ບ່າເຣ້ຍ - ຫວູງເຕົ່າ ສ້າງຄວາມບຸກທະລຸໃນການດຶງດູດການລົງທຶນ
16/10/2018 12:07
(VOVWORLD) -ດ້ວຍການສ້າງຍຸດທະສາດດຶງດູດການລົງທຶນໂດຍມີການຄັດເລືອກ, ໜູນຊ່ວຍນັກລົງທຶນ ດ້ວຍບັນດາວຽກງານລະອຽດ, ນຳຂໍ້ກຳນົດກ່ຽວກັບເວລາໃນການແກ້ໄຂລະບຽບການ, ເອກະສານລົງທຶນ ກາຍເປັນຂໍ້ກຳນົດບັງຄັບ... ແຂວງບ່າເຣ້ຍ-ຫວູງເຕົ່າ ພວມສ້າງພາບພົດກ່ຽວກັບເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນ ແລະ ຈະນໍາມາເຊິ່ງໝາກຜົນຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.

ໃນໄລຍະຜ່ານມາ, ເລື່ອງດຶງດູດນັກລົງທຶນຫຼັ່ງເຂົ້າມາລົງທຶນ ຢູ່ແຂວງບ່າເຣ້ຍຫວູງເຕົ່າ ໄດ້ປະກົດໃຫ້ເຫັນຂໍ້ຈຳກັດຫຼາຍຢ່າງ, ສົ່ງຜົນກະທົບບໍ່ໜ້ອຍເຖິງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ຄື ສະພາບການມົນລະພິດສິ່ງແວດລ້ອມຢູ່ບັນດາໂຄງການຕ່ຳແຜ່ນ-ຍ້ອມສີ ຫຼືບັນດາໂຄງການຜັນຂະຫຍາຍຢ່າງຊັກຊ້າ ຍັງແມ່ນບັນດາບັນຫາທີ່ແກ້ໄຂໄດ້ຍາກ, ເຊິ່ງທ້ອງຖິ່ນບໍ່ອາດແກ້ໄຂໃນທັນທີໄດ້. ໂດຍກຳນົດວ່າ ຈະບໍ່ເອົາເສດຖະກິດແລກເອົາມົນລະພິດສິ່ງແວດລ້ອມ, ແຂວງ ບ່າເຣ້ຍ-ຫວູງເຕົ່າ ໄດ້ ແລະ ກຳລັງ ປະຕິບັດວຽກງານການວາງແຜນຜັງ ແລະ ດຶງດູດນັກລົງທຶນເຂົ້າລົງທຶນໃນບໍລິເວນແຂວງ, ເລືອກເອົາຂົງເຂດທີ່ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃນການພັດທະນາ ແລະ ຮັບປະກັນໄດ້ຕາມຄວາມຮຽກຮ້ອງຕ້ອງການໃນການພັດທະນາແບບຍືນຍົງ. ຕາມນັ້ນແລ້ວ, ແຂວງ ບ່າເຣ້ຍ-ຫວູງເຕົ່າ ກໍ່ຢຶດໝັ້ນກັບເປົ້າໝາຍການລົງທຶນຢ່າງມີການຄັດເລືອກ, ດ້ວຍບັນດາໂຄງການມີເຕັກໂນໂລຢີທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ມີການແຜ່ຂະຫຍາຍ ແລະນຳໃຊ້ແຮງງານໜ້ອຍ. ຮອດປີ 2020, ແຂວງ ບ່າເຣ້ຍ-ຫວູງເຕົ່າສູ້ຊົນຈະດຶງດູດໂຄງການລົງທຶນຈາກຕ່າງປະເທດ ເຖິງ 80 ໂຄງການ, ດ້ວຍທຶນຈົດທະບຽນປະມານ 4 ຕື້ USD ແລະ 90 ໂຄງການລົງທຶນຈາກນັກລົງທຶນພາຍໃນປະເທດ ດ້ວຍທຶນຈົດທະບຽນປະມານ 100.000 ຕື້ດົ່ງ. ຕາມທ່ານ ເລຮວ່າງຫາຍ, ຫົວໜ້າພະແນກແຜນການ - ການລົງທຶນ ແຂວງ ບ່າເຣ້ຍ-ຫວູງເຕົາ ແລ້ວ, ເລື່ອງສ້າງມາດຖານດຶງດູດການລົງທຶນ ນັ້ນ, ທາງແຂວງພວມຄ່ອຍໆເປັນເຈົ້າການກວ່າໃນການສຳຜັດກັບບັນດານັກລົງທຶນທີ່ແຖວໜ້າ, ມີອິດທິພົນຊື່ສຽງ, ພ້ອມທັງຈຳກັດບັນດາຂົງເຂດ, ຂະແໜງ, ອາຊີບລົງທຶນທີ່ບໍ່ເໝາະສົມ. ເນື່ອງຈາກວ່າ ທັງຈຳນວນໂຄງການ ແລະ ຍອດທຶນຈົດທະບຽນລົງທຶນຖືກຫຼຸດໜ້ອຍຖອຍລົງເປັນເວລາຫຼາຍປີ, ປີ 2017, ແຂວງບ່າເຣ້ຍ-ຫວູງເຕົ່າ ໄດ້ຕ້ອນຮັບກະແສລົງທຶນໃໝ່່ ດ້ວຍເກືອບ 70 ໂຄງການ ທັງພາຍໃນ ແລະ ຕ່າງປະເທດ, ດ້ວຍຈຳນວນທຶນຈົດທະບຽນກວ່າ 1, 5 ຕື້ USD ແລະ 40.000 ຕື້ດົ່ງ, ເຊິ່ງທົບສອງເທົ່າເມື່ອທຽບໃສ່ ປີ 2016, ສ່ວນຫຼາຍບັນດາຂະແໜງ ແລະ ຂົງເຂດເສດຖະກິດ ລ້ວນແຕ່ເຕີບໂຕດີພໍສົມຄວນ, ທ່ານໃຫ້ຮູ້ວ່າ: “ເງິນລົງທຶນຂອງບັນດາວິສາຫະກິດພາຍໃນ ແລະ ຕ່າງປະເທດ ກວມເອົາກວ່າ 80% ຍອດເງິນລົງທຶນໃນບໍລິເວນແຂວງ. ການນຳແຂວງ ກໍກຳນົດນີ້ແມ່ນແຫຼ່ງກຳລັງຕົ້ນຕໍ ເພື່ອພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ວາງອອກບັນດາມາດຕະການເພື່ຶອດຶງດູດແຫຼ່ງກຳລັງດັ່ງກ່າວ. ພາຍໃນສອງປີຜ່ານມາ, ການນຳແຂວງ ໄດ້ວາງອອກຫຼາຍມາດຕະການ ເພື່ອສຸມໃສ່ຊີ້ນຳ ເພີ່ມທະວີວຽກງານການດຶງດູດນັກລົງທຶນ, ກະຕຸກຊຸກຍູ້ຄວາມຄືບໜ້າ ໃນການຜັນຂະຫຍາຍຂອງບັນດາໂຄງການ”. ດ້ວຍແຜນນະໂຍບາຍດຶງດູດນັກລົງທຶນຢ່າງມີການຄັດເລືອກນັ້ນ, ທາງແຂວງໄດ້ຕັ້ງໜ້າສ້າງກົນໄກຢ່າງສົມບູນແບບ, ລົບລ້າງບັນດາຮົ້ວກີດຂວາງທີ່ກໍ່ຄວາມຫຍຸ້ງຍາກໃຫ້ແກ່ນັກລົງທຶນ ຄື: ຫຼຸດເວລາອອກໃບອະນຸຍາດລົງທຶນ, ໃບອະນຸຍາດກໍ່ສ້າງລົງ, ຫຼຸດເວລາເຮັດລະບຽບການພາສີຜ່ານດ່ານກວດກາຕ່າງໆ; ພ້ອມທັງກໍ່ສ້າງກົງຈັກອຳນາດການປົກຄອງທີ່ໂປ່ງໃສ, ໃກ້ຊິດຕິດແທດກັບ ບັນດານັກລົງທຶນ... ຕາມທ່ານ ຫງວຽນວັນຈິ່ງ ປະທານຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ-ຫວູງເຕົ່າແລ້ວ, ໃນໄລຍະຈະມາເຖິງ, ທາງແຂວງ ຈະຕັດສິນໃຈປົກປັກຮັກສາສະພາບແວດລ້ອມແຫ່ງການລົງທຶນຕາມຮູບແບບຕັ້ງໜ້າ, ບໍ່ສົ່ງຜົນສະທ້ອນເຖິງຄຸນນະພາບຂອງການພັດທະນາແບບຍືນຍົງຂອງແຂວງ. ເປົ້າໝາຍສະເໝີຕົ້ນສະເໝີປາຍຂອງແຂວງ ແມ່ນພັດທະນາເສດຖະກິດ ແຕ່ບໍ່ປະໃຫ້ມີຜົນຮ້າຍຢ້ອນຫຼັງໃຫ້ແກ່ຄົນລຸ້ນຫຼັງ, ບໍ່ທຳລາຍສິ່ງແວດລ້ອມ, ບໍ່ເພີ່ມຈຳນວນພົນລະເມືອງເຂົ້າອອກເມືອງ, ບໍ່ເພີ່ມຂອບຂະໜາດຂອງຕົວເມືອງ, ບໍ່ເຮັດໃຫ້ບໍລິເວນແຂວງກາຍເປັນບ່ອນຖີ້ມສິ່ງເສດເຫຼືອຈາກອຸດສາຫະກຳ, ທ່ານກ່າວວ່າ: “ກຳລັງຄວາມສາມາດບົ່ມຊ້ອນຂອງແຂວງ ບ່າເຣ້ຍ-ຫວູງເຕົ່າ ແມ່ນຍັງຫຼາຍ, ປັດຈຸບັນ, ທາງແຂວງບໍ່ຖືເບົາ ເຊິ່ງປະຕິບັດຕາມຈິດໃຈ ເຮັດຊ້າແຕ່ໝັ້ນທ່ຽງ. ໄລຍະຈະມາເຖິງ, ບັນດາໂຄງການລົງທຶນບໍ່ຕ້ອງຜ່ານຄະນະກຳມະການແຂວງແລ້ວ, ພຽງແຕ່ຜ່ານຄະນະຄຸ້ມຄອງເຂດອຸດສາຫະກຳ ເຊິ່ງເປັນພາກສ່ວນຮັບຜິດຊອບທັງໝົດ ເທົ່ານັ້ນ. ທາງແຂວງໄດ້ມອບສິດໃຫ້ຄະນະຄຸ້ມຄອງເຂດອຸດສາຫະກຳເປັນພາກສ່ວນຕັດສິນ”.
TAG
VOV/VOVworld/ບ່າເຣ້ຍ-ຫວູງເຕົ່າ/ບຸກທະລຸ/ການລົງທຶນ




.jpg)



