ຫວຽດນາມ ມານະພະຍາຍາມສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ
04/12/2018 12:29
(VOVWORLD) -ພາຍຫລັງ 1 ປີ ນັບແຕ່ເມື່ອຄະນະກຳມະການເອີລົບ (EC) ອອກຄຳກ່າວເຕືອນ (ບັດເຫລືອງ) ສຳລັບຫວຽດນາມ ກ່ຽວກັບບັນດາການເຄື່ອນໄຫວຫາປາຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ໄດ້ຮັບການຄຸ້ມຄອງ (IUU), ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງເພື່ອສ້າງ ແລະ ພັດທະນາອາຊີບຫາປາແບບຍືນຍົງ. ພ້ອມທັງຮັບປະກັນບັນດາຫລັກການ, ຄວາມຮຽກຮ້ອງຕ້ອງການໃນການຫາປາ, ສິນໃນນ້ຳ ເພື່ອໃຫ້ EC ຖອນບັດເຫລືອງສຳລັບ ຫວຽດນາມ ໂດຍໄວ.

ນັບແຕ່ເດືອນ ຕຸລາ ປີ 2017, ຫວຽດນາມ ຖືກ ສະຫະພາບເອີລົບ (ອີຢູ) ອອກບັດເຫລືອງ ສຳລັບສິນທະເລສົ່ງອອກ. ຮອດເດືອນມິຖຸນາປີນີ້, ອີຢູ ສືບຕໍ່ແກ່ຍາວຄຳກ່າວເຕືອນດ້ວຍບັດເຫລືອງສຳລັບສິນທະເລສົ່ງອອກຂອງຫວຽດນາມໄປຍັງ ອີຢູ, ແທນທີ່ຖອນຄືນບັດເຫລືອງແຕ່ເດືອນມິຖຸນາ ຄືຄວາມມຸ່ງຫວັງຈາກຝ່າຍຫວຽດນາມ. ອີຢູ ກໍ່ໄດ້ສົ່ງຄະນະປະຕິບັດງານລວມມີສະມາຊິກລັດຖະສະພາ 7 ຄົນ ເພື່ອແນໃສ່ກວດກາການເຄື່ອນໄຫວຫາປາຢູ່ຫວຽດນາມ. ຜ່ານການເຮັດວຽກ ແລະ ກວດກາຕົວຈິງເປັນຫລາຍຄັ້ງ, ຄະນະປະຕິບັດງານ ອີຢູ ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ແລະ ຢືນຢັນວ່າ ບັນດາຄຳສະເຫນີແນະຂອງ EC ແມ່ນຄວາມຮັບຜິດຊອບຂອງທັງສອງຝ່າຍ ພ້ອມກັນສ້າງເປົ້າໝາຍພັດທະນາອາຊີບຫາປາແບບຍືນຍົງ. ອີຢູ ສະເຫນີ ຫວຽດນາມ ປະຕິບັດເລື່ອງແຈ້ງຕົ້ນກຳເນີດສິນທະເລສົ່ງອອກໃຫ້ດີກວ່າ, ຄຸ້ມຄອງຂອບເຂດກຳປັ່ນຫາປາຢູ່ບາງເຂດທະເລ, ປະກອບລະບົບຕິດຕາມກວດກາໃຫ້ບັນດາກຳປັ່ນຫາປາ ແລະ ສ້າງລະບອບລະບຽບການປັບໄຫມບັນດາກຳປັ່ນຫາປາຫລືສິນທະເລລະເມີດການກຳນົດ. ເລື່ອງ ອີຢູ ກ່າວເຕືອນດ້ວຍການອອກບັດເຫລືອງສຳລັບສິນທະເລສົ່ງອອກຂອງຫວຽດນາມ ເຖິງວ່າ ຍັງບໍ່ທັນປະເມີນຜົນເສຍຫາຍໄດ້ກໍ່ຕາມ ແຕ່ການສົ່ງອອກສິນທະເລຈາກຫວຽດນາມ ໄປຍັງ ອີຢູ ຖືກຜົນສະທ້ອນຢ່າງຫນັກຫນ່ວງ ຍ້ອນ 100% ງວດສິນຄ້າສົ່ງອອກຕ້ອງສົ່ງກັບຄືນມາສາງ ຍ້ອນ ຝ່າຍ ອີຢູ ກຳນົດວ່າຕ້ອງກວດກາກ່ອນທີ່ຈະສົ່ງໄປຂາຍຢູ່ທ້ອງຕະຫລາດ, ສະນັ້ນ ລາຍຈ່າຍແມ່ນເພີ່ມຂຶ້ນສູງ. ທ່ານ ຫງວຽນຊວນເກື່ອງ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: “ຄຳກ່າວເຕືອນຈາກ EC ກໍ່ຢາກໃຫ້ບັນດາປະເທດຢາກສົ່ງອອກສິນໃນນ້ຳໄປຍັງ ອີຢູ ຕ້ອງປະຕິບັດຕາມບັນດາຂໍ້ກຳນົດຂອງ ອີຢູ. ຖ້າຫາກບໍ່ປະຕິບັດຕາມ, ຜ່ານການອອກບັດເຫລືອງ ຈະຮອດຂັ້ນຕອນອອກບັດແດງ ໝາຍຄວາມວ່າຈະຫ້າມບໍ່ໃຫ້ສົ່ງອອກສິນໃນນ້ຳອີກ. ຫວຽດນາມ ຖື 9 ເນື້ອໃນສະເຫນີແນະຂອງ ອີຢູ ກໍ່ເໝາະສົມກັບທັດສະນະຂອງຫວຽດນາມ ເພາະວ່າ ພວກເຮົາ ຈະດັດປັບອາຊີບຫາປາຂອງປະຊາຊົນ 1 ລ້ານຄົນ, ກຳປັ່ນຫາປາ109 ລຳ ຄືນໃຫມ່ ຍ້ອນການຫາປາແບບຊະຊາຍ.”
TAG
VOV/VOVworld/ບັດເຫຼືອງ/ອາຊີບຫາປາ/ຍົກເລີກບັດເຫລືອງ




.jpg)



