ສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ໄປຍັງຕະຫຼາດທີ່ທີ່ຕ້ອງການສິນຄ້າມີຄຸນນະພາບສູງ
19/02/2019 10:57
(VOVWORLD) - ປັດຈຸບັນ, ຫວຽດນາມ ຢືນອັນດັບທີ 15 ໃນໂລກ ກ່ຽວກັບມູນຄ່າສົ່ງອອກຜະລິດຕະພັນກະເສດ. ເຖິງຢ່າງໃດກໍຕາມ, ເບິ່ງລວມແລ້ວ ຄວາມແກ້ງແຍ້ງຂອງຜະລິດຕະພັນກະເສດຂອງ ຫວຽດນາມ ຍັງບໍ່ສູງເທື່ອ. ເພື່ອສົ່ງອອກຜະລິດຕະພັນກະເສດໄດ້ຢ່າງໝັ້ນຄົງນັ້ນ, ໃນຊຸມປີມໍ່ໆມານີ້ ຜະລິດຕະພັນກະເສດ ແລະ ໝາກໄມ້ຜັກພືດຂອງຫວຽດນາມ ໄດ້ຜ່ານຜ່າບັນດາຮົ້ວກີດຂວາງກ່ຽວກັບມາດຕະຖານທາງດ້ານຄຸນນະພາບ ເພື່ອມີໜ້າຢູ່ບັນດາຕະຫຼາດທີ່ຕ້ອງການ ສິນຄ້າມີຄຸນນະພາບສູງ ໂດຍສະເພາະແມ່ນຕະຫຼາດ ເອີຣົບ ຫຼື ຍີ່ປຸ່ນ.

ບໍລິສັດ ຮຸຍລອງອານ ແມ່ນໜຶ່ງໃນບັນດາວິສາຫະກິດນໍາໜ້າໃນການສົ່ງອອກຜະລິດຕະພັນກະເສດໂດຍກົງ ແລະ ຜ່ານໂຄຕາ ໄປຍັງ ຍີ່ປຸ່ນ. ແຕ່ລະປີ, ບໍລິສັດດັ່ງກ່າວ ໄດ້ສົ່ງອອກໝາກກ້ວຍ ໄປຍັງຍີ່ປຸ່ນ ແລະ ສ.ເກົາຫຼີ ດ້ວຍມີມູນຄ່າເຖິງນັບລ້ານໆ USD. ສະເພາະໃນປີ 2018, ບໍລິສັດ ສົ່ງອອກໄດ້ກວ່າ 3 ລ້ານ 300 ພັນ USD. ເພື່ອສົ່ງອອກຕາມໂຄຕາໄປຍັງສອງຕະຫຼາດທີ່ຕ້ອງການສິນຄ້າມີຄຸນນະພາບສູງນັ້ນ, ນອກຈາກເນື້ອທີ່ປູກກ້ວຍກວ່າ 200 Ha ຂອງວິສາຫະກິດຕ້ອງບັນລຸໄດ້ຕາມມາດຕະຖານ VietGAP (ມາດຕະຖານຜະລິດກະສິກໍາດີີ ຢູ່ຫວຽດນາມ)ແລ້ວ ຫາກຍັງຕ້ອງສະໜອງໄດ້ຕາມມາດຕະ ຖານອື່ນໆຂອງວິສາຫະກິດ ຍີ່ປຸ່ນ 200 ມາດຖານ ແລະ ຂອງສ.ເກົາຫຼີ 170 ມາດຖານ ກ່ຽວກັບບັນດາເງື່ອນໄຂຄື ທີ່ດິນ, ນໍ້າ, ການນໍາໃຊ້ຝຸ່ນ, ຢາປ້ອງກັນພືດໃນການປູກຝັງ ແລະ ຕ້ອງມີປື້ມບັນທຶກຕິດຕາມປະຈໍາວັນອີກດ້ວຍ. ສິ່ງສໍາຄັນ ແມ່ນ ວິສາຫະກິດໄດ້ປະຕິບັດບັນດາຄໍາໝັ້ນສັນຍາກັບບັນດາຄູ່ຮ່ວມມືຍີ່ປຸ່ນ ແລະ ສ.ເກົາຫຼີ ກ່ຽວກັບເງື່ອນໄຂຫຼັກອະນາໄມຄວາມປອດໄພດ້ານສະບຽງອາຫານ. ເພາະສະນັ້ນ, ໃນຈຸດເວລາທີ່ກ້ວຍຕົກລາຄາ, ຊາວກະສິກອນຢູ່ບັນດາແຂວງທາງພາກຕາເວັນອອກສ່ຽງໃຕ້ ຕ້ອງຂາຍຖອກຂາຍເທ ຫຼື ຕ້ອງຖີ້ມໃຫ້ງົວກິນນັ້ນ, ແຕ່ສໍາລັບຜະລິດຕະພັນຂອງບໍລິສັດ ຮຸຍລອງອານ ຍັງຄົງສົ່ງອອກດ້ວຍລາຄາ 15.000 ດົ່ງ/kg, ສູງກວ່່າທົບສອງເທົ່າເມື່ອທຽບໃສ່ລາຄາຢູ່ຕະຫຼາດ. ປັດຈຸບັນ, ມີຫຼາຍຄູ່ຮ່ວມມືຢາກເພີ່ມປະລິມານນໍາເຂົ້າ ສະນັ້ນ ທາງວິສາຫະກິດພວມຮ່ວມສໍາພັນກັບຄອບຄົວຊາວກະສິກອນ 10 ຄອບຄົວ ຢູ່ເມືອງ ຈ໋າງບອມ, ແຂວງດົ່ງນາຍ ເພື່ອປູກກ້ວຍສົ່ງອອກດ້ວຍເນື້ອທີ່ກວ່າ 100 Ha. ທ່ານ ຫວໍກວານຮຸຍ, ຜູ້ອໍານວຍການບໍລິສັດ ຮຸຍລອງອານ ຈໍາກັດ ໃຫ້ຮູ້ວ່່າ: “ຂ້າພະເຈົ້າຮ່ວມສໍາພັນກັບເຂົາເຈົ້າຢ່າງແໜ້ນແຟ້ນ, ຮ່ວມປູກນໍາເຂົາເຈົ້າ. ເຂົາເຈົ້າເປັນແຮງງານ, ຂ້າພະເຈົ້າມີຕະຫຼາດ, ມີຜູ້ຄຸ້ມຄອງທາງດ້ານເຕັກນິກ, ບໍ່ປະໃຫ້ເຂົາເຈົ້າຢາກຂາຍແນວໃດກໍຂາຍ, ຢາກສີດຢາຫຍັງກໍສີດ ແມ່ນຖືວ່າບໍ່ໄດ້ ເຊິ່ງຕ້ອງປະຕິບັດຕາມເຕັກນິກການປູກ ແລະ ຕ້ອງຮັບປະກັນສິນຄ້າທີ່ຕົນຂາຍ ຕ້ອງມີຄຸນນະພາບ, ມີອິດທິພົນຊື່ສຽງ, ລູກຄ້າ ຈິ່ງມີຄວາມໄວ້ເນື້ອເຊື່ອໃຈ ແລະ ຢາກຮ່ວມມືກັບເຮົາຍາວນານ”.
TAG
VOV/VOVworld/Local G.A.P/Global GAP/ຜະລິດຕະພັນກະເສດ/ໂຄຕາ/ຂາຍຖອກຂາຍເທ




.jpg)



