ຜົນງານດ້ານເສດຖະກິດຂອງຫວຽດນາມ ໃນປີ 2018 ພາຍໃຕ້ມູມມອງຂອງນັກຊ່ຽວຊານ
08/01/2019 11:24
(VOVWORLD) -ປີ 2018, ເສດຖະກິດຫວຽດນາມ ບັນລຸໄດ້ຜົນງານທີ່ພົ້ນເດ່ັ່ນຫຼາຍຢ່າງ. ຈຸດພົ້ນເດັ່ນທີ່ສຸດ ແມ່ນຕົວເລກເຕີບໂຕເສດຖະກິດຄາດວ່າຈະບັນລຸ 7%. ນີ້ແມ່ນລະດັບເຕີບໂຕສູງທີ່ສຸດໃນຮອບ 10 ປີ ຜ່ານມາ ນັບແຕ່ເກີດວິກິດການເສດຖະກິດໂລກ ເມື່ອປີ 2008. ບັນລຸໄດ້ບັນດາຜົນງານເຫຼົ່ານັ້ນ ແມ່ນຍ້ອນການຜັນປ່ຽນຢ່າງຄົບຊຸດຂອງຫຼາຍປັດໄຈ.

ເສດຖະກິດຫວຽດນາມ ປີ 2018 ມີຄວາມດຸນດ່ຽງລະຫວ່າງຄວາມສະຖຽນລະພາບ ແລະ ການເຕີບໂຕ, ໃນນັ້ນສະຖຽນລະພາບ ແມ່ນສິ່ງທີ່ເຫັນແຈ້ງກວ່າໝູ່. ໂຄງປະກອບພື້ນຖານເສດຖະກິດ ເລີ່ມມີການຫັນປ່ຽນຢ່າງຕັ້ງໜ້າ. ຄຸນນະພາບການເຕີບໂຕຂອງຂະແໜງກະສິກໍາແມ່ນດີຂຶ້ນຢ່າງແທ້ຈິງ. ການບໍລິການ, ການທ່ອງທ່ຽວ ກໍໄດ້ຮັບການຍູ້ແຮງ. ຂົງເຂດອຸດສາຫະກໍາ, ຂຸດຄົ້ນແຮ່ທາດ ເຖິງວ່າຍັງບໍ່ທັນໄດ້ດີຄືດັ່ງຄາດໝາຍກໍຕາມ, ແຕ່ກໍມີການເໜັງຕີງ. ນອກນັ້ນ ການເຕີບໂຕຂອງຂະແໜງອຸດສາຫະກໍາ, ພິເສດແມ່ນອຸດສາຫະກໍາປຸງແຕ່ງ. ທ່ານ ຫງວຽນດິ່ງກຸງ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດ ແລະ ຄຸ້ມຄອງສູນກາງ ຕີລາຄາວ່າ: “ດ້ວຍບັນດາປັດໄຈດັ່ງກ່າວ ອາດຈະເຫັນໄດ້ວ່າ ຮູບແບບການເຕີບໂຕໄດ້ມີການປ່ຽນແປງ. ການເຕີບໂຕບໍ່ຂຶ້ນກັບການຂຸດຄົ້ນແຮ່ທາດ, ບໍ່ເອື່ອຍອີງກັບການເປີດກວ້າງການສະໜອງເງິນຕາ ຫາກການເຕີບໂຕແມ່ນຂຶ້ນກັບຝ່າຍສະໜອງຂອງພື້ນຖານເສດຖະກິດ ແລະ ການເຕີບໂຕຂຶ້ນກັບການເພີ່ມສະມັດຕະພາບ ແລະ ປະສິດທິຜົນໃນການນໍາໃຊ້ຊັບພະຍາກອນມະນຸດເປັນສ່ວນຫຼາຍ“.
TAG
VOV/VOVworld/ໃບຫຸ້ນ/ວິສາຫະກິດພາກເອກະຊົນ/ໄພເງິນເຟີ້/ນະໂຍບາຍສິນເຊື່ອ




.jpg)



