ໃນ​ແຜນ​ການ​ພັດ​ທະ​ນາ​ໄລ​ຍະ 2026 – 2030, ຫວຽດ​ນາມ ໄດ້​ສຸມ​ໃສ່​ແຫຼ່ງ​ກຳ​ລັງ​ເພື່ອ​ບຸກ​ທະ​ລຸ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ລາຍ​ຮັບ​ປານ​ກາງ​ສູງ. ເປົ້າ​ໝາຍ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ​ສະ​ເລ່ຍກວ່າ 6,5% ຕໍ່​ປີນັ້ນ ຮຽກ​ຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຂ້ຽວ​ຂາດ​ນັບ​ແຕ່​ຈິນ​ຕະ​ນາ​ການ​ ຕະຫຼອດ​ຮອດ​ການ​ກະ​ທຳ​ຂອງ​ແຮງ​ງານ​ແຕ່​ລະ​ຄົນ. ດັ່ງ​ນັ້ນ, ເດືອນ​ກຳ​ມະ​ກອນ​ປີ 2026 ໄດ້​ກາຍ​ເປັນ​ຈຸດ​ເນັ້ນ​ໜັກ​ຢັ້ງ​ຢືນ​ບົດ​ບາດ​ແກ່ນ​ສານ​ຂອງ​ຊົນ​ຊັ້ນ​ກໍ​າ​ມະ​ກອນ​ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ໃໝ່.

ນະ​ວັດ​ຕະ​ກຳ: ກຳ​ລັງ​ໜູນ​ໃຫ້​ແກ່​ການ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ

ການ​ຜະ​ລິດ​ຕົວ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ສະ​ມັດ​ຕະ​ພາບ​ແຮງ​ງານ​ບໍ່​ຈຳ​ເປັນ​ຕ້ອງ​ເລີ່ມ​ຈາກ​ບັນ​ດາ​ລະ​ບົບ​ເຄື່ອງ​ຈັກ​ນັບ​ລ້ານ​ໂດ​ລາ​ສະ​ຫະ​ລັດ, ແຕ່ມັນ​ອາດ​ຈະ​ມາ​ຈາກ​ບັນ​ດາ​ການດັດປັບ​ອັນ​ເລັກ​ນ້ອຍ​ໃນ​ຂະ​ບວນ​ວິ​ວັດ​ການ​ເຄື່ອນ​ໄຫວ. ໃນ​ໄລ​ຍະ​ພັດ​ທະ​ນາ​ປັດ​ຈຸ​ບັນ, ເມື່ອ​ທ່າ​ໄດ້​ປຽບ​ຄ່າ​ແຮງ​ງານ​ຕ່ຳ​ບໍ່​ເໝາະ​ສົມ​ແລ້ວ, ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ແຮງ​ງານ​ຢັ້ງ​ຢືນ​ຄ​ນຸ​ຄ່າ​ດ້ວຍ​ລະດັບ​ສີ​ມື​ແຮງ​ງານ ແລະ ຄວາມ​ສາ​ມາດ​ເປັນ​ເຈົ້າ​ຂ​ອງ​ເຕ​ັກ​ໂນ​ໂລ​ຢີ.

ສິ່ງພິສູດ​ອັນ​ຈະ​ແຈ້ງ​ຂອງ​ທ່າ​ອ່ຽງ​ນີ້​ແມ່ນ​ນັບ​ມື້​ນັບ​ມີຫຼາຍ “​ຜູ້ລິ​ເລີ່ມ” ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ. ຕ​ົວ​ຢ່າງ​ຄື​ກຸ່ມ​ບໍ​ລິ​ສັດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ເລກ 10, ແທນ​ທີ່​ຂຶ້ນ​ກັບ​ທັກ​ສະ​ຫັດ​ຖະ​ກຳ​ຢູ່​ບັນ​ດາ​ຂັ້ນ​ຕອນ​ຍາກ, ຖັນ​ແຖວ​ນັກ​ເຕັກ​ນິກ​ໄດ້​ເປັນ​ເຈົ້າ​ການ​ຫັນ​ເຄື່ອງ​ອຸ​ປະ​ກອນເປັນ​ອັດ​ຕະ​ໂນ​ມັດ​ເພື່ອ​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ສູງ​ສຸດ​ໃນ​ຂັ້ນ​ຕອນ​ການ​ຜ​ະ​ລິດ. ເມື່ອ​ແບ່ງ​ປັນ​ກ່ຽວ​ກັບ​ມາດ​ຕະ​ການ​ນີ້, ອ້າຍ ຟ້າມ​ວັນ​ທ່ວນ, ພະ​ແນກ​ກົນ​ຈັກໄຟ​ຟ້າ​, ບໍ​ລິ​ສັດ​ໃຫຍ່​ຕ່ຳ​ແຜ່ນ​ຕັດ​ຫຍິບ​ເລກ 10, ໃຫ້​ຮູ້​ວ່າ:

