ຂີດໝາຍນີ້ບໍ່ພຽງແຕ່ເປີດກວ້າງຄວາມສາມາດເຂົ້າເຖິງແຫຼ່ງທຶນສາກົນ ເທົ່ານັ້ນ, ຫາກຍັງນຳຕະຫຼາດ ຫວຽດນາມ ກ້າວເຂົ້າສູ່ການສະພາບໃໝ່, ແຫ່ງທີ່ຄຸນນະພາບສິນຄ້າ, ຄວາມສາມາດເຂົ້າເຖິງ, ລັກສະນະໂປ່ງໃສ ແລະ ມາດຖານເຄື່ອນໄຫວຈະຕັດສິນຄວາມສາມາດດຶງດູດ ແລະ ຮັກສາແຫຼ່ງທຶນໄລຍະຍາວ. ທ່ານ Dominic Scriven ຜູ້ປະດິດສ້າງທັງເປັນປະທານ Dragon Capital, ຖືວ່າເລື່ອງຕະຫຼາດຫຼັກຊັບ ຫວຽດນາມ ໂດຍ FTSE Russell ຍົກອັນດັບຢ່າງເປັນທາງການ ກ່ອນອື່ນໝົດແມ່ນ ສານຕໍ່ປະຊາຄົມສາກົນ, ໂດຍສະແດງໃຫ້ເຫັນວ່າ ຫວຽດນາມ ພວມເຂົ້າຮ່ວມຕະຫຼາດທຶນທົ່ວໂລກຢ່າງເລິກເຊິ່ງ, ເລື່ອງຍົກອັນດັບກໍ່ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ຮັບການຕ້ອນຮັບ ແລະ ໃຫ້ຄຳໝັ້ນສັນຍາເຂົ້າຮ່ວມບັນດາມາດຖານລວມຂອງຕະຫຼາດສາກົນ.




