ບົດບາດຂອງວິສາຫະກິດໃຫຍ່ໃນການ Startup
12/02/2019 03:24
(VOVWORLD) - ໃນສອງສາມປີມໍ່ໆມານີ້ Startup ໄດ້ກາຍເປັນຂະບວນການທີ່ຟົດຟື້ນຢູ່ຫລາຍປະເທດ.ຂະບວນການນີ້ ກໍ່ໄດ້ພັດທະນາຢ່າງແຮງຢູ່ຫວຽດນາມແລະໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກລັດຖະບານ. ພ້ອມກັບເລືື່ອງສ້າງເງື່ອນໄຂກ່ຽວກັບນະໂຍບາຍຂອງລັດຖະບານ, ບົດບາດຂອງບັນດາວິສາຫະກິດໃຫຍ່ ຫນູນຊ່ວຍວິສາຫະກິດStartupແມ່ນມີຄວາມສຳຄັນທີ່ສຸດ. ບັນດາວິສາຫະກິດໃຫຍ່ຫນູນຊ່ວຍວິສາຫະກິດStartupກ່ຽວກັບດ້ານທຶນຮອນ, ເຕັກໂນໂລຊີ, ຫລັງຈາກນັ້ນແມ່ນເຊື່ອມຕໍ່ລະບົບການຜະລິດແລະພ້ອມກັນບືນຕົວຂຶ້ນອອກສູ່ຕະຫລາດ.

ຢູ່ ນະຄອນໂຮ່ຈິມີນໄດ້ກໍ່ສ້າງສູນໝູນໃຊ້ຄວາມກ້າວຫນ້າຂອງວິທະຍາສາດແລະເຕັກໂນໂລຊີ (SIHUB) ເປັນບ່ອນເຕົ້າໂຮມຂອງວິສາຫະກິດStartupແລະປະຕິບັດການພົວພັນແລກປ່ຽນຮ່ວມສຳພັນກັນ. ມີວິສາຫະກິດ Startup ຫລາຍແຫ່ງບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ, ຜະລິດຕະພັນຂອງວິສາຫະກິດ Startup ໄດ້ນຳໄປຂາຍຢູ່ຕາມຕະຫລາດ, ເຂົ້າຮ່ວມລະບົບການຜະລິດຂອງວິສາຫະກິດໃຫຍ່ ພ້ອມທັງດຶງດູດໄດ້ເງິນລົງທຶນຢູ່ພາຍໃນແລະຕ່າງປະເທດນໍາອີກ. ເຖິງຢ່າງໃດກໍຕາມ, ມີຫລາຍປັດໄຈໃນເຂດ Startup ໄດ້ຮັບການຕີລາຄາວ່າ ຍັງບໍ່ທັນມີການຮ່ວມສຳພັນຢ່າງແຫນ້ນແຟ້ນ, ຍັງບໍ່ທັນພັດທະນາຢ່າງປອດໃສເມື່ອບັນດາວິສາຫະກິດStartupຍັງອີງໃສ່ວິສາຫະກິດໃຫຍ່ຫຼາຍກວ່າ ແລະ ກົງກັນຂ້າມວິສາຫະກິດໃຫຍ່ຍັງບໍ່ທັນມີຄວາມເຊື່ອໝັ້ນຕໍ່ວິສາຫະກິດ Startup. ທ່ານເຈີ່ນແອງຕວນ ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຊີ ຊາວບັກເດົາ ລົງທຶນໃຫ້ 5 ໂຄງການ Startup ໃນປີ 2018 ຖືວ່າ:ວິສາຫະກິດ Startup ເມື່ອເຂົ້າຮ່ວມການດຳເນີນທຸລະກິດແມ່ນ ຕອ້ງການຫລາຍປັດໄຈ, ທຳອິດແມ່ນດ້ານທຶນຮອນ, ເຕັກໂນໂລຊີ ຫຼັງຈາກນັ້ນແມ່ນການບໍລິຫານ, ການເຂົ້າຮ່ວມລະບົບການຜະລິດ, ການຕະຫລາດ. ໃນ 10 ປັດໄຈພື້ນຖານຂອງ Startup ນັ້ນ, ບັນດາວິສາຫະກິດ Startup ຢູ່ຫວຽດນາມ ແມ່ນເຄີຍມີພຽງ 1-2 ປັດໄຈ ເທົ່ານັ້ນ. ແຕ່ກໍ່ມີວິສາຫະກິດ Startup ຫລາຍແຫ່ງທັງຊອກຫາການຫນູນຊ່ວຍວິສາຫະກິດໃຫຍ່ ທັງຢ້ານວ່າຖືກຄອບງຳ.ທ່ານເຈີ່ນແອງຕວັນ ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຊີ ຊາວບັກເດົາ ຖືວ່າ: “ເມື່ອມາຫາວິສາຫະກິດໃຫຍ່ ບັນດາວິສາຫະກິດ Startup ຈະຊອກໄດ້ຜູ້ໃຫ້ຄຳປຶກສາ, ນັກລົງທຶນ, ຊອກໄດ້ການຫນູນຊ່ວຍດ້ານການເງິນ. ເມື່ອຮ່ວມສໍາພັນກັບວິສາຫະກິດໃຫຍ່, ວິສາຫະກິດ Startup ຈະມີຕະຫຼາດເພື່ອຈຳຫນ່າຍສິນຄ້າ”
TAG
VOV/VOVworld/ວິສາຫະກິດ Startup/ວິສາຫະກິດໃຫຍ່/ສູນ Silicon




.jpg)



