VOV WorldVOV World
ຫວຽດ​ນາມ​ວາງ​ເປົ້າ​ໝາຍ​ຍົກ​ລະ​ດັບ ແລະ ມີ​ການຫັນ​ປ່ຽນຫຼາຍກວ່າ​​ໃນ​ລະ​ບົບ​ຮ່ວມ​ສຳ​ພັນ​ທົ່ວ​ໂລກ
22/01/2019 07:00
(VOVWORLD) -ເຖິງວ່າຫວຽດນາມ ຈະບັນລຸໄດ້ບັນດາຜົນງານເບື້ອງຕົ້ນ ໃນລະບົບສະໜອງທົ່ວໂລກກໍຕາມ, ແຕ່ຍັງມີວິສາຫະກິດຫວຽດນາມຫຼາຍແຫ່ງ ທີ່ເຂົ້າຮ່ວມລະບົບມູນຄ່າທົ່ວໂລກໃໝ່ ພຽງແຕ່ຢູ່ໃນຂັ້ນຕອນງ່າຍດາຍ ຄືຕິດຕັ້ງປະກອບ, ຫຸ້ມຫໍ່ຜະລິດຕະພັນ.
ຫວຽດ​ນາມ​ວາງ​ເປົ້າ​ໝາຍ​ຍົກ​ລະ​ດັບ ແລະ ມີ​ການຫັນ​ປ່ຽນຫຼາຍກວ່າ​​ໃນ​ລະ​ບົບ​ຮ່ວມ​ສຳ​ພັນ​ທົ່ວ​ໂລກ
ການຄ້າໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ. ການບືນຕົວຂຶ້ນຂອງລັດທິອາລັກຂາດ້ານການຄ້າ, ສົງຄາມການຄ້າ, ອັນໄດ້ນາບຂູ່ທັງລະບອບນະໂຍບາຍການຄ້າຫຼາຍຝ່າຍ ແລະ ສອງຝ່າຍ. ເຖິງຢ່າງໃດກໍຕາມ ຫວຽດນາມ ຍາມໃດກໍມີທັດສະນະຖືການຄ້າເສລີເປັນສໍາຄັນຢ່າງສະເໝີຕົ້ນສະເໝີປາຍ ແລະ ຮັບຮູ້ບັນດາກາລະໂອກາດຮ່ວມມືທີ່ເປີດກວ້າງຢ່າງຈະແຈ້ງ. ທັງລັດຖະບານ ແລະ ວິສາຫະກິດຫວຽດນາມ ລ້ວນແຕ່ພວມມານະພະຍາຍາມກຳແໜ້ນກາລະໂອກາດການເຊື່ອມໂຍງ, ເປີດປະຕູ, ວາງເປົ້າໝາຍເຂົ້າຮ່ວມລະບົບຮ່ວມສຳພັນ, ສະໜອງຜະລິດຕະພັນທົ່ວໂລກ ສູງກວ່າອີກ.         ໃນໄລຍະ 30 ປີ ຫວຽດນາມ ປະຕິບັດນະໂຍບາຍປ່ຽນແປງໃໝ່ ກໍແມ່ນເວລາຫວຽດນາມ ປະຕິບັດນະໂຍບາຍເປີດປະຕູ ແລະ ເຊື່ອມໂຍງ. ບັນດາຜົນງານຂອງຫວຽດນາມ ລ້ວນແຕ່ຕິດພັນກັບການປະຕິຮູບຕາມທິດຫັນເປັນເສລີ ແລະ ເປີດປະຕູ. ເຖິງຢ່າງໃດກໍຕາມ ບາງໄລຍະຍັງປະສົບກັບສິ່ງທ້າທາຍ ກໍຕາມ, ແຕ່ເບິ່ງລວມແລ້ວ ການເປີດເປີດປະຕູໄດ້ນຳມາເຊິ່ງຜົນປະໂຫຍດດ້ານການຄ້າອັນໃຫຍ່ຫຼວງໃຫ້ແກ່ຫວຽດນາມ.         ມາຮອດປັດຈຸບັນ, ຫວຽດນາມ ໄດ້ເຂົ້າຮ່ວມເຂົ້ານຫຼາຍລະບົບມູນຄ່າທົ່ວໂລກ ຕາມວົງກວ້າງພໍສົມຄວນ ແຕ່ຍັງມີຫຼາຍວຽກຕ້ອງເຮັດ. ຕາມການສະຖິຕິແລ້ວ, ມີພຽງ 21% ຈໍານວນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງຫວຽດນາມ ເຂົ້າຮ່ວມມືລະບົບມູນຄ່າທົ່ວໂລກ, ຕ່ຳກວ່າຫຼາຍ ເມື່ອທຽບໃສ່ອັດຕາສ່ວນ 46% ຂອງບັນດາປະເທດໃນພາກພື້ນ ອາຊຽນ. ອັດຕາມູນຄ່າເພີ່ມຂອງຫວຽດນາມໃນລະບົບສະໜອງຂອງໂລກ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະ ຄາດໝາຍທີ່ຫວຽດນາມ ວາງອອກ.
TAG
VOV/VOVworld/ຮ່ວມ​ສຳ​ພັນ​/ດີຈີຕອນ/ຫຸ້ມຫໍ່