VOV WorldVOV World
ພັດທະນາກະສິກຳ ທີ່ໝູນໃຊ້ເຕັກໂນໂລຢີສູງ ຢູ່ ແຂວງ ເຊີນລາ
18/12/2018 09:55
(VOVWORLD) -ແຂວງ ເຊີນລາ ສູ້ຊົນຮອດປີ 2020, ທົ່ວແຂວງຈະມີເຂດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ ແຕ່ 3 ແຫ່ງຂຶ້ນໄປ ທີ່ໄດ້ຮັບການຮັບຮອງເອົາຈາກຂັ້ນມີສິດອຳນາດ; ທົ່ວແຂວງມີໜ້ອຍສຸດ 2 ວິສາຫະກິດໄດ້ຮັບຮອງເອົາແມ່ນວິສາຫະກິດກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ;
ພັດທະນາກະສິກຳ ທີ່ໝູນໃຊ້ເຕັກໂນໂລຢີສູງ ຢູ່ ແຂວງ ເຊີນລາ
ເຊີນລາ ແມ່ນແຂວງພູດອຍທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ ໂດຍມີທ່າໄດ້ປຽບຫຼາຍຢ່າງກ່ຽວກັບດ້ານກະສິກຳ, ມີເງື່ອນໄຂສະດວກເພື່ອລົງທຶນພັດທະນາບັນດາເຂດຜະລິດແບບລວມສູນທີ່ມີຂະໜາດໃຫຍ່. ດ້ວຍເນື້ອທີ່ດິນຜະລິດກະສິກຳ ທີ່ອຸດົມສົມບູນກວ່າ 900.000 ເຮັກຕາ, ເງື່ອນໄຂດິນຟ້າອາກາດເອື້ອອຳນວຍຄວາມສະດວກ. ນອກນັ້ນ ຍັງມີພູພຽງໃຫຍ່ສອງແຫ່ງ ນັ້ນແມ່ນໂມກເຈົາ ແລະ ນ່າສານ. ສະນັ້ນ, ແຂວງເຊີນລາ ໄດ້ສຸມໃສ່ພັດທະນາກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ ແລະໄດ້ນຳມາເຊິ່ງໝາກຜົນຫຼາຍຢ່າງ, ດ້ວຍບັນດາໝາກຜົນທີ່ເປັນໜ້າປະທັບໃຈ. ບົດຂຽນຂອງນັກຂ່າວ ຖຸຍຮັ່ງ ດ້ວຍຫົວຂໍ້ວ່າ: ພັດທະນາກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງຢູ່ແຂວງເຊີນລາ.         ຮອດຕົ້ນປີ 2018, ເນື້ອທີ່ດິນເກືອບ 100 ເຮັກຕາ ປູກລຳໃຍ, ໝາກມ່ວງ, ໝາກຜູກ ພ້ອມກັບບັນດາຕົ້ນໄມ້ປະເພດອື່ນກວ່າ 40,000 ຕົ້ນຂອງສະຫະກອນບໍລິການກະສິກຳລຳໄຍສຸກຫຼັງລະດູ ມາຍເຊີນ - ເຊີນລາ ໄດ້ປະຕິບັດວິທີປູກ, ບົວລະບັດຕາມຕາດຕະຖານVietGap ມາເປັນເວລາ 2 ປີ. ຈາກການຕັດງາໄມ້, ໃສ່ຝຸ່ນ, ສີດນ້ຳຢາປ້ອງກັນສັດຕູພືດ, ຄັດ ໜ່ວຍບໍ່ງາມຖີ້ມ...  ບັນດາຂອດທັງໝົດເຫຼົ່ານັ້ນ ລ້ວນແຕ່ຕ້ອງປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດ ເພື່ອຮັບປະກັນຄຸນນະພາບໃຫ້ໝາກໄມ້ທີ່ແຊບ ແລະ ສະອາດ. ຕາມທ່ານ ຫງວຽນວັນຟອງ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການສະຫະກອນແລ້ວ: ຄຸນນະພາບຂອງໝາກໄມ້ໄດ້ຮັບປະກັນ, ໄດ້ຫຸ້ມຫໍ່ ແລະ ມີເຄື່ອງໝາຍການຄ້າ ສະນັ້ນ, ຜະລິດຕະພັນໝາກໄມ້ຂອງສະຫະກອນສ່ວນຫຼາຍ ລ້ວນແຕ່ໄດ້ ຮັບການສັ່ງຊື້ ຈາກບັນດາຫົວໜ່ວຍ, ບັນດາຮ້ານສັບພະສິນຄ້າຢູ່ບັນດາແຂວງເຂດທົ່ງພຽງສັ່ງຊື້ແຕ່ຕົ້ນລະດູ. ທ່ານຫງວຽນຫືວຈິ່ງ, ຢູ່ຕາແສງຈຽງມູງ ແບ່ງປັນວ່າ:         “ບຸກຄົນທີ່ເຮັດກະສິກຳຄືພວກຂ້າພະເຈົ້າ, ເມື່ອຜະລິດອອກບັນດາຜະລິດຕະພັນ ປອດສານພິດ ແມ່ນ ຮູ້ສຶກ ດີໃຈແລ້ວ. ເພາະພໍ່ແມ່ປະຊາຊົນທັງໝົດໄດ້ໃຊ້ບັນດາຜະລິດຕະພັນທີ່ ປອດສານພິດ , ຮັບປະກັນຫຼັກສຸຂະອະນາໄມທາງດ້ານສະບຽງອາຫານ. ຄົນເຮົາທຸກຄົນຄວນນຳໃຊ້ບັນດາຜະລິດຕະພັນທີ່ມີຄຸນນະພາບ ແລະ ມີອິດທິພົນຊື່ສຽງ”
TAG
VOV/VOVworld/VietGap/ງົວພັນນົມ/ໂມກເຈົາ/ປອດສານພິດ