VOV WorldVOV World
ແຂວງເບ໋ນແຈ ນໍາໜ້າໃນໂຄງການ Start up
11/09/2018 10:55
(VOVWORLD) -ການເຄື່ອນໄຫວຜະລິດດໍາເນີນທຸລະກິດຢູ່ແຂວງ ເບ໋ນແຈ ຂອງຫວຽດນາມ ໃນປັດຈຸບັນ ພັດທະນາຢ່າງແຮງ, ຜ່ານໂຄງການ ດົງເຂີຍ - start up ແລະ ພັດທະນາວິສາຫະກິດ ໂດຍອໍານາດການປົກຄອງແຂວງປຸກລະດົມ. ຈາກໂຄງການດັ່ງກ່າວ, ໄດ້ສ້າງກໍາລັງໜູນຊຸກຍູ້ການເຄື່ອນໄຫວ start up ຢູ່ດິນແດນແຫ່ງໝາກພ້າວ ໃຫ້ນັບມື້ນັບມີຄວາມແທດຈິງ ແລະ ບັນລຸປະສິດທິຜົນສູງ. ບົດຂຽນຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.
ແຂວງເບ໋ນແຈ ນໍາໜ້າໃນໂຄງການ Start up
ຜ່ານໄລຍະປະຕິບັດມາເປັນເວລາ 02 ປີ, ໂຄງການ “ດົງເຂີຍ - start up ແລະ ພັດທະນາວິສາຫະກິດ”   ດ້ວຍຫຼາຍໂຄງການ, ການປະຕິບັດຕົວຈິງ, ແຂວງເບ໋ນແຈ ໄດ້ສ້າງຕັ້ງວິສາຫະກິດໃໝ່ເກືອບ 900 ແຫ່ງ, ຊ່ວຍເຫຼືອທຶນຮອນ, ເຕັກນິກ, ສ້າງວຽກເຮັດງານທໍາຊ່ວຍໃຫ້ກວ່າ  4.100 ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ; ຫຼຸດຜ່ອນຈໍານວນຄອບຄົວທຸກຍາກລົງ 1,5 % ຕໍ່ປີ. ແຂວງ ເບ໋ນແຈ ຍັງປຸກລະດົມ 11.800 ຄອບຄົວເຂົ້າຮ່ວມ ແຜນຮ່າງສ້າງການທໍາມາຫາກິນຫຼາຍຮູບຫຼາຍແບບ, ຫຼຸດພົ້ນອອກຈາກຄວາມທຸກຍາກແບບຖາວອນໃນໄລຍະ 2016 – 2020; ພ້ອມທັງໄດ້ເປີດຕົວ “ສະໂມສອນວິສາຫະກິດນໍາໜ້າ; ສະໂມສອນຊາວກະສິກອນເປັນເສດຖີ”, ສະຫະກອນການບໍລິການຜະລິດຕະພັນກະເສດປອດສານພິດເບ໋ນແຈ.         ເພື່ອປະຕິບັດໂຄງການດັ່ງກ່າວໃຫ້ເປັນຢ່າງດີນັ້ນ,ແຂວງເບ໋ນເຈ ໄດ້ລະດົມທັງລະບົບອໍານາດການປົກຄອງແຂວງ ລວມໄປເຖິງຮາກຖານເຂົ້າຮ່ວມ; ໃນນັ້ນ, ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາ, ຈັດກອງປະຊຸມສໍາມະນາ, ຝຶກອົບຮົມ;ຜັນຂະຫຍາຍບັນດາໂຄງການ start up. ແຂວງ ເບ໋ນແຈ ໄດ້ສ້າງ 774 ໂຄງການ ເພື່ອໜູນຊ່ວຍທຶນຮອນ ໂດຍລວມມູນຄ່່າໜູນຊ່ວຍ ໂຄງການ start up ຫຼາຍກວ່າ 800 ຕື້ດົງ. ຈາກໂຄງການ “ດົງເຂີຍ - start up” ໄດ້ປະກົດເຫັນຫຼາຍຮູບແບບ, ວິສາຫະກິດຜະລິດ, ດໍາເນີນທຸລະກິດໃໝ່ ແລະ ມີແງ່ຫວັງພັດທະນາ. ເປັນຕົ້ນແມ່ນກໍລະນີ “ start up” ຂອງອ້າຍ ຮີ່ງແທງເຕີມ, ຊາວໜຸ່ມຢູ່ເທດສະບານ ເຈົາແທ່ງ,ເມືອງເຈົາແທ່ງ. ປີ 2016, ອ້າຍ ຮີ່ງແທງເຕີມ ໄດ້ຮັບເງິນໜູນຊ່ວຍຈາກແຂວງ ເບ໋ນແຈ ຈໍານວນ 50 ລ້ານດົງ ເພື່ອປະຕິບັດ ໂຄງການ start up “ໝາກພ້າວ ຟຸກຸຍ - ເບ໋ນແຈ”. ຜ່ານໄລຍະເວລາຄົ້ນຄວ້າ, ຊອກຄົ້ນ, ໝູນໃຊ້ເຕັກນິກເຂົ້າໃນການຜະລິດ, ອ້າຍເຕີມ ໄດ້ ປະຕິບັດສໍາເລັດໂຄງການດັ່ງກ່າວ. ປັດຈຸບັນ, ອ້າຍ ຮີ່ງແທງເຕີມ ໄດ້ສ້າງຕັ້ງວິສາຫະກິດຜະລິດໝາກໄມ້ເປັນຮູບ ແລະ ແກະສະຫຼັັກຕົວໜັງສືຮູບຕ່າງໆໃສ່ໝາກໄມ້, ອັນໄດ້ນໍາມາເຊິ່ງມູນຄ່າສູງ. ສໍາລັບການສະຫຼັກຕົວໜັງສື, ໝາກໄມ້ເປັນຮູບ, ອ້າຍ ຮີ່ງແທງເຕີມ ແບ່ງປັນວ່າ:         “ປັດໄຈເພື່ອບັນລຸຜົນສໍາເລັດ ແມ່ນດ້ານເຕັກນິກເພື່ອເຮັດອອກເປັນຮູບໝາກນໍ້າເຕົ້າທີ່ສະເໝີກັນ. ທີ່ສອງແມ່ນ ປັດໄຈດິນຟ້າອາກາດ, ຖ້າຫາກດິນຟ້າອາກາດອໍານວຍຄວາມສະດວກ ແລະ ໝາກພ້າວໄດ້ຮັບການບົວລະບັດເປັນຢ່າງດີ ແມ່ນໃຫ້ຮູບຊົງງາມ, ສະເໝີກັນ. ປັດຈຸບັນ, ຂ້າພະເຈົ້າພວມຮ່ວມມືກັບເຈົ້າຂອງສວນຫຼາຍຄົນ ເພື່ອພ້ອມກັນຜະລິດອອກບັນດາຜະລິດຕະພັນ ເພື່ອສະໜອງແກ່ຕະຫຼາດ. ໃນຊຸມປີຈະມາເຖິງ, ສິນຄ້າພຽງພໍ, ເຮົາສາມາດຜະລິດໄດ້ຫຼາຍ ອາດຈະສົ່ງອອກໄປຕ່າງປະເທດ. ເພາະວ່າປີນີ້, ກໍມີຫຼາຍຄົນມາຈ່ອງຊື້ເພື່ອເປັນຂອງຂວັນຝາກໄປຕ່າງປະເທດ”.
TAG
VOV/VOVworld/ເບ໋ນແຈ/ໝາກພ້າວ/ສະຫຼັກຕົວໜັງສື/startup