ້ນກາເຟ ກ່ວາອີກ ຊື່ງແມ່ນໜຶ່ງໃນບັນດາຊະນິດຕົ້ນໄມ້ຕົ້ນຕໍຂອງທ້ອງຖິ່ນ.
  ການເຟເຊີນລາ ໄດ້ປູກຫຼາຍແມ່ນຢູ່ເມືອງ ມາຍເຊີນ, ທ້ວນເຈົາ ແລະ ນະຄອນ ເຊີນລາ (ພາບ: VOV)     ກາເຟເຊີນລາ ໄດ້ປູກຫຼາຍແມ່ນຢູ່ເມືອງ ມາຍເຊີນ, ທ້ວນເຈົາ ແລະ ນະຄອນ ເຊີນລາ. ຜ່ານການເວລາ, ຕົ້ນກາເຟເຊີນລາ ກໍ່ຢັງຢືນໄດ້ເຄື່ອງໝາຍການຄ້າ ແລະ ມີຄຸນຄ່າດ້ານເສດຖະກິດສູງ.      ຄອບຄົວອ້າຍ ເລື່ອງວັນຈູງ, ບ້ານເຕື່ອງຈູງ, ຕາແສງຈ່ຽງຈູງ, ເມືອງມາຍເຊີນ, ແຂວງເຊີນລາ ມີເນື້ອທີ່ປູກກາເຟ 1.2 ເຮັກຕາ, ຄາດວ່າ, ປີນີ້, ຄອບຄົວອ້າຍເກັບກ່ຽວໝາກກາເຟໄດ້ກ່ວາ 20 ໂຕນ, ດ້ວຍລາຄາຂາຍໝາກກາເຟສົດຄືໃນປະຈຸບັນແມ່ນແຕ່ 7-8000 ດົ່ງ/ໂລ, ອ້າຍຈະໄດ້ຮັບເງິນຈຳນວນກ່ວາ 150 ລ້ານດົ່ງ. ອ້າຍ ເລື່ອງວັນຈູງ ໃຫ້ຮູ້ວ່າ:    ພວກຂ້າພະເຈົ້າ ໄດ້ຍົກຍ້າຍມາຢູ່ນີ້ນັບແຕ່ປີ 2016, ລັດໄດ້ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ຈັດສັນດິນໃຫ້ຜູ້ 1 ປະມານ 3000 ມ2. ຍ້ອນຄຸນຄ່າເສດຖະກິດຂອງຕົ້ນກາເຟສູງ, ປຊຊ ກໍ່ມີລາຍຮັບເປັນປົກກະຕິ. ມີບາງຄອບຄົວເກັບກ່ຽວກາເຟໄດ້ແຕ່ 20-30ໂຕນ/ປີ. ການເຟເຊີນລາ ໃນລະດູການເກັບກ່ຽວ (ພາບ: VOV)     ບໍ່ພຽງແຕ່ມີບັນດາຄອບຄົວປູກຕົ້ນກາເຟເທົ່ານັ້ນ, ໃນບໍລິເວັນແຂວງເຊີນລາ, ກໍ່ຍັງໄດ້ສ້າງຕັ້ງເຄືອຂ່າຍບັນດາສະຫະກອນ, ວິສາຫະກິດພ້ອມກັນຮັກສາ, ພັດທະນາ ແລະ ຍົກສູງຄຸນນະພາບຜະລິດຜະລິດຕະພັນກາເຟອີກດ້ວຍ. ທ່ານ ຫງວຽນຊັວນທາວ, ປະທານສະຫະກອນກາເຟ ບິກທາວ ເຊີນລາ ໃຫ້ຮູ້ວ່າ:     ກາເຟແນວພັນໃໝ່ (ຄືກາເຟ
TAG
VOV/VOVworld/​ເຄື່ອງ​ໝາຍ​ການ​ຄ້າ/​ກາ​ເຟ ເຊີນ​ລາ/ສະຫະກອນກາເຟ ບິກທາວ/ທ່ານຫງວຽນແທັງກົງ/ກາເຟ Blue ເຊີນລາ/ກາເຟ arabica/ກາເຟຊາ