(VOVWORLD) - ວັນທີ 12 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 27 ຕາມຮູບການທາງອອນລາຍ. ພາຍຫຼັງທີ່ສິ້ນສຸດກອງປະຊຸມ, ທ່ານ ຫວູໂຮ່, ຫົວໜ້າກົມ ອາຊຽນ - ກະຊວງການຕ່າງປະເທດຫວຽດນາມ ໄດ້ມີການແລກປ່ຽນກັບສື່ມວນຊົນກ່ຽວກັບບາງໝາກຜົນຂອງກອງປະຊຸມ ARF 27.