ການພັດທະນາໄຟຟ້າຈາກພະລັງແຮງລົມ ຢູ່ ບາກລຽວ ແລະ ຄວາມສາມາດບົ່ມຊ້ອນດ້ານໄຟຟ້າຈາກພະລັງແຮງລົມຢູ່ ຫວຽດນາມ
27/11/2018 09:05
(VOVWORLD) -ປະຈຸບັນ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ມີທ່າໄດ້ປຽບຫລາຍຢ່າງເພື່ອພັດທະນາບັນດາໂຄງການໄຟຟ້າຈາກພະລັງແຮງລົມ. ການພັດທະນາ ໄຟຟ້າຈາກພະລັງແຮງລົມ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງຫລຸດຜ່ອນຄວາມວິຕົກກັງວົນກ່ຽວກັບມົນລະພິດສິ່ງແວດລ້ອມອີກດ້ວຍ. ຜົນສຳເລັດໃນເບື້ອງຕົ້ນຂອງໂຄງການ ໄຟຟ້າຈາກພະລັງແຮງລົມ ຢູ່ ແຂວງ ບາກລຽວ ບັນລຸປະລິມານການຜະລິດແມ່ນລື່ນກາຍຄາດໝາຍເບື້ອງຕົ້ນ ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າເຂດນີ້ຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາ ໄຟຟ້າຈາກພະລັງແຮງລົມ.

ເສົາ turbin ໃຊ້ພະລັງແຮງລົມ ຢູ່ ບາກລຽວ ພາບ:vietnam+ ໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ແມ່ນໂຄງການກໍ່ສ້າງໂຮງງານຜະລິດ ໄຟຟ້າຈາກພະລັງແຮງລົມແຫ່ງທຳອິດຢູ່ ຫວຽດນາມ. ໂຄງການນີ້ໄດ້ຮັບການກໍ່ສ້າງຢູ່ ຕາແສງ ຫວີງແຈກດົງ, ນະຄອນ ບາກລຽວ ແຂວງ ບາກລຽວ. ໂຄງການນີ້ໄດ້ລົງມືກໍ່ສ້າງເມື່ອວັນທີ 9 ກັນຍາປີ 2010 ໃນເນື້ອທີ່ 1.300 ເຮັກຕາ ດ້ວຍບັນດາ turbin ຖືກຕັ້ງຢູ່ແຄມຝັ່ງທະເລຈາກ ຕາແສງ ຍ່າມາດ ເຖິງ ເຂດຂີດຂັ້ນແຄມທະເລແຂວງ ຊອກຈັງ. ໂຄງການນີ້ໄດ້ຮັບການກໍ່ສ້າງສຳເລັດພາຍຫລັງປະຕິບັດມາເປັນເວລາ 5 ປີ ດ້ວຍ 62 ເສົາ turbin ໃຊ້ພະລັງແຮງລົມຕັ້ງຢູ່ທະເລ. ມາຮອດປະຈຸບັນ ກຳລັງການຜະລິດບັນລຸເກືອບ 100 MW, ແຕ່ລະເດືອນ 62 turbin ດັ່ງກ່າວໄດ້ເຊື່ອມຕໍ່ຕາຫນ່າງໄຟຟ້າແຫ່ງຊາດກວ່າ 16.000 MWh . ຕາມເຈົ້າຂອງການລົງທຶນແລ້ວ, ຕົວເລກດັ່ງກ່າວຈະເພີ່ມຂຶ້ນໃນໄລຍະຈະມາເຖິງ ຍ້ອນກຳລັງແຮງລົມຢູ່ເຂດທະເລ ແຂວງ ບາກລຽວ ຍາມໃດກໍ່ຢູ່ໃນລະດັບສູງກວ່າການຄາດຄະເນ. ທ່ານ ໂຮ່ມີແຈງ, ຮອງຜູ້ອຳນວຍການໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ໃຫ້ຮູ້ວ່າ: ເບື້ອງຕົ້ນ ໂຄງການວາງຄາດໝາຍ ຄວາມໄວພະລັງແຮງລົມບັນລຸ 6 -7 