VOV WorldVOV World
ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ 10% ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ
25/02/2026 11:32
(VOVWORLD) - ຕາມອົງການພາສີ ແລະ ປ້ອງກັນຊາຍແດນ ອາເມລິກາ (CBP), ນັບແຕ່ວັນທີ 24 ກຸມພາ, ອາເມລິກາ ໄດ້ຈັດວາງອັດຕາພາສີເພີ່ມເຕີມ 10% ສຳລັບທຸກປະເພດສິນຄ້າທີ່ບໍ່ນອນໃນບັນຊີລາຍຊື່ຍົກເວັ້ນ.
ອາ​ເມ​ລິ​ກາ ຈັດ​ວາງ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ 10% ສຳ​ລັບ​ສິນ​ຄ້າ​ນຳ​ເຂົ້າ
ໃນແຈ້ງການຢ່າງເປັນທາງການ, ອົງການພາສີ ແລະ ປ້ອງກັນຊາຍແດນຊີ້ແຈ້ງວ່າ ນອກຈາກບັນດາຜະລິດຕະພັນທີ່ໄດ້ຍົກເວັ້ນແລ້ວ, ສິນຄ້ານຳເຂົ້າຈະ “ຕ້ອງເສຍອັດຕາພາສີຕາມມູນຄ່າແມ່ນ 10%”. ແຈ້ງການດັ່ງກ່າວຢັ້ງຢືນວ່າ ລະດັບອັດຕາພາສີຕົວຈິງໄດ້ຈັດວາງແມ່ນ 10%, ແທນທີ່ 15% ຄືດັ່ງຖະແຫຼງການຫຼັງຈາກນັ້ນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ໃນອາທິດກ່ອນ, ພາຍຫຼັງສານສູງສຸດ ອາເມລິກາ ປະຕິເສດເລື່ອງສ່ວນໃຫຍ່ລາຍການພາສີອາກອນອີງໃສ່ເຫດຜົນສະພາວະສຸກເສີນລະດັບຊາດ, ທ່ານປະທານາທິບໍດີ Donald Trump ຖະແຫຼງວ່າ ຈະຈັດວາງອັດຕາພາສີທົ່ວໂລກຊົ່ວຄາວແມ່ນ 10% ຕາມພື້ນຖານນິຕິກຳອື່ນ. ແຕ່ວ່າ, ຫຼັງຈາກນັ້ນພຽງໜຶ່ງວັນ, ທ່ານປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈະຍົກລະດັບອັດຕາພາສີນີ້ຂຶ້ນເປັນ 15% ແລະ ເອົາລົງໃນສື່ສັງຄົມອອນລາຍ Truth Social  ວ່າ ເລື່ອງເພີ່ມອັດຕາພາສີຈະມີຜົນບັງຄັບໃຊ້ “ໃນທັນທີ”. ເຖິງຢ່າງໃດກໍຕາມ, ຕາມການຢັ້ງຢືນຈາກທຳນຽບຂາວແລ້ວ, ລະດັບອັດຕາພາສີປັດຈຸບັນຍັງຄົງແມ່ນ 10%.
TAG
VOV/VOVworld/ອົງ​ການ​ພາ​ສີ​ ແລະ ປ້ອງ​ກັນ​ຊາຍ​ແດນ/ອາ​ເມ​ລິ​ກາ/ຈັດ​ວາງ​ອັດ​ຕາ​ພາ​ສີ​ທົ່ວ​ໂລກ