VOV WorldVOV World
ດ່າໜັງເພີ່ມທະວີການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລ
04/09/2018 12:06
(VOVWORLD) -ເພື່ອແນໃສ່ຮັບປະກັນການກວດກາ, ຄວບຄຸມ, ກວດສອບ, ການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລທີ່ໄດ້ຂຸດຄົ້ນມາ ຢ່າງຄົບຖ້ວນ ແລະໂປ່ງໃສ, ຄະນະກໍາມະການປະຊາຊົນ ນະຄອນດາໜັງ ຫາກໍອະນຸມັດຜ່ານແຜນການກວດສອບ,ກວດກາ, ຄວບຄຸມອາຊີບຫາປາໃນບໍລິເວນນະຄອນ.ແຜນການດັ່ງກ່າວກໍ່ໄດ້ແຈ້ງໃຫ້ບັນດາວິສາຫະກິດ, ຊາວປະມົງ ຮັບຊາບ ກ່ຽວກັບບັນດາຂໍ້ກໍານົດ,ວີທີການສໍາຜັດຕີລາຄາຄວາມສ່ຽງ, ບັນດາມາດຕະຖານກວດກາ ເພື່ອຮັບປະກັນປະຕິບັດການຄວບຄຸມ,ສະກັດກັ້ນບັນດາການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ມີການລາຍງານແລະບໍ່ໄດ້ຮັບການຄຸ້ມຄອງ (ເອີ້ນຫຍໍ້ວ່າ IUU) ຕາມການແນະນໍາຂອງຄະນະກໍາມະການເອີຣົບ (EC).
ດ່າໜັງເພີ່ມທະວີການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລ
ເກືອບ 3 ເດືອນມໍ່ໆມານີ້, ອ້າຍຟ້າມຫຼຽວ ເຊິ່ງເປັນຊາວປະມົງຢູ່ຕາແສງນ້າຍຮຽນດົງ,ເມືອງເຊີນຈ່າ, ແຂວງດ່າໜັງ ຂອງຫວຽດນາມ ຄ່ອຍໆລື້ງກັບການແຈ້ງຕົ້ນກໍາເນີດ ຂອງສິນໃນນໍ້າ, ສິນທະເລ ເມື່ອເຂົ້າທຽບທ່າ ທໍ້ກວາງ. ອ້າຍ ຫຼຽວ ໃຫ້ຮູ້ວ່າ: ການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລ ແມ່ນມີຄວາມຈໍາເປັນ, ເພາະວ່າອີຢູ ເຄັ່ງຄັດກັບວິສາຫະກິດກວ່າ ແມ່ນວິສາຫະກິດຈະຕ້ອງເຄັ່ງຄັດກັບຊາວປະມົງ. ຖ້າຫາກວ່າ ຊາວປະມົງໄປຫາປາ ເຊິ່ງບໍ່ໄດ້ບັນທຶກລາຍລະອຽດບັນດາການເຄື່ອນໄຫວຂຸດຄົ້ນຂອງຕົນ, ບັນດາອົງການເຈົ້າໜ້າທີ່ກໍຈະບໍ່ຍອມຮັບ ແລະວິສາຫະກິດຈະບໍ່ເກັບຊື້ປະລິມານສິນໃນນໍ້ານັ້ນ. ດັ່ງນັ້ນ,ຕ້ອງມີການຮ່ວມສໍາພັນນໍາກັນລະຫວ່າງຊາວປະມົງ, ອໍານາດການປົກຄອງ ແລະ ວິສາຫະກິດ ເພື່ອໃຫ້ຜະລິດຕະພັນສິນໃນນໍ້າເມື່ອໄດ້ຂຸດຄົ້ນມາ ມີມູນຄ່າເສດຖະກິດສູງ. ອ້າຍ ຟ້າມຫຼຽວແບ່ງປັນວ່າ:         “ຄະນະຄຸ້ມຄອງປະຈໍາການຢູ່ທ່າເຮືອເປັນປະຈໍາ. ເຮົາເຮັດຫຍັງ ກໍ່ຕ້ອງມີບັດຂອງທ່າເຮືອ. ຫຼັງຈາກນັ້ນ, ຄະນະຄຸ້ມຄອງເຮືອທໍ້ກວາງ ຈະລົງໄປກວດກາ. ການກະທໍາດັ່ງກ່າວແມ່ນດີຫຼາຍ, ເຮົາສາມາດກວດກາໄດ້ຄຸນນະພາບຂອງສິນໃນນໍ້າຂອງທ້ອງຖິ່ນ ແລະ ຍົກສູງມູນຄ່າຂອງຜະລິດຕະພັນສິນໃນນໍ້າຂຶ້ນ”.         ຕາມເຈົ້າຂອງກໍ່າປັ່ນຫຼາຍທ່ານແລ້ວ, ການແຈ້ງຕົ້ນກໍາເນີດ ຂອງສິນໃນນໍ້າຂຸດຄົ້ນນັ້ນ ເສຍເວລາພຽງໜ້ອຍໜຶ່ງ ແຕ່ນໍາມາເຊິ່ງຜົນປະໂຫຍດຫຼາຍກວ່າ, ເມື່ອຮູ້ຕົ້ນກໍາເນີດ ຂອງສິນໃນນໍ້າຢ່າງຈະແຈ້ງແລ້ວ, ມູນຄ່າຂອງສິນໃນນໍ້າກໍຈະສູງຂຶ້ນ. ດັ່ງນັ້ນ, ສໍາລັບອ້າຍຫງວຽນເຮົ້າ ຊາວປະມົງຢູ່ເມືອງເຊີນຈ່າ,ນະຄອນດ່າໜັງແລ້ວ, ເວລາອອກໄປຫາປາ, ນອກຈາກບັນດາວັດຖຸອຸປະກອນ ເຄື່ອງໃຊ້ ແລະ ອາຫານທີ່ຈໍາເປັນແລ້ວ, ອ້າຍກໍບໍ່ລືມຖືປື້ມຂຽນ ແລະ ບິກ ໄປນໍາ ເພື່ອບັນທຶກປະຈໍາວັນການເຄື່ອນໄຫວການຂຸດຄົ້ນສິນໃນນໍ້າ. ຕາມອ້າຍ ເຮົ້າແລ້ວ,ເມື່ອຊາວປະມົງປະຕິບັດຖືກຕ້ອງຕາມຂໍ້ກໍານົດ, ສິນໃນນໍ້າຂາຍອອກດ້ວຍມູນຄ່າສູງກວ່າ ແລະ ລາຍຮັບຂອງຊາວປະມົງກໍຈະສູງກວ່າເຊັ່ນກັນ.
TAG
VOV/VOVworld/ແຈ້ງຕົ້ນກໍາເນີດ/ຫາປາ/ດ່າໜັງ/ສິນທະເລ