VOV WorldVOV World
ອາ​ເມ​ລິ​ກາ ຢ​ຸດ​ຕິ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃຫ້ 7 ປະ​ເທດ ອາ​ຟະ​ລິ​ກາ
25/02/2026 11:35
(VOVWORLD) - ອຳນາດການປົກຄອງປະທານາທິບໍດີ ອາເມລິກາ ຂອງທ່ານ Donald Trump ຈະຍົກເລີກທຸກໂຄງການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ 7 ປະເທດ ອາຟະລິກາ, ລວມມີ: Burkina Faso, Cameroon, Malawi, Mali, Niger, Somalia ແລະ Zimbabwe.
ອາ​ເມ​ລິ​ກາ ຢ​ຸດ​ຕິ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ໃຫ້ 7 ປະ​ເທດ ອາ​ຟະ​ລິ​ກາ
ບໍ່ຄືກັນກັບບັນດາບັ້ນຫຼຸດຜ່ອນຄັ້ງກ່ອນ ສຳລັບ ອາບການິດສະຖານ ແລະ ເຢແມນ - ເມື່ອອຳນາດການປົກຄອງ ອາເມລິກາ ອ້າງເຫດຜົນຄວາມສ່ຽງທີ່ວ່າແຫຼ່ງອຸປະຖຳຖືກບັນດາອົງການກໍ່ການຮ້າຍສວຍໃຊ້ - ເຫດຜົນທີ່ໄດ້ຍົກອອກມາໃນຄັ້ງນີ້ແມ່ນ “ບໍ່ມີສ່ວນກ່ຽວຂ້ອງຢ່າງພຽງພໍລະຫວ່າງການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳ ແລະ ຜົນປະໂຫຍດແຫ່ງຊາດຂອງ ອາເມລິກາ”. ນອກຈາກນັ້ນແລ້ວ, 9 ປະເທດອື່ນ, ໃນນັ້ນ ມີ ເອທີໂອປີ, ຊູດັງ ແລະ ສ. ກົງໂກ, ຈະສືບຕໍ່ໄດ້ຮັບການຊ່ວຍເຫຼືອຕາມກົນໄກທີ່ຫາກໍ່ໄດ້ສ້າງຂຶ້ນຄືນໃໝ່ກັບ ສປຊ.
TAG
VOV/VOVworld/ອາ​ຟະ​ລິ​ກາ/ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