ຮູບແບບປູກຜັກປອດສານພິດໃນເຮືອນຮົ່ມ ຂອງນັກທຸລະກິດຍິງ
27/04/2018 11:20
(VOVWORLD) -ຮູບແບບການປູກຜັກປອດສານພິດໃນເຮືອນຮົ່ມ ຂອງ ທ່ານນາງ ເລີມຫວຽດຮວ່າ, ຜູ້ອຳນວຍການ ບໍລິສັດລົງທຶນ ແລະ ພັດທະນາ ມິງຮວ່າ ຈຳກັດ ເມືອງ ບາດິ່ງ, ນະຄອນ ເກິ່ນເທີ, ເຖິງວ່າເຄື່ອນໄຫວຍັງບໍ່ທັນຮອດໜຶ່ງປີກໍ່ຕາມ, ແຕ່ກໍ່ໄດ້ຮັບຄວາມສົນໃຈ ແລະ ການສະໜັບສະໜູນຈາກຫລາຍຄົນ. ຢູ່ທີ່ນີ້ ບໍ່ພຽງແຕ່ແມ່ນບ່ອນສະໜອງຜັກປອດສານພິດໃຫ້ຜູ້ບໍລິໂພກເທົ່ານັ້ນ, ຫາກ ບໍລິສັດ ມິງຮວ່າ ຍັງແມ່ນສະຖານທີິ່ມາທັດສະນະສຶກສາຂອງຫຼາຍອົງການຈັດຕັ້ງກົມກອງ, ເປັນສະຖານທີ່ເພື່ອໃຫ້ພວກນ້ອງນັກຮຽນຍິງມາທັດສະນະສຶກສາຮ່ຳຮຽນເອົາປະສົບການ ປຸກລຸກຄວາມໄຝ່ຝັນໃນການສ້າງອາຊີບ. ແທງຕູ໋ ນັກຂ່າວ VOV ມີບົດຂຽນດ້ວຍຫົວຂໍ້ວ່າ: ກຳລັງແຜ່ຂະຫຍາຍຂອງຮູບແບບປູກຜັກ
ຮູບແບບປູກຜັກປອດສານພິດໃນເຮືອນຮົ່ມ ເລື່ອງລາວເລີ່ມດຳເນີນທຸລະກິດແບບ Starup ຂອງ ທ່ານນາງ ເລີມຫວຽດຮວ່າ, ຜູ້ອຳນວຍການ ບໍລິສັດລົງທຶນ ແລະ ພັດທະນາ ມິງຮວ່າ ຈຳກັດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ບາງເທື່ອກໍ່ປະລາໄຊ, ບາງເທື່ອກໍ່ລຳບາກກາກກຳ, ແຕ່ບໍ່ແມ່ນຍ້ອນຄວາມຫັກພັງລົ້ມເຫລວໃນເບື້ອງຕົ້ນ ບໍ່ແມ່ນການປະລະຄວາມໄຝ່ຝັນຂອງຕົນເອງ ໃນກວ່າ 7 ປີຜ່ານມາ. ທ່ານນາງ ຮວ່າ ໄດ້ຂຸ້ນຄິດຊອກຫາມາດຕະການແກ້ໄຂໃຫ້ຕົນປັບປຸງສວນຜັກຕາມທິດທັນສະໄໝ, ດ້ວຍທິດນຳ: ຜັກປອດສານພິດຈາກສວນອອກໄປເຖິງໂຕະອາຫານ. ປັດຈຸບັນນີ້, ບໍລິສັດ ມິງຮວ່າ ຜະລິດໃນເນື້ອທີ່ 3.000 ຕາແມັດ ດ້ວຍບັນດາລະບົບຫົດນ້ຳສວນຜັກທີ່ທັນສະໄໝ, ຜັກທັງໝົດຖືກປົກຄຸມດ້ວຍຕາໜ່າງຫ່າງໆ ແລະ ນີລົງ ເພື່ອຮັບປະກັນແສງສະຫວ່າງ, ແຫລ່ງນ້ຳ, ປ້ອງກັນສັດຕູພືດບໍ່ກໍ່ຜົນເສຍຫາຍ ເພື່ອໃຫ້ຜັກພັດທະນາທັງປະລິມານ ແລະ ຄຸນນະພາບ. ທ່ານນາງ ຮວ່າ ແບ່ງປັນວ່າ ນິຍາມຄຳວ່າປອດສານພິດ ຢູ່ທີ່ນີ້ແມ່ນຕ້ອງໄດ້ຮັບການກວດກາຢັ້ງຢືນ, ແລະ ຜູ້ຢັ້ງຢືນຕ້ອງແມ່ນຜູ້ບໍລິໂພກ. ທ່ານນາງ ເລີມຫວຽດຮວ່າ ໃຫ້ຮູ້ວ່າ: “ ໃນຊີວິດຕ້ອງ ມີ ຄວາ ມ ໄຝ່ ຝັນ . ຂ້າ ພະ ເຈົ້າ ຄິດ ວ່າ ບັນ ດາ ສິ່ງ ທີ່ບ ໍ ລິ ສັດ , ພະ ນັກ ງານ ລັດຖະກອນ ທັງ ໝົດ ແລະ ຄອບ ຄົວ ຂອງຂ້າ ພະ ເຈົ້າ ເຮັດ ມານັ້ນ ມັນ ມີ ສານ ວ່າ ຄື ແນວ ໃດ ແມ່ ນ ປອດສານພິດ . ໝາຍ ຄວາມ ວ່າແມ່ນ ການກວດ ກາຢັ້ງ ຢື ນ ຜະ ລິດ ຕະ ພັນ ທ ີ່ ຕົນເອງ ຫ າກໍ່ ຊື້ . ” ສ້າງພາບພົດໄດ້ຄືປະຈຸບັນ ແມ່ນຍ້ອນອາໄສທິດນຳທີ່ວ່າ “ກ້າໄຝ່ຝັນ ແລະ ກ້າປາດຖະໜາຢາກມີແຫຼ່ງທັນຍາຫານສະອາດໃຫ້ແກ່ຜູ້ບໍລິໂພກ; ປອດສານພິດຈາກສວນອອກໄປເຖິງໂຕະອາຫານ”. ມາຮອດປັດຈຸບັນ, ຮູບແບບປູກຜັກປອດສານພິດ ພວມໄດ້ຮັບຄວາມສົນໃຈຈາກແຂກທີ່ຢູ່ໃກ້ຢູ່ໄກເປັນຈຳນວນຫຼວງຫຼາຍ ແຕ່ລະເທື່ອເມື່ອແວ່ຢາມ ເກິ່ນເທີ ແມ່ນຕ້ອງມາແວ່ຢາມສວນຜັກປອດສານພິດ ມິງຮວ່າ ເພື່ອຢ້ຽມຊົມ ແລະ ກິນອາຫານພື້ນບ້ານແບບທີ່ບໍ່ເຄີຍມີຢູ່ບ່ອນໃດ. ຄວາມໂດ່ງດັງຊ່າລືໄປໄກ ແລະ ຫວ່າງມໍ່ໆມານີ້, ນັກຮຽນຍິງ ຫ້ອງ 11 (ຊັ້ນ ມ6) ຢູ່ ໂຮງຮຽນມັດທະຍົມຕອນປາຍ ແລະ ສູນການສຶກສາສາມັນ ຂອງເມືອງ ຈ່າໂອນ, ແຂວງ ວິ໋ງລອງ ເກືອບ 400 ຄົນ ກໍ່ໄດ້ມາບໍລິສັດ ມິງຮວ່າ ນີ້. ຄະນະໄດ້ເລືອກສະຖານທີ່ແຫ່ງນີ້ເປັນສະຖານທີ່ທຳອິດ ເພື່ອໃຫ້ພວກນ້ອງຊົມແບບປະຈັກຕາ ເຫັນໄດ້ເຖິງຮູບແບບການປູກຜັກປອດສານພິດຂອງນັກທຸລະກິດຍິງ ເລີມຫວຽດຮວ່າ. ນີ້ແມ່ນສ່ວນໜຶ່ງຂອງການເຄື່ອນໄຫວທັດສະນະສຶກສາ ນອນໃນຂອບເຂດ ລາຍການໃຫ້ຄຳປຶກສາຂອງໂຮງຮຽນ ທີ່ຂຶ້ນກັບໂຄງການໜູນຊ່ວຍການສຶກສາສຳລັບນັກຮຽນຍິງຂອງອົງການ Room to Read. ນ້ອງ ແທັກທິທູຈາງ - ນັກຮຽນຫ້ອງ 11 (ຊັ້ນ ມ6) ໂຮງຮຽນມັດທະຍົມຕອນປາຍ ເລແທງມື່ງ, ເມືອງ ຈ່າໂອນ, ແຂວງ ວິ໋ງລອງ ສະແດງຄວາມປາດຖະໜາວ່າ: “ ປັດ ຈຸ ບັນ ແຫຼ່ງ ອາ ຫານ ປອດສານພິດ ແມ່ ນ ສຳ ຄັນ ທີ່ ສຸດ ໃນ ຊີ ວິ ດ ປະ ຈ ຳ ວັນ . ນ້ອງ ກໍ່ປາດ ຖະ ໜາຢ າ ກ ຮ່ຳ ຮຽນ ຈາກ ຮູບ ແບບ ປູກ ຜັກ ປອດ ສານ ພິດນີ້ ເພ ື່ອ ໃຫ ້ ມີ ລະ ດັບ ວິ ຊ າ ສະ ເພາະ ໃດ ໜຶ່ງ . ນ້ ອງຈະ ຮ່ຳ ຮຽນ ເອົ າ ປະ ສົ ບກ ານ ຈາກ ບັນ ດາ ນ້າ ອາ ທີ່ ໄດ້ ສ້ າງ ແລະ ເຮັດ ເປັ ນ ສວນ ຜັກ ປ ອດ ສານ ພິດ , ສະ ອາດ ເພື່ອ ໃຫ້ ສັງ ຄົມ ນີ້ ມີແຫຼ່ງ ອາ ຫານ ທີ ່ ປອດ ໄພ , ຊ່ວຍ ໃຫ້ ຄົນ ເຮົາ ມີ ສຸ ຂະ ພາບ ທີ່ ດີກວ່າ ” . ແຂກມາຊົມເຂດປູກຜັກປອດສານພິດ ອາດຈະເຫັນໄດ້ວ່າ, ຮູບແບບປູກຜັກປອດສານພິດ ໃນເຮືອນຮົ່ມ ພວມໄດ້ຮັບຄວາມສົນໃຈຈາກຫຼາຍຄົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ກໍ່ຄືຄວາມປາດຖະໜາຢາກມີແຫຼ່ງອາຫານທີ່ປອດໄພໃຫ້ແກ່ຜູ້ບໍລິໂພກເປັນເທື່ອລະກ້າວ. ທ່ານນາງ ເລີມຫວຽດຮວ່າ ປາດຖະໜາວ່າ ໃນອະນາຄົດ ຈະນັບມື້ນັບມີແນວຄວາມຄິດ ແລະ ຮູບແບບທີ່ດີ ເພື່ອນຳມາເຊິ່ງແຫຼ່ງອາຫານທີ່ປອດສານພິດ ແລະ ປອດໄພໃຫ້ແກ່ສັງຄົມຫຼາຍຂຶ້ນ. “ ຂ້ າ ພະ ເຈົ້າ ມີຄວາມ ໄຝ່ ຝັນ ຢາກມີແຫຼ່ງ ອາ ຫານ ທີ່ ປອດສານພິດ , ຂ້ າ ພະ ເຈົ້ າ ຂຸ້ ນ ຄິດ ກ່ຽວກັບສິ່ງນັ້ນ , ສ ະ ນັ້ນ ຂ້ າ ພະ ເຈົ້າໄດ້ ຕັ້ງໃຈ ບາງເທື່ອປະລາໄຊ ແຕ່ ຖ້າຂ້ າ ພະ ເຈົ້າ ຢຸດ ແມ່ນ ທຸກ ສິ່ງທຸກ ຢ່າງ ຈົບ ສິ້ນ . ຂ້ າ ພະ ເຈົ້າເລີ່ ມ ດຳ ເນີນ ທຸ ລະ ກິດ ແມ່ນ ຄື ແນວນັ້ ນ , ແຕ່ ມາ ເຖິ ງ ຈຸດ ເວ ລານີ້ ຄວາມ ຫຍຸ້ງ ຍາກກໍ່ ຍັງ ມີຫລາຍຢູ່ , ຂ້ າ ພະ ເຈົ້າຄິ ດ ວ່າ ເຮົາ ມີ ວິກິດການ ດີ ແມ່ ນ ຄິດ ເຖິງ ປະຊາຄົມ ຫຼາຍກວ່າ ຄິດ ເຖິງ ຕົນ ເອງ , ແນ່ນ ອນ ວ່ າ ຂ້ າ ພະ ເຈົ້າ ຍັງ ຈະ ກ້າ ວ ໄປ ໄກ ກວ່ານີ້ ອີກ ” . ມີບໍ່ເທົ່າໃດຄົນຄິດວ່າ ຄວາມສຳເລັດໃນການເຮັດທຸລະກິດແມ່ນອີງໃສ່ຜົນກຳໄລທີ່ເກັບມາໄດ້, ແຕ່ສຳລັບ ທ່ານນາງ ເລີມຫວຽດຮວ່າ ແລ້ວ ບໍ່ແມ່ນຄືແນວນັ້ນ. ທ່ານນາງ ຍາມໃດກໍ່ມີຄວາມສຳນຶກຢູ່ສະເໝີວ່າ ຕ້ອງຖືເອົາຜົນປະໂຫຍດຂອງປະຊາຄົມ, ຄວາມເຫັນດີເຫັນພ້ອມ ຄວາມຮັກແພງຜູ້ບໍລິໂພກ ເປັນມາດຖານເພື່ອຕີລາຄາຄຸນນະພາບສຳລັບຜະລິດຕະພັນຂອງຕົນ.
TAG
VOV/VOVworld/ຜົນປະໂຫຍດ
Related





