VOV WorldVOV World
ຄວາມປະເອີບໃຈກ່ຽວກັບການເຕີບໂຕຂອງເສດຖະກິດຫວຽດນາມ ໃນປີ 2019
05/03/2019 11:59
(VOVWORLD) -ນັກຊ່ຽວຊານທາງດ້ານເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍຄົນຕີລາຄາວ່າເສດຖະກິດຂອງຫວຽດນາມໃນປີ 2019 ຈະສືບຕໍ່ເຕີບໂຕ ແລະ ອາດຈະບັນລຸໄດ້ລະດັບ 7%. ກໍາລັງໜູນຕົ້ນຕໍເພື່ອໃຫ້ເສດຖະກິດ ຫວຽດນາມ ເຕີບໂຕ ນັ້ນແມ່ນການພັດທະນາຢ່າງແຮງຂອງຂະແໜງອຸດສາຫະກໍາປຸງແຕ່ງ, ປະດິດສ້າງ ແລະ ຂະແໜງການທ່ອງທ່ຽວ.
ຄວາມປະເອີບໃຈກ່ຽວກັບການເຕີບໂຕຂອງເສດຖະກິດຫວຽດນາມ ໃນປີ 2019
ບົດລາຍງານຂອງຄະນະກໍາມະການຕິດຕາມການເງິນແຫ່ງຊາດສະແດງໃຫ້ເຫັນວ່າ ປີຜ່ານມາ ເສດຖະກິດ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນງານ ທີ່ເປັນໜ້າຮັບຮູ້ຈໍານວນໜຶ່ງ; ການເຕີບໂຕເສດຖະກິດຍັງຄົງບັນລຸໄດ້ກວ່າ 7%, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕໍ່າກວ່າ 3,6%, ໄພເງິນເຟີ້ ແມ່ນຍັງຮັກສາເປັນປົກກະຕິຢູ່ໃນລະດັບຕໍ່າກວ່າ 1,5%. ບັນດາຄວາມດຸ່ນດ່ຽງຂອງພື້ນຖານເສດຖະກິດໄດ້ຮັບການຮັບປະກັນ, ດຸນການຊໍາລະສາກົນມີສ່ວນເກີນສູງ, ໜີ້ສິນສາທານະລະ ແລະ ຄວາມດຸ່ນດ່ຽງງົບປະມານໄດ້ຮັບການຄວບຄຸມ ຮັບປະກັນບັນດາເປົ້າໝາຍ ເຊິ່ງສະພາແຫ່ງຊາດໄດ້ວາງອອກ. ຕາມທ່ານ ເລຊວນເຫງ໋ຍ ນັກຊ່ຽວຊານດ້ານເສດຖະກິດ ແລ້ວ, ຜົນງານໃນການເຕີບໂຕຂອງປີ 2018 ຈະແມ່ນພື້ນຖານໃຫ້ແກ່ການເຕີບໂຕເສດຖະກິດໃນປີ 2019.         “ປີ 2018, ຫວຽດນາມ ມີລະດັບການເຕີບໂຕສູງພໍສົມຄວນ ເມື່ອທຽບໃສ່ຮອບໄລຍະ 10 ປີ ຜ່ານມາ, ທ່າເຕີບໂຕດັ່ງກ່າວ ອາດຈະແກ່ຍາວໄປເຖິງປີ 2019. ນັ້ນແມ່ນຍ້ອນມີບັນດາປັດໄຈສໍາຄັນ ການບໍລິໂພກອຸປະໂພກໃນປີ 2018 ເຕີບໂຕຢ່າງແຮງພໍສົມຄວນ, ລະດັບເຕີບໂຕໃນການສົ່ງອອກລື່ນກາຍຄາດໝາຍ ເມື່ອທຽບໃສ່ແຜນການທີ່ພວກເຮົາໄດ້ວາງອອກ. ການເຕີບໂຕການສ່ົງອອກຂອງກຸ່ມວິສາຫະກິດພາຍໃນສູງກວ່າກຸ່ມວິສາຫະກິດພາຍນອກ.  