VOV WorldVOV World
ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ໃຫມ່
29/10/2019 15:59
(VOVWORLD) -ດ້ວຍພົນລະເມືອງ 1,4 ຕື້ຄົນ, ຈີນ ແມ່ນປະເທດນຳຫນ້າໃນທົ່ວໂລກກ່ຽວກັບການນຳເຂົ້ານ້ຳນົມ ແລະ ຜະລິດຕະພັນນ້ຳນົມ ແລະ ກໍ່ແມ່ນຕະຫລາດບົ່ມຊ້ອນສຳລັບບັນດາວິສາຫະກິດສົ່ງອອກຜະລິດຕະພັນນ້ຳນົມຂອງຫວຽດນາມ. ນີ້ແມ່ນກາລະໂອກາດໃຫຍ່ສຳລັບຂະແຫນງລ້ຽງງົວນົມ ແລະ ຜະລິດ ປຸງແຕ່ງນ້ຳນົມຂອງຫວຽດນາມ ໄປໄກກວ່າ. ກາລະໂອກາດໃຫມ່ສຸດຂອງກຸ່ມບໍລິສັດ TH ຫາກໍ່ສົ່ງອອກ ໂຄຕ້າ ນ້ຳນົມ ເຂົ້າຕະຫລາດ ຈີນ.
ຜະ​ລິດ​ຕະ​ພັນ​ນ້ຳ​ນົມ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ໃຫມ່
    TH milk ຂຶ້ນກັບກຸ່ມບໍລິສັດ TH  ຊື່ງແມ່ນຫົວຫນ່ວຍກຳມະສິດເຄື່ອງໝາຍ TH true Milk, ແມ່ນວິສາຫະກິດແຫ່ງທຳອິດໄດ້ຮັບເລກລະຫັດຈາກບັນດາອົງການທີ່ມີຫນ້າທີ່ຮັບຜິດຊອບຂອງຈີນ ໄດ້ໃຫ້ອະນຸຍາດສົ່ງນ້ຳນົມເຂົ້າຕະຫລາດຈີນ ພາຍຫລັງພິຈາລະນາຢ່າງລະອຽດລະອໍສຳເນົາເອກະສານ, ກຳລັງຄວາມສາມາດການຜະລິດ ແລະ ມາດຕະຖານຄຸນນະພາບຂອງຜະລິດຕະພັນ. ທ່ານນາງ ທາຍເຮື່ອງ, ປະທານ ສະພາຝ່າຍບໍລິຫານກຸ່ມບໍລິສັດ TH ໃຫ້ຮູ້ວ່າ: ດ້ວຍຮູບແບບສ້າງເປັນຟາມງົວນົມ, ໝູນໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີ 4.0 ໃນການຜະລິດ ແລະ ການຄຸ້ມຄອງ, ແບບຄົບວົງຈອນ ຈາກການປູກທົ່ງຫຍ້າຂຽວຕະຫລອດຮອດຜະລິດນ້ຳນົມສະອາດ, ສົມທົບກັບເຕັກນິກຜະລິດນ້ຳນົມຂອງໂລກ ດ້ວຍປັນຍາ ຫວຽດນາມ, ບັນດາຜະລິດຕະພັນເຄື່ອງໝາຍ TH true Milk ສາມາດຕອບສະຫນອງໄດ້ບັນດາມາດຕະຖານ, ຂໍ້ກຳນົດທີ່ເຄັ່ງຄັດຂອງຕະຫລາດ ຈີນ. “ຕະຫລາດນ້ຳນົມຈີນ ແມ່ນຕະຫລາດນຳເຂົ້ານ້ຳນົມໃຫຍ່ທີ່ສຸດ, ນ້ຳນົມສົດ ແລະ ບັນດາຜະລິດຕະພັນນ້ຳນົມ. TH ໄດ້ແຊກຊຶມເຂົ້າຕະຫລາດຈີນມາເປັນເວລາ 2 ປີແລ້ວ, ວິສາຫະກິດຕ້ອງຮັບປະກັນມາດຕະຖານ, ຂໍ້ກຳນົດຂອງເຂົາເຈົ້າ ເວລານັ້ນ ຈຶ່ງສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ບໍລິໂພກ. ແຊກຊຶມເຂົ້າຕະຫລາດຈີນ ຄືດັ່ງກາລະໂອກາດໃຫມ່ ແລະ  ດ້ວຍຄວາມສຸດຈິດສຸດໃຈເພື່ອຜູ້ບໍລິໂພກ.”
TAG
VOV/VOVworld/ນໍ້ານົມ/ຈີນ/TH true Milk