VOV WorldVOV World
ເພີ່ມ​ທະ​ວີ​ມາດ​ຕະ​ການ​ປຸງ​ແຕ່ງໝາກ​ໄມ້​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ
07/04/2020 02:45
(VOVWORLD)- ໂລກລະບາດ Covid-19 ສົ່ງຜົນກະທົບເຖິງການພົວພັນຄ້າຂາຍສິນຄ້າລະຫວ່າງຫວຽດນາມ ກັບບັນດາຕະຫລາດນຳເຂົ້າຜະລິດຕະພັນກະເສດ ເປັນຕົ້ນແມ່ນຕະຫລາດຈີນ, ອັນໄດ້ກໍ່ຄວາມຫຍຸ້ງຍາກຫລາຍຢ່າງສຳລັບວິສາຫະກິດສົ່ງອອກຜະລິດຕະພັນກະເສດຂອງຫວຽດນາມ. ເຖິງຢ່າງໃດກໍຕາມ ດ້ວຍການປະດິດຄິດສ້າງຂອງຕົນ, ມີວິສາຫະກິດຫວຽດນາມ ຫລາຍແຫ່ງ ຊອກໄດ້ທິດກ້າວເດີນໃຫມ່, ວິທີເຮັດໃຫມ່ ເພື່ອຈຳຫນ່າຍບັນດາຜະລິດຕະພັນ ຈາກນັ້ນ ຊອກທິດພັດທະນາແບບຍືນຍົງໃຫ້ແກ່ວິສາຫະກິດ.
ເພີ່ມ​ທະ​ວີ​ມາດ​ຕະ​ການ​ປຸງ​ແຕ່ງໝາກ​ໄມ້​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການ​ຈຳ​ຫ​ນ່າຍ​ຜະ​ລິດ​ຕະ​ພັນ​ກະ​ເສດ
  ນັບແຕ່ເມື່ອເກີດໂລກລະບາດ, ຊາຍແດນຫວຽດນາມ ແລະ ຈີນ ອັດປະຕູຊົ່ວຄາວ, ໝາກໄມ້ ສອງຊະນິດ ນັ້ນແມ່ນ ໝາກມັງກອນ ແລະ ໝາກໂມ ບໍ່ສົ່ງອອກໄປຍັງຕະຫລາດຈີນໄດ້. ນັກທຸລະກິດ ກາວຊຽວລຶກ (ຜູ້ມີຊື່ສຽງໃນການປຸງແຕ່ງເຂົ້າຈີ່) ພ້ອມກັບບໍລິສັດ ອາຫານ ຢູຍແອ ຈຳກັດ ຢູ່ ເມືອງ ກູ໋ຈີ ນະຄອນ ໂຮ່ຈິມີນ ໄດ້ຄົ້ນຄວ້າ ແລະ ປຸງແຕ່ງເຂົ້າຈີ່ມັງກອນ ຫລື ເຂົ້າປຸ້ນ, ເຂົ້າໂຄບ ຈາກໝາກມັງກອນ, ໝາກໂມ. ຜະລິດຕະພັນນີ້ໄດ້ຮັບການນິຍົມຈາກລູກຄ້າຫລາຍຄົນ ແລະ ກໍ່ແມ່ນຕົວຢ່າງຫນຶ່ງແຫ່ງການປະດິດຄິດສ້າງໃນການປຸງແຕ່ງຜະລິດຕະພັນກະເສດຂອງວິສາຫະກິດຫວຽດນາມ. ອ້າຍເລຢູຍຕວານ ຜູ້ອຳນວຍການ ບໍລິສັດຄົ້ນຄວ້າ ແລະ ພັດທະນາ ບໍລິສັດ ອາຫານ ຢູຍແອ ຈຳກັດ ໃຫ້ຮູ້ວ່າ: “ທ່າແຮງຂອງບໍລິສັດ ແມ່ນຜະລິດຕະພັນເຮັດຈາກເຂົ້າສານ ແລະ ສົ່ງອອກ. ມາບັດນີ້ມີຜະລິດຕະພັນໃຫມ່ ນັ້ນແມ່ນນຳເອົາໝາກໄມ້ເຂົ້າໃນການປຸງແຕ່ງ ສ້າງເປັນຜະລິດຕະພັນໃຫມ່ ແຕ່ຍັງຄົງຮັກສາໄດ້ລົດຊາດຂອງໝາກໄມ້ ແລະ ເຂົ້າສານ. ຜູ້ອຸປະໂພກມີຫລາຍແນວເພື່ອເລືອກເຟັ້ນ.”
TAG
VOV/VOVworld/ເຂົ້າຈີ່ມັງກອນ/ປຸງແຕ່ງ/ສະຫະກອນ