ອີກສະຖະຕິໜຶ່ງ ນັ້ນແມ່ນ ການສົ່ງອອກຂອງຂະແໜງກະສິກໍາ, ປ່າໄມ້, ສິນໃນນໍ້າ ບັນລຸຕົວເລກ 40 ຕື້ USD - ນີ້ແມ່ນລະດັບເຕີບໂຕທີ່ສູງພໍສົມຄວນ”.         ການປະຕິຮູບກ່ຽວກັບເສດຖະກິດ, ພິເສດແມ່ນການປະຕິຮູບກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມໃນຊຸມປີຜ່ານມາ ໄດ້ມີຄວາມສະດວກສະບາຍກວ່າ, ເລື່ອງລັດຖະບານສືບຕໍ່ຫຼຸດຈໍານວນໜັງສືອະນຸຍາດ ໄດ້ສ້າງກໍາລັງໜູນເພີ່ມເຕີມໃຫ້ແກ່ການພັດທະນາ... ດັ່ງນັ້ນ, ບັນດານັກຊ່ຽວຊານຖືວ່າ, ນີ້ຈະແມ່ນກໍາລັງໜູນທີ່ສ້າງທ່ວງທ່າໃຫ້ແກ່ການເຕີບໂຕ GDP ຢູ່ລະດັບຄາດຄະເນໃນປີ 2019 ແມ່ນປະມານ 7%. ຕາມທ່ານ ຮວ່າງກົງຕ໊ວນ, ຫົວໜ້າຄະນະຄົ້ນຄວ້າເສດຖະກິດຂອງບໍລິສັດຫຼັກຊັບ MBS ແລ້ວ, ນັບແຕ່ຕົ້ນປີ 2012 ມາຮອດປັດຈຸບັນ, ການກໍານົດທິດບໍລິຫານນະໂຍບາຍຂອງພັກ, ລັດ ແມ່ນຖືກຕ້ອງທີ່ສຸດ. ລະອຽດ, ນັ້ນແມ່ນເລື່ອງບໍ່ເອົາໃຈໃສ່ຫຼາຍເຖິງການເຕີບໂຕ GDP ໄລຍະສັ້ນ ເຊິ່ງໄດ້ສຸມໃສ່ເລື່ອງປັບປຸງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ, ສ້າງໂຄງປະກອບເສດຖະກິດຄືນໃໝ່... ພ້ອມກັນນັ້ນ ກໍ່ແມ່ນນະໂຍບາຍຊຸກຍູ້ພັດທະນາເສດຖະກິດພາກເອກະຊົນ, ປ່ຽນແປງໃໝ່ຮູບແບບການເຕີບໂຕ. ທ່ານ ຮວ່າງກົງຕ໊ວນ ຖືວ່າ:         “ໃນປີ 2019, ພວກຂ້າພະເຈົ້າສືບຕໍ່ມີຄວາມປະເອີບໃຈກັບບັນດາການກໍານົດທິດ, ນະໂຍບາຍບໍລິຫານທີ່ຖືກຕ້ອງຂອງພັກ, ລັດທີ່ສຸດ. ຜ່ານນັ້ນ, ພວກຂ້າພະເຈົ້າອາດຈະເຫັນໄດ້ວ່າ, ພື້ນຖານເສດຖະກິດຂອງປະເທດມີການເຕີບໂຕເປັນປົກກະຕິຢູ່ລະດັບສູງ. ພວກເຮົາມີຄວາມຫວັງຕໍ່ກໍາລັງພັດທະນາກະໂດດຂັ້ນຂອງວິສາຫະກິດພາກເອກະຊົນໃນປີ 2019 ແລະ ປີ 2020 ກໍຄືໃນຊຸມປີຕໍ່ໄປ ເພື່ອເຮັດໃຫ້ພື້ນຖານເສດຖະກິດຫວຽດນາມ ມີປະສິດທິຜົນ, ເຕີບໂຕ ແລະ ຍືນຍົງກວ່າເກົ່າ”.
TAG
VOV/VOVworld/ຄວາມປະເອີບໃຈ/​ເສດຖະກິດພາກ​ເອກະ​ຊົນ/ໜັງສື​ອະນຸຍາດ