ໄອເຊີແລນ ນຳໜ້າໃນກຸ່ມປະເທດທີ່ມີຄວາມສະຫງົບສຸກທີ່ສຸດໃນໂລກ. 3 ທີ່ຕັ້ງສຸດທ້າຍໃນບັນຊີລາຍຊື່ແມ່ນ ຊູດັງໃຕ້ (161), ຊີຣີ (162) ແລະ ອາບການິດສະຖານ (163).

“ດັດຊະນີສັນຕິພາບທົ່ວໂລກ” (GPI) 2019 ຈັດອັນດັບ 163 ປະເທດ ແລະ ເຂດແຄ້ວນ ດ້ວຍຄະແນນແຕ່ 1 – 5 ຕາມລະດັບສັນຕິພາບຫລຸດລົງ, ນຳໃຊ້ 23 ຕົວເລກດັດຊະນີທີ່ກຳນົດລັກສະນະ ແລະ ກຳນົດປະລິມານຈາກແຫຼ່ງຂ່າວທີ່ມີຄວາມໄວ້ເນື້ອເຊື່ອໃຈສູງຄື: ບັນດາບົດລາຍງານ, ການຕີລາຄາຂອງສະຫະປະຊາຊາດ ແລະ ອົງການສາກົນອື່ນໆ.