VOV WorldVOV World
ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ດຶງ​ດູງ​ເງິນ​ລົງ​ທຶນ FDI ຂອງ​ແຂວງບ່າ​ເຣ້ຍ​ - ຫ​ວຸ້ງ​ເຕົ່າ
20/09/2019 03:39
(VOVWORLD) -ດ້ວຍຄວາມຕັດສິນໃຈຄັດເລືອກຕະຫຼາດ, ຢຶດໝັ້ນດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ມີການຄັດເລືອກ, ແຂວງບ່າເຣ້ຍ - ຫວຸ້ງເຕົ່າພວມຄ່ອຍໆເປັນເຈົ້າການກວ່າອີກ.ໃນການດຶງດູດກັບບັນດານັກລົງທຶນໃຫຍ່ແລະນຳໃຊ້ເຕັກໂນໂລຢີສູງ. ໃນນັ້ນຈະມີຄວາມເອົາໃຈໃສ່ເປັນພິເສດເຖິງບັນດານັກລົງທຶນກ່ຽວກັບທ່າກ່ຳປັ່ນ, ການບໍລິການພະລາທິການທ່າກ່ຳປັ່ນ, ການທ່ອງທ່ຽວແລະກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງແລະກໍ່ແມ່ນເປົ້າໝາຍດ້ານເສດຖະກິດເຊິ່ງບ່າເຣ້ຍ - ຫວຸ້ງເຕົ່າມຸ່ງໄປເຖິງ.
ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ດຶງ​ດູງ​ເງິນ​ລົງ​ທຶນ FDI ຂອງ​ແຂວງບ່າ​ເຣ້ຍ​ - ຫ​ວຸ້ງ​ເຕົ່າ
ປັດຈຸບັນແຂວງບ່າເຣ້ຍ - ຫວຸ້ງເຕົ່າກວມເອົາເກືອບ 10%ຍອດເງິນລົງທຶນຈາກຕ່າງປະເທດ (FDI) ຂອງທົ່ວປະເທດແລະພວມຢືນອັນດັບທີ 4/63 ນະຄອນ, ແຂວງກ່ຽວກັບການດຶງດູດ FDI. ການລົງທຶນ FDI ຢູ່ບ່າເຣ້ຍ - ຫວຸ້ງເຕົ່າມີຂອບຂະໜາດສູງພໍສົມຄວນ, ໄລ່ສະເລ່ຍບັນລຸໄດ້ 86,7 ລ້ານ USD/ໂຄງການ, ສ່ວນຫຼາຍບັນດາໂຄງການນີ້ມາຈາກບັນດາກຸ່ມບໍລິສັດໃຫຍ່ຄື: ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ການາດາ, ໄທ, ສິງກະໂປ…ເຄື່ອນໄຫວຫຼາຍຂະແໜງຄື: ທ່າກ່ຳປັ່ນ, ການຂົນສົ່ງ, ເອເລັກໂຕນິກ...ນຳ ພ້ອມກັບເລື່ອງຍູ້ແຮງການສົ່ງເສີມ, ດຶງດູດບັນດານັກລົງທຶນທີ່ມີຄວາມສາມາດບົ່ມຊ້ອນເຂົ້າບັນດາຂົງເຂດ, ໃນໄລຍະທີ່ຜ່ານມາ, ແຂວງບ່າເຣ້ຍ - ຫວຸ້ງເຕົ່າເດັດດ່ຽວຖອນຄືນບັນດາໂຄງການທີ່ມີການຜັນຂະຫຍາຍຢ່າງຊັກຊ້າເພື່ອສ້າງເນື້ອທີ່ດິນໃຫ້ແກ່ບັນດານັກລົງທຶນທີ່ມີກຳລັງຄວາມສາມາດ. ນັບແຕ່ເວລາສ້າງວິທີການແກ້ໄຂບັນດາໂຄງການຜັນຂະຫຍາຍຢ່າງຊັກຊ້າໃນປີ 2014ມາຮອດປັດຈຸບັນ, ບ່າເຣ້ຍ - ຫວຸ້ງເຕົ່າໄດ້ຢຸດຕິການເຄື່ອນໄຫວຂອງ 142 ໂຄງການ (ໂຄງການໃນເຂດອຸດສາຫະກຳ 38 ໂຄງການ, ໂຄງການເຮືອນຢູ່, ເຂດຕົວເມືອງ 53 ໂຄງການແລະໂຄງການນອນຢູ່ນອກເຂດອຸດສາຫະກຳ 51 ໂຄງການ). ຕາມທ່ານຫງວຽນແທັ່ງລອງ, ຮອງປະທານຄະນະກຳມະການແຂວງບ່າເຣ້ຍ - ຫວຸ້ງເຕົ່າແລ້ວ, ວິວັດການຖອນຄືນບັນໂຄງການທີ່ມີການຜັນຂະຫຍາຍຢ່າງຊັກຊ້າໄດ້ຮັບການປະຕິບັດຢ່າງລະມັດລະວັງ, ຖືກຕາມການກຳນົດຂອງກົດໝາຍ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງແຂວງໄດ້ເຮັດວຽກກັບເຈົ້າຂອງການລົງທຶນຂອງແຕ່ລະໂຄງການທີ່ຜັນຂະຫຍາຍຢ່າງຊັກຊ້າເພື່ອຢັ້ງຢຶນໄດ້ເຫດຜົນ ແລະສະເໜີວິທີການແກ້ໄຂສຳລັບແຕ່ລະກໍລະນີ: ພາຍຫຼັງ ສ້າງ ຂໍ້ ຕົກ ລົງ ,  ທາງແຂວງ ໄດ້ ປະ ກາດ ໃຊ້ ຂໍ້ ກຳ ນົດ ກົດລະບຽບ ກ່ຽວ ກັບ ການ ແກ້ ໄຂ ບັນ ດາ ໂຄງ ການ ທີ່ ຜັນ ຂະ ຫ ຍາຍ ຢ່າງ ຊັກ ຊ້າ .  ການ ບໍ ລິ ຫານ ໂຄງ ການ ທີ່ ມີ ການ ຜັນ ຂະ ຫຍາຍ ຢ່າງ ຊັກ ຊ້າ ໄດ້ ປະ ຕິ ບັດ ຕາມ ຂໍ້ ກຳ ນົດ ,  ມີແບບມີແຜນ , ໂປ່ງ ໃສແລະເປີດ ເຜີຍ.  ທຸກ ໆຂໍ້ ມູນ ຂ່າ ວ ສານ ລ້ ວນ ແຕ່ ໄດ້ ເອົາ ລົງ ບັນ ດາ ເວັບ ໄຊ ຂໍ້ ມູນ ຂ່າ ວ ສານ ເອ ເລັກ ໂຕ ນິກ .
TAG
VOV/VOVworld/ບ່າ​ເຣ້ຍ​ - ຫ​ວຸ້ງ​ເຕົ່າ/FDI