ຮຶງອຽນ, ປະສິດທິຜົນຈາກການບຸລິມະສິດດຶງດູດເງິນລົງທຶນ
20/08/2019 09:19
(VOVWORLD) -ແຂວງຮຶງອຽນພວມຜັນຂະຫຍາຍຫຼາຍມາດຕະການປັບປຸງສະພາບແວດລ້ອມແຫ່ງການລົງທຶນທຸລະກິດ, ຍົກສູງກຳລັງຄວາມສາມາດການແກ້ງແຍ້ງເພື່ອສົ່ງເສີມການພັດທະນາວິສາຫະກິດ, ສົ່ງເສີມການStartup, ປ່ຽນແປງໃໝ່ປະດິດຄິດສ້າງ, ດຶງດູດບັນດາວິສາຫິກິດ FDI ທີ່ມີເຕັກໂນໂລຢີສູງ, ອຸດສາຫະກຳເກັບຮັກສາ, ປຸງແຕ່ງຜະລິດຕະພັນກະເສດ, ການທ່ອງທ່ຽວ… ປັດຈຸບັນ, ແຂວງຮຶງອຽນບໍ່ພຽງແຕ່ໄດ້ຮູ້ຈັກເຖິງແມ່ນສະຖານທີ່ທີ່ມີເຂດອຸດສາຫະກຳປະສົບຜົນສຳເລັດ ແລະ ມີຊື່ສຽງຄື ໂຟ້ໂນ໊ຍ, ທັງລອງ ເທົ່ານັ້ນ, ຫາກຍັງແມ່ນເຂດອຸດສາຫະກຳຫຼາຍແຫ່ງທີ່ພວມໄດ້ສ້າງຕັ້ງຂຶ້ນຢູ່ບັນດາເມືອງຄື: ວັນຢາງ, ຄວາຍເຈົາ, ອຽນໝີ… ອີກດ້ວຍ, ມັນໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ເຂດ&

ການຜະລິດຢຸ່ບໍລິສັດ TNHH 4P (ພາບ: http://baohungyen.com.vn ) ຮຶງອຽນມີບັນດາທ່າແຮງຄືພື້ນຖານໂຄງລ່າງທີ່ດີດ້ວຍລະບົບການຄົມມະນາຄົມເຊື່ອມຕໍ່ກັບນະຄອນຫຼວງ ຮ່າໂນ້ຍ, ທ່າກ່ຳປັ່ນ ຫ໋າຍຟອງ, ກ໋ວາງນິງ, ແມ່ນເຊື່ອມຕໍ່ລະຫວ່າງບັນດາແຂວງຢູ່ເຂດທົງພຽງແມ່ນ້ຳແດງທາງພາກເໜືອຫວຽດນາມ. ທາງແຂວງໄດ້ ແລະ ຫັນບັນດາທ່າໄດ້ບຽບກ່ຽວກັບພູມິສາດຂອງຕົນໃຫ້ປະກົດຜົນເປັນຈິງຜ່ານເທື່ອລະກ້າວ. ຕາມຕົວເລກສະຖິຕິແລ້ວ, ປັດຈຸບັນຍອດຈຳນວນວິສາຫະກິດໃນບໍລິເວນແຂວງຄາດວ່າມີປະມານ ກ່ວາ 10 ພັນແຫ່ງ ດ້ວຍຍອດທຶນຈົດທະບຽນບັນລຸໄດ້ກວ່າ 100 ພັນຕື້ດົງ. ໃນໄລຍະທີ່ຜ່ານມາ, ແຂວງຮຶງອຽນໄດ້ມີຫຼາຍແຜນນະໂຍບາຍ, ວິທີການແກ້ໄຂຢ່າງລະອຽດເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມວິສາຫະກິດ, ຖັນແຖວນັກທຸລະກິດຍູ້ແຮງການຜະລິດດຳເນີນທຸລະກິດແລະບັນລຸໄດ້ຜົນສຳເລັດໃນບໍລິເວນແຂວງ, ປະກອບສ່ວນສຳຄັນນຳຍອດຜະລິດຕະພັນ (GRDP) ເພີ່ມຂຶ້ນກວ່າ 9,6%, ໂຄງປະກອບເສດຖະກິດໄດ້ຫັນໄປຕາມທິດຕັ້ງໜ້າ, ວົງເງິນການຄ້າສົ່ງອອກບັນລຸໄດ້ກວ່າ 4,2 ຕື້ USD. ບັນລຸໄດ້ບັນດາໝາດຜົນຄືດັ່ງກ່າວຍ້ອນ ແຂວງຮຶງອຽນໄດ້ສຸມໃສ່ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸບດັດຊະນີກຳລັງຄວາມສາມາດໃນການແກ້ງແຍ້ງຂັ້ນແຂວງ, ເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນຂອງອຳນາດການປົກຄອງທ້ອງຖິ່ນໃນການດຶງດູດເງິນລົງທຶນ. ພິເສດ, ທາງແຂວງມີແຜນນະໂຍບາຍສົ່ງເສີມ, ບຸລິມະສິດລົງທຶນຕາມການກຳນົດຂອງກົດໝາຍ, ອົງການມີໜ້າທີ່ຮັບຜິດຊອບສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ນັກລົງທຶນ. ເມື່ອຕີລາຄາກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ແຂວງ, ທ່ານເຈິ່ນດຶກຢ໋ຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ MAX ຫວຽດນາມ, ເຊິ່ງແມ່ນໜຶ່ງໃນບັນດາວິສາຫະກິດດຳເນີນທຸລະກິດຢູ່ ແຂວງຮຶງອຽນຫຼາຍປີແລ້ວໃຫ້ຮູ້ວ່າ: ປັດ ຈຸ ບັນ , ຮຶງ ອຽນ ແມ່ນ ແຂວງ ທີ່ ພວ ມ ດຶງ ດູ ດ ແຫຼ່ງ ເງິນ ລົງ ທຶນ ຈາກ ຕ່າງ ປະ ເທດ ຢ່າງ ແຮງແລະ ພວ ມ ມີຫຼາຍ ກົນໄກ ທີ່ ເໝາະ ສົມ ເພື່ອ ຊ່ວຍ ໃຫ້ ບັນ ດາ ນັກ ລົງ ທຶນ ພັດ ທະ ນາ . ຢູ່ນີ້ໄດ້ ເຫັ ນ ປະ ຈັບ ຕາ ວ່າມີຫຼາຍ ນັກ ລົງ ທຶນ , ກຸ່ມ ບໍ ລິ ສັດ ພັດ ທະ ນາ ແຖວ ໜ້າຂອງຫວຽດ ນາມ ຄື ຮ່ ວາ ຟ າ ດ , TNT ແລະເຂົາ ເຈົ້າ ກຳ ລັງ ສືບ ຕໍ່ ພັດ ທະ ນາໂຄງ ການ ໃຫ ຍ່ ຕ່າງໆ ແລະ ໃນ ບໍ ລິ ເວັນ ນີ້ເຕົ ້ າ ໂຮມຫຼາຍ ເຂດ ອຸດ ສາ ຫະ ກຳ ແລະ ມີຫຼາຍກວ່າ 50% ນັກ ລົງ ທຶນ ຕ່າງ ປະ ເທດ ມາ ຈົດ ທະບຽນ ເຂົ້າມາ ລົງ ທຶນ ຢູ່ ແຂວງ . ໂດຍແມ່ນວິສາຫະກິດທີ່ເຄື່ອນໄຫວໃນບໍລິເວນແຂວງນັບແຕ່ປີ 2016, ບໍລິສັດຫຸ້ນສ່ວນເຄື່ອງເຟີນີເຈີ ຮ່ວາຟາດກໍ່ຢັ້ງຢືນວ່າ ບໍລິສັດນີ້ໄດ້ດຳເນີນທຸລະກິດຢ່າງມີປະສິດທິຜົນຍ້ອນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ ແຂວງຮຶງອຽນ ມີຄວາມສະດວກ. ລະດັບການເຕີບໂຕໃນແຕ່ລະປີຂອງບໍລິສັດນີ້ລ້ວນແຕ່ເພີ່ມຂຶ້ນປະມານ 15 – 20%/ປີ, ປະກອບສ່ວນເຂົ້າໃນການແກ້ໄຂບັນຫາວຽກເຮັດງານທຳຢູ່ທ້ອງຖິ່ນ. ທ່ານໂດຕວນແກ໋ງ, ບໍລິສັດຫຸ້ນສ່ວນຮ່ວາຟາດຢັ້ງຢືນວ່າ ການ ລົງ ທຶນ ເຂົ້າ ແຂວງ ຮຶງ ອຽນ ມີຄວາມ ສະ ດວກຫຼາຍ ຢ່າງ . ນີ້ ແມ່ນ ນະ ໂຍ ບາຍ ບຸ ລິ ມະ ສິດ ລົງ ທຶນ ຂອງ ແຂວງກັບ ວິ ສາ ຫະ ກິດ , ອັນ ທີ 2 ແມ່ນ ແຫຼ່ງ ແຮງ ງານ ທີ່ ອຸ ດົມ ສົມ ບຸ ນ ໃນ ນັ້ນ ມີ ແຮງ ງານ ຫຼາຍ ຄົນທີ່ ມີ ທັກ ສະ , ເຮັດ ວຽກ ແບບ ມື ອາ ຊີບ . ນອກ ນັ້ນ , ທາງ ແຂວງ ຮຶງ ອຽນ ຍັງ ມີ ທ່າ ໄດ້ ບຽບ ດ້ ານ ພູ ມິ ສາດ ການ ຄົມ ມະ ນາ ຄົມ ທີ່ ສະ ດວກແລະ ບໍ່ ເຄີຍ ປະ ສົບ ໄພ ທ ຳ ມະ ຊາດ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນເຂົ້າມາລົງທຶນ ແລະ ຂຸດຄົ້ນຂໍ້ມູນຂ່າວສານ, ທາງແຂວງກໍ່ຊີ້ນຳບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ຄະນະຄຸ້ມຄອງເຂດອຸດສາຫະກຳແຂວງກໍ່ສ້າງຊ່ອງຂໍ້ມູນຂ່າວສານ, ເອົາລົງບັນດາຂໍ້ມູນກ່ຽວກັບບັນດານະໂຍບາຍທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ວາງແຜນພັດທະນາການລົງທຶນເຂົ້າບັນດາເຂດອຸດສາຫະກຳ. ທາງແຂວງກໍ່ໄດ້ສ້າງຕັ້ງ ແລະ ຮັກສາການເຄື່ອນໄຫວ ຂອງຄະນະໜູນຊ່ວຍວິສາຫະກິດຍີ່ປຸ່ນຢູ່ນະຄອນຮຶງອຽນແລະເຂດອຸດສາຫະກຳ ທັງລອງ ຢ່າງມີປະສິດທິຜົນ, ໜູນຊ່ວຍໃຫ້ແກ່ບັນດາບໍລິສັດພື້ນຖານໂຄງລ່າງຍູ້ໄວການກໍ່ສ້າງພື້ນຖານໂຄງລ່າງຢູ່ບັນດາເຂດອຸດສາຫະກຳດ້ວຍພື້ນຖານໂຄງລ່າງຢ່າງຮອບດ້ານ, ບຸກເບີກໜ້າພຽງທີ່ມີຢູ້ແລ້ວເພື່ອດຶງດູດບັນດານັກລົງທຶນ. ຄຽງຄູ່ກັນນັ້ນແມ່ນການຜັນຂະຫຍາຍຫຼາຍໜ້າທີ່ວິທີການແກ້ໄຂກ່ຽວກັບວຽກງານປະຕິຮູບລະບຽບການບໍລິຫານ. ປັດຈຸບັນ ບັນດາສຳເນົາເອກະສານລົງທຶນຜ່ານການໜູນຊ່ວຍວິສາຫະກິດຢີ່ປຸ່ນພຽງແຕ່ໄດ້ຮັບອະນຸຍາດແລະໃບຈົດທະບຽນດຳເນີນທຸລະກິດພາຍໃນ 3 ວັນ, ຫຼຸດຜ່ອນເສລາຫຼາຍເມື່ອທຽບໃສ່ໄລຍະກ່ອນແມ່ນ 18 ມື້. ໃນໄລຍະຈະມາເຖິງ, ທາງແຂວງໄດ້ສຸມໃສ່ດຶງດູດການລົງທຶນພັດທະນາການທ່ອງທ່ຽວ. ທ່ານໂດຕ໊ຽນຊີ້, ເລຂາຄະນະພັກແຂວງຮຶງອຽນເນັ້ນໜັກວ່າ: “
TAG
VOV/VOVworld/ຮຶງອຽນ/ການລົງທຶນ




.jpg)



