ວັນທີ 21 ກັນຍາ, ທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ອາເມລິກາ ສະເໜີສ້າງກົນໄກເພື່ອພ້ອມກັບຈີນ ແຈ້ງໃຫ້ກັນຊາບກ່ຽວກັບບັນດາເຫດທາງປັນຍາປະດິດ (AI) ອາດສາມາດສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງແຫ່ງຊາດ, ກ່ອນທີ່ດຳເນີນການພົບປະລະຫວ່າງ ທ່ານDonald Trumປະທານາທິບໍດີ ອາເມລິກາ ແລະ ທ່ານສີຈິ້ງຜິງ ປະທານປະເທດ ຈີນ ໃນວັນທີ 24 ກັນຍາຈະມາເຖິງ. ທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ ພາຍຫຼັງການເຈລະຈາທີ່ແກ່ຍາວໜຶ່ງວັນກັບບັນດາເຈົ້າໜ້າທີ່ຈີນ ຢູ່ນິວຢອກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເປີດຊ່ອງທາງໂອ້ລົມສົນທະນາໃໝ່ກ່ຽວກັບ AI, ໃນນັ້ນກົນໄກກ່າວເຕືອນເຫດການທີ່ກ່ຽວຂ້ອງເຖິງເຕັກໂນໂລຢີນີ້. ກົນໄກນີ້ຄືກັນກັບທຸກກິດຈະກຳຂ້າມຊາຍແດນ ແລະ ການຫັນປ່ຽນໄປສູ່ສະພາວະໂປ່ງໃສ ກ່ວາລະຫວ່າງສອງປະເທດມະຫາອຳນາດ AI ແຖວໜ້າ ໂລກແມ່ນສິ່ງສຳຄັນທີ່ສຸດ.
ອາເມລິກາ ສະເໜີກົນໄກ ກ່າວເຕືອນເຫດ AI ກັບ ຈີນ
22/09/2026 09:18
[VOVWORLD] - ພາຍຫຼັງການເຈລະຈາທີ່ແກ່ຍາວໜຶ່ງວັນກັບບັນດາເຈົ້າໜ້າທີ່ຈີນ ຢູ່ນິວຢອກ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການເປີດຊ່ອງທາງໂອ້ລົມສົນທະນາໃໝ່ກ່ຽວກັບ AI, ໃນນັ້ນກົນໄກກ່າວເຕືອນເຫດການທີ່ກ່ຽວຂ້ອງເຖິງເຕັກໂນໂລຢີນີ້.
TAG
VOV/VOVWORLD/ຈີນ/ການພົວພັນ/ອາເມລິກາ
Related
More