ແມັດ/ວິນາທີ ສຳລັບ turbin ເຄື່ອນໄຫວ, ແຕ່ຄວາມຈິງ turbin ຍາມໃດກໍ່ເຄື່ອນໄຫວຢ່າງມີປະສິດທິຜົນ, ຄວາມໄວແຮງລົມລ້ວນແຕ່ບັນລຸ 8 ແມັດ/ ວິນາທີ. ສ່ວນ ປອ ເລແອງຕວັນ, ຜູ້ຊ່ຽວຊານຄົ້ນຄ້ວາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຖືວ່າ: “ໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ຄືເປັນແບບຢ່າງ ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນແຫ່ລງ ໄຟຟ້າຈາກພະລັງແຮງລົມອຸດົມສົມບູນຈາກບັນດາເຂດແຄມທະເລຫວຽດນາມ ແຕ່ກອ່ນມາຮອດປະຈຸບັນຍັງບໍ່ທັນໄດ້ຮັບການຂຸດຄົ້ນໄດ້ປານໃດ” ດ້ວຍທ່າໄດ້ປຽບທີ່ມີຢູ່ແລ້ວ, ເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກາຍເປັນສູນ ໄຟຟ້າຈາກພະລັງແຮງລົມ, ຕາມບັນດານັກລົງທຶນແລ້ວ ນອກຈາກນະໂຍບາຍໃຫ້ບຸລິມະສິດ ຍັງຄົງຕ້ອງມີຄວາມເອົາໃຈໃສ່ຈາກລັດຖະບານ ແລະ ບັນດາກະຊວງ, ຂະແຫນງການຫລາຍກວ່າອີກດ້ວຍ. ທ່ານ ໂຕຮ່ວາຍເຢີນ, ເຈົ້າຂອງໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ຍົກຄຳເຫັນວ່າ: “ ຄວນມີນະໂຍບາຍຫລຸດຜ່ອນອັດຕາດອກເບ້ຍ, ແກ່ຍາວການກຳນົດເວລາໂຄງການ ຈະມີວິສາຫະກິດຫລາຍແຫ່ງເຂົ້າຮ່ວມການລົງທຶນກວ່າ. ຂ້າພະເຈົ້າປາດຖະຫນາວ່າ ພວກເຮົາຄວນເສີມຂະຫຍາຍເລື່ອງປົກປັກຮັກສາສິ່ງແວດລ້ອມໄປຄຽງຄູ່ກັບການພັດທະນາເສດຖະກິດ. ເສີມຂະຫຍາຍລັກສະນະປະສິດທິຜົນຂອງເສດຖະກິດ ຄວນຕິດພັນກັບປະສິດທິຜົນເພື່ອສິ່ງແວດລ້ອມ.” ປະສິດທິຜົນຂອງໂຄງການ ໄຟຟ້າຈາກພະລັງແຮງລົມ ບາກລຽວ ພວມກາຍເປັນຄວາມສົນໃຈຂອງຫລາຍທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງ. ດ້ວຍຝັ່ງທະເລຍາວກ່ວາ 700 ກິໂລແມັດ, ແຫລ່ງ ໄຟຟ້າຈາກພະລັງແຮງລົມ ພວມໄດ້ຮັບຄວາມຫວັງວ່າຈະກາຍເປັນທ່າໄດ້ປຽບຂອງບັນດາທ້ອງຖິ່ນຢູ່ເຂດນີ້. ນອກຈາກ ແຂວງ ບາກລຽວ, ມີ 10 ໂຄງການ ໄຟຟ້າຈາກພະລັງແຮງລົມ ຢູ່ ບັນດາແຂວງ ກາເມົາ, ຈາວີງ, ຊອກຈັງ ດ້ວຍ turbin ນັບຮ້ອຍໆເຄື່ອງ ໄດ້ມອບຫນັງສືອະນຸຍາດລົງທຶນໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ.
TAG
VOV/VOVworld/ໄຟຟ້າຈາກພະລັງແຮງລົມ




.jpg)



