ນໍາສິນຄ້າຫວຽດນາມເຂົ້າລະບົບຈໍາໜ່່າຍຢູ່ຕ່າງປະເທດ
07/08/2018 06:00
(VOVWORLD) -ການສົ່ງອອກສິນຄ້າໂດຍກົງເຂົ້າບັນດາລະບົບຈໍາໜ່າຍທີ່ທັນສະໄໝຂອງຕ່າງປະເທດ ໄດ້ຮັບຖືວ່າ ແມ່ນຮູບການສົ່ງອອກທີ່ມີປະສິດທິຜົນ, ຍືນຍົງ. ສະນັ້ນ,ມີວິສາຫະກິດຫວຽດນາມຫຼາຍແຫ່ງຢາກປະຕິບັດຕາມ. ປີ 2018, ກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໄດ້ຜັນຂະຫຍາຍແຜນຮ່າງ “ຊຸກຍູ້ວິສາຫະກິດຫວຽດນາມເຂົ້າຮ່ວມໂດຍກົງກັບບັນດາເຄືອຂ່າຍຈໍາໜ່າຍຕ່າງປະເທດ” ເພື່ອແນໃສ່ເພີ່ມທະວີການສົ່ງເສີມການຄ້າ, ໂຄສະນາເຄື່ອງໝາຍການຄ້າຂອງຫວຽດນາມ, ພ້ອມທັງສ້າງກາລະໂອກາດເປີດກວ້າງຕະຫຼາດ ເພື່ອໃຫ້ສິນຄ້າຂອງຫວຽດນາມປະກົດຢູ່ໃນລະບົບຈໍາໜ່າຍຕ່າງປະເທດຫຼາຍກວ່າອີກ.

ນັບແຕ່ຕົ້ນປີ 2000, ຕະຫຼາດຈໍາໜ່່າຍສິນຄ້າຫວຽດນາມເລີ່ມໄດ້ຮັບຄວາມສົນໃຈຈາກບັນດານັກລົງທຶນຕ່າງປະເທດ, ເປີດສາກແມ່ນບັນດາປະເທດເອີຣົບຄື ເຢຍລະມັນ (ດ້ວຍຮ້ານສັບພະສິນຄ້າ Metro) ຫຼື BigC ຂອງຝລັ່ງ (ກຸ່ມບໍລິສັດ Bourdon). ນັບແຕ່ນັ້ນມາ, ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມໄດ້ສໍາຜັດໂດຍກົງກັບລະບົບຈໍາໜ່າຍຂອງຕ່າງປະເທດຢູ່ຫວຽດນາມ. ກ່ອນໜ້ານັ້ນ, ສິນຄ້າຂອງຫວຽດນາມ ເຖິງວ່າໄດ້ສົ່ງອອກໄປຂາຍຢູ່ຫຼາຍປະເທດໃນໂລກກໍຕາມ, ແຕ່ສ່ວນຫຼາຍແມ່ນຕ້ອງຜ່ານຂອດກາງ (ຝ່າຍທີ 3) ຫຼືບັນດາຜູ້ນໍາເຂົ້າມືອາຊີບ, ດັ່ງນັ້ນ ຍັງບໍ່ທັນສາມາດເສີມຂະຫຍາຍທ່າໄດ້ປຽບໃນການໂຄສະນາ ແລະ ສໍາຜັດໂດຍກົງກັບລະບົບຈໍາໜ່າຍຕ່າງປະເທດ ເພື່ອເປີດກວ້າງຕະຫຼາດ. ທ່ານ ດັ້ງຮວ່າງຫາຍ, ຫົວໜ້າກົມ ເອີຣົບ, ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ໃຫ້ຮູ້ວ່າ: “ເມື່ຶອບັນດາວິສາຫະກິດຫວຽດນາມສົ່ງອອກຜ່ານບັນດາຕົວແທນຈໍາໜ່າຍເປັນຂອດກາງ ຈະບໍ່ສະດວກ. ທີ່ໜຶ່ງ ແມ່ນບັນດາຜູ້ຜະລິດສົ່ງອອກຫວຽດນາມ ກໍາບໍ່ໄດ້ເຖິງຄວາມຕ້ອງການຂອງຜູ້ບໍລິໂພກອຸປະໂພກໂດຍກົງ. ທີສອງ ແມ່ນບໍ່ສາມາດກໍາໄດ້ເຖິງຄວາມສາມາດໃນການຄຸ້ມຄອງຂອງບັນດາລະບົບຈໍາໜ່າຍລາຍໃຫຍ່ຂອງໂລກ. ດ້ານອື່ນ ການສົ່ງອອກຜ່ານບັນດາຕົວແທນຈໍາໜ່າຍ ຈະບໍ່ພັດທະນາເຄື່ອງໝາຍການຄ້າໄດ້. ສິນຄ້າຂອງຫວຽດນາມໄດ້ຫຸ້ມຫໍ່ດ້ວຍຫຼາຍເຄື່ອງໝາຍອື່ນ ຂອງບັນດາບໍລິສັດຕ່່າງປະເທດ, ຊໍ້າບໍ່ໜໍາບໍ່ມີຊື່ຕົ້ນກໍາເນີດຜະລິດຈາກຫວຽດນາມອີກດ້ວຍ”.
TAG
VOV/VOVworld/ຂອດກາງ/ອາເມລິກາເໜືອ/ສິນຄ້າ/ສົ່ງອອກ/ເຄືອຂ່າຍຈໍາໜ່າຍ




.jpg)



