ASOSAI 14: ຫວຽດນາມ ພັດທະນາແບບຍືນຍົງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ
02/10/2018 11:55
(VOVWORLD) -ໂຄງການດຳເນີນງານກ່ຽວກັບການພັດທະນາແບບຍືນຍົງ ຮອດປີ 2030 ຂອງ ສະຫະປະຊາຊາດ ໄດ້ກາຍເປັນຍຸດທະສາດພັດທະນາຂອງທົ່ວໂລກ, ໃນນັ້ນມີຫວຽດນາມ. ໂຄງການດຳເນີນງານ ລວມມີ 17 ຄາດໝາຍ ໂດຍປິ່ນອ້ອມ 03 ເສົາຄ້ຳ ເສດຖະກິດ - ສັງຄົມ - ສິ່ງແວດລ້ອມ, ໃນນັ້ນມີ 04 ຄາດໝາຍກ່ຽວຂ້ອງໂດຍກົງເຖິງສິ່ງແວດລ້ອມ. ລັດຖະບານຫວຽດນາມ ໄດ້ສຸມທຸກແຫຼ່ງກຳລັງທີ່ຈຳເປັນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງ; ໃນນັ້ນ ໄດ້ສຸມໃສ່ໜ້າທີ່ປົກປັກຮັກສາສິ່ງແວດລ້ອມ.

ວັນທີ 10 ພຶດສະພາ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຊັນປະກາດໃຊ້ແຜນການເຄື່ອນໄຫວແຫ່ງຊາດ ກ່ຽວກັບການປະຕິບັດ ໂຄງການດຳເນີນງານ ຮອດປີ 2030 ເພື່ອການພັດທະນາແບບຍືນຍົງ, ໃນນັ້ນ ໄດ້ຍົກອອກບັນດາເປົ້າໝາຍລະອຽດສຳລັບແຕ່ລະໄລຍະ ແລະ ມອບໝາຍໜ້າທີ່ໃຫ້ແຕ່ລະກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນການສົມທົບ, ພ້ອມກັນປະຕິບັດຢ່າງຄົບຊຸດ ເພື່ອຮັບປະກັນຜົນສຳເລັດຂອງໂຄງການດັ່ງກ່າວ. ໝາກຜົນໄດ້ສະແດງໃຫ້ເຫັນວ່າ, ລະດັບຄວາມໄວໃນການເຕີບໂຕສູງ, ຄວາມດຸ່ນດ່ຽງຂອງພື້ນຖານເສດຖະກິດໄດ້ຮັບການຮັກສາ, ການຂາດດຸ່ນງົບປະມານ ແລະ ໜີ້ສິນແຫ່ງຊາດໄດ້ຮັບການຄຸ້ມຄອງໃນລະດັບຄວາມປອດໄພ, ແກ້ໄຂບັນດາບັນຫາສັງຄົມ, ພັດທະນາເສດຖະກິດ-ສັງຄົມເທື່ອລະກ້າວຢ່າງສຳເລັດຜົນ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ສົມທົບບັນດາເປົ້າໝາຍພັດທະນາແບບຍືນຍົງ ກັບຍຸດທະສາດ, ການວາງແຜນຜັງ, ແຜນການ ແລະ ໂຄງການພັດທະນາເສດຖະກິດ-ສັງຄົມເວົ້າລວມ ແລະຂອງບັນດາຂະແໜງການເວົ້າສະເພາະ. ສຳລັບອົງການກວດສອບແຫ່ງລັດຫວຽດນາມ, ຜ່ານການເຄື່ອນໄຫວການກວດສອບສິ່ງແວດລ້ອມ, ໄດ້ປະຕິບັດບົດບາດການຕີລາຄາ, ການຕິດຕາມກວດກາ, ພົບເຫັນບັນດາຄວາມເຄັ່ງຮ້ອນ, ຂໍ້ຈຳກັດ ຢ່າງທັນການ ແລະຍົກອອກບັນດາຂໍ້ສະເໜີແນະ, ມາດຕະການແກ້ໄຂ ເພື່ອແນໃສ່ດັບປັບ, ຮັບປະກັນລະບຽບວິໄນ, ຄວາມໂປ່ງໃສ, ຍົກສູງລັກສະນະເສດຖະກິດ, ຜົນສັກສິດ ແລະ ປະສິດທິຜົນ ໃນວຽກງານການຄຸ້ມຄອງການນຳໃຊ້ຊັບພະຍາກອນສິ່ງແວດລ້ອມ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນການພັດທະນາແບບຍືນຍົງ.ທ່ານ ຫງວຽນກວາງແທ່ງ, ຮອງຫົວໜ້າອົງການກວດສອບແຫ່ງລັດຫວຽດນາມ, ໃຫ້ຮູ້ວ່າ: “ນັບແຕ່ປີ 19 9 4 ມາຮອດປັດຈຸບັນ, ອົງການກວດສອບແຫ່ງລັດຫວຽດນາມ ໄດ້ປະຕິບັດການກວດສອບ ທີ່ ກ່ຽວຂ້ອງເຖິງຂົງເຂດສິ່ງແວດລ້ອມຄື: ໂຄງການລົງທຶນກໍ່ສ້າງກິດຈະການລະບາຍນ້ຳ ເພື່ອແນໃສ່ປົວແປງສິ່ງແວດລ້ອມນະຄອນຮ່າໂນ້ຍ; ກວດສອບສິ່ງແວດລ້ອມແຫຼ່ງນ້ຳຢູ່ອ່າງແມ່ນ້ຳຂອງ; ກວດສອບວຽກງານຂຸດຄົ້ນແຮ່ທາດຢູ່ບັນດາທ້ອງຖິ່ນ; ກວດສອບວຽກງານການຄຸ້ມຄອງ ແລະ ແກ້ໄຂບັນຫາ ສິ່ງແວດລ້ອມຢູ່ບັນດາເຂດອຸດສາຫະກຳໃນທົ່ວປະເທດ;... ຜົນຂອງການກວດສອບໄດ້ປະກອບສ່ວນປັບປຸງກົນໄກນະໂຍບາຍ ເພື່ອແນໃສ່ຄຸ້ມຄອງສິ່ງແວດລ້ອມໃຫ້ດີກວ່າ ເກົ່າ , ຍົກສູງຄວາມຮັບຮູ້ຂອງອົງການຈັດຕັ້ງ, ສ່ວນບຸກຄົນໃນການປະຕິບັດບັນດາຂໍ້ກຳນົດ ກ່ຽວກັບການ ປົກປັກຮັກສາສິ່ງແວດລ້ອມ. ຜ່ານການກວດສອບ, ການເຂົ້າຮ່ວມບັນດາຊຸດຝຶກອົບຮົມ, ກອງປະຊຸມສຳມະນາແລກປ່ຽນບົດຮຽນ ແລະ ບັນດາການເຄື່ອນໄຫວ ທີ່ ກ່ຽວຂ້ອງເຖິງການກວດສອບສິ່ງແວດລ້ອມໃນປະຊາຄົມກວດສອບສາກົນ ແລະ ພາກພື້ນ, ອົງການກວດສອບແຫ່ງລັດຫວຽດນາມ ຖອດຖອນ ໄດ້ ບັນດາບົດຮຽນ ຕື່ມອີກ ແລະ ເປັນເຈົ້າການໃນການໝູນໃຊ້, ຜັນຂະຫຍາຍປະຕິບັດບາງບັ້ນກວດສອບ ກ່ຽວກັບຫົວເລື່ອງ ນ້ຳ ເສຍ ຈາກ ເຂດ ອຸດສາຫະກຳ. ຜົນຂອງການກວດສອບໄດ້ຮັບການສະໜັບສະໜູນ ແລະ ຕີລາຄາສູງຈາກ ວົງຄະນະຍາດປະຊາຊົນ ”.
TAG
VOV/VOVworld/ASOSAI/ສິ່ງແວດລ້ອມ/ພັດທະນາເສດຖະກິດ/ນໍ້າເສຍ




.jpg)



