(ພາບ:Thong Nhat/TTXVN)
ໃນຂອບເຂດການປະຕິບັດງານເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຊຸດທີ 81, ການເຄື່ອນໄຫວສອງຝ່າຍ ຢູ່ ອາເມລິກາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ພັກ ແລະ ລັດ ສ້າງເງື່ອນໄຂ, ສົ່ງເສີມບັນດານັກວິທະຍາສາດຄົ້ນຄ້ວາ, ປະດິດຄິດສ້າງເພື່ອຜະລິດບັນດາຜະລິດຕະພັນແທດຈິງ, ມີປະສິດທິຜົນ; ສະຫງວນແຫຼ່ງທຶນມີຈຸດສຸມໃຫ້ແກ່ການຄົ້ນຄ້ວາ ແລະ ຍົກສູງຄຸນນະພາບການບຳລຸງສ້າງ, ພ້ອມທັງຕ້ອງມີກົນໄກເໝາະສົມຕໍ່ບັນດາຄວາມສ່ຽງໃນ ການຄົ້ນຄ້ວາວິທະຍາສາດ.
ເມື່ອແລກປ່ຽນກ່ຽວກັບຂໍ້ໃໝ່ໃນມະຕິເລກທີ 23-NQ/TW ລົງວັນທີ 02 ສິງຫາ 2026 ຂອງກົມການເມືອງກ່ຽວກັບວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ:
“ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອາເມລິກາ ສ້າງເງື່ອນໄຂເພື່ອເປີດກ້ວາງການຮ່ວມມືດ້ານການສຶກສາ, ຄົ້ນຄ້ວາ ແລະ ເຕັກໂນໂລຊີ. ຂ້າພະເຈົ້າເຄົາລົບບັນດາການປະກອບສ່ວນຂອງພວກອ້າຍ, ພວກເອື້ອຍຢູ່ບັນດາມະຫາວິທະຍາໄລ, ວິສາຫະກິດ ແລະ ປະຊາຄົມ ຢູ່ນິວຢອກ. ເລື່ອງກັບເມືອ ຫຼື ສືບຕໍ່ເຮັດວຽກຢູ່ຕ່າງປະເທດແມ່ນການເລືອກເຟັ້ນຕິດພັນກັບອາຊີບ ຄອບຄົວ ແລະ ສະພາບການຂອງແຕ່ລະຄົນ. ພວກຂ້າພະເຈົ້າເຄົາລົບການເລືອກເຟັ້ນນັ້ນ. ຜູ້ຢາກກັບເມືອຕ້ອງໄດ້ຮັບການໜູນຊ່ວຍເພື່ອມີຊີວິດເປັນປົກກະຕິ ແລະ ເຮັດວຽກຍາວນານ. ຜູ້ຢູ່ຕ່າງປະເທດກໍ່ສາມາດຊອກຫາວິທີພື່ອເຂົ້າຮ່ວມຢ່າງສະດວກ, ເໝາະສົມກັບເວລາ ແລະ ຄວາມຮັບຜິດຊອບຂອງຕົນ. ສຳລັບພວກເພື່ອນນັກສຶກສາ, ຕ້ອງມີການສະໜິດຕິດພັນ, ເລ່ີມຈາກການແນະນຳໂອກາດຮຳ່ຮຽນ, ແບ່ງປັນເອກະສານ ຫຼື ຊ່ວຍເຫຼືອໝູ່ຂອງຕົນຊອກຫາບ່ອນຝຶກງານ. ພວກຂ້າພະເຈົ້ານັບຖືບັນດາເລື່ອງນັ້ນທີ່ສຸດ”.




