ADBອຸປະຖຳ330ລ້ານUSDໃຫ້ລາວພັດທະນາການທ່ອງທ່ຽວ
28/10/2014 09:58
ທະນາຄານພັດທະນາອາຊີ (ADB) ຫາກໍ່ລົງນາມໃນຂໍ້ຕົກລົງອຸປະຖຳ 330 ລ້ານ USD ໃຫ້ລາວເພື່ອພັດທະນາການທ່ອງທ່ຽວ
ພາບປະກອບ (vovworld) - ທະນາຄານພັດທະນາອາຊີ (ADB) ຫາກໍ່ລົງນາມໃນຂໍ້ຕົກລົງອຸປະຖຳ 330 ລ້ານ USD ໃຫ້ລາວເພື່ອພັດທະນາການທ່ອງທ່ຽວ. ຕາມທ່ານນາງລັດຖະມົນຕີຊ່ວຍວ່າການກະຊວງການເງິນລາວ ທິບພາກອນ ຈັນທະວົງສາ ແລ້ວ, ແຫຼ່ງອຸປະຖຳດັ່ງກ່າວຈະສະຫງວນໃຫ້ໂຄງການອະນຸພາກພື້ນແມ່ນ້ຳຂອງ ເປີດກ້ວາງ ໂດຍກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວຜັນຂະຫຍາຍ. ໃນນັ້ນ, ສຸມໃສ່ເຂົ້າການກໍ່ສ້າງເສັ້ນທາງຄົມມະນາຄົມຊົນນະບົດຢູ່ບັນດາແຂວງ: ຈຳປາສັກ, ຄຳມ່ວນ, ຫຼວງພະບາງ ແລະ ອຸດົມໄຊ, ເພື່ອແນໃສ່ຂຸດຄົ້ນບັນດາເຂດທ່ອງທ່ຽວໃໝ່, ປັບປຸງສຳພັດກັບຕະຫຼາດ ແລະ ບັນດາບໍລິການສັງຄົມ; ປັບປຸງສະພາບແວດລ້ອມຢູ່ບັນດາເຂດທ່ອງທ່ຽວສຳຄັນ ແລະ ໜູນຊ່ວຍເປີດກ້ວາງບັນດາວິສາຫະກິດທ່ອງທ່ຽວຂະໜາດກາງ ແລະ ນ້ອຍ.
TAG
vovworld/vov/ຈຳປາສັກ/ຄຳມ່ວນ/ຫຼວງພະບາງ
Related