“ດ້ວຍ​ເຄື່ອງ​ອຸ​ປະ​ກອນ​ນີ້, ພວກ​ຂ້າ​ພະ​ເຈົ້າ​ສາ​ມາດ​ສ້າງ​ເປັນ​ລະ​ບົບ​ອັດ​ຕະ​ໂນ​ມັດ, ພ້ອມ​ທັງ​ເລືອກໄດ້​​ຂໍ້​ມູນ​ຕົວ​ເລກທັງ​ໝົດ​ແບບ​ອັດ​ຕະ​ໂນ​ມັດ ແລະ ມີ​ພຽງ​ແຕ່​ກົດ​ປຸ່ມ​ເທື່ອ​ດຽວ ກໍ​ສາ​ມາດ​ເຄື່ອນ​ໄຫວ​ແບບ​ອັດ​ຕະ​ໂນ​ມັດ​ຕາມ​ລາ​ຍ​ການ​ທີ່​ໄດ້​ຕິດ​ຕັ້ງ​ໄວ້​ກ່ອນ​ແລ້ວ”.

ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ການດັດປັບຢ່າງ​ລະ​ອຽດ​ຄື​ຢູ່​ບໍ​ລິ​ສັດ​ໃຫຍ່ຕໍ່​າ​ແຜ່ນ​ຕັດ​ຫຍິບ​ເລກ 10 ໄດ້​ຊີ້​ໃຫ້​ເຫັນ​ວ່າ ເມື່ອ​ນາຍ​ຊ່າງ​ເປັນ​ເຈົ້າ​ການ​ໃນ​ການເປັນ​ເຈົ້າ​ຂອງ​ເຕັກ​ໂນ​ໂລ​ຢີ, ສະ​ມັດ​ຕະ​ພາບ​ແຮງ​ງາ​ນ​ຈະ​ສ້າງ​ບັນ​ດາ​ບາ​ດ​ກ້າວ​ກະ​ໂດດ​ຂັ້ນ. ນີ້​ບໍ່​​ແມ່ນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແບບ​ກະ​ແຈກ​ກະ​ຈາຍ​ອີກແລ້ວ ຫາກ​ຍັງ​ໄດ້​ກາຍ​ເປັນ​ເຂັມ​ຊີ້​ທິດ​ໃຫ​້​ແກ່​ຂະ​ບວນ​ການ​ແຂ​່ງ​ຂັນ​ຂອງ​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ, ພິ​ເສດ​ແມ່ນ​ຢູ່​​ເສດ​ຖະ​ກິດ​ນຳ​ໜ້​າ​ຄື​ນະ​ຄອນຫຼວງ ຮ່າ​ໂນ້ຍ. ທ່ານ ເລ​ດິ່ງ​ຮຸ່ງ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ ຮ່າ​ໂນ້ຍ, ຖື​ວ່າ:

“ຂະ​ບ​ວ​ນ​ການ​ລິ​ເລີ່ມ, ປະ​ດິດ​ຄິດ​ສ້າງ​ໃນ​ກຳ​ມະ​ກອນ, ລັດ​ຖະ​ກອນ​ຢູ່​ນະ​ຄອນຫຼວງ ໄດ້ຮັບ​ການ​ຮັກ​ສາມາ​ເປັນ​ເວ​ລາຫຼາຍ​ປີ​ຢູ່​ໃນ​ທຸກ​ຂົງ​ເຂດ, ​ນັບທັງ​ກຸ່ມ​ກ້ອນ​ລັດ​ຖະ​ກອນ, ພາ​ລະ​ກອນ ແລະ ກຸ່ມກ​້ອນ​ກຳ​ມະ​ກອນ, ໃນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ເຖິງ​ກຸ່ມ​ກ້ອນ​ກຳ​ມະ​ກອນ​ຜະ​ລິດ​ຢູ່​ບັນ​ດາ​ວິ​ສາ​ຫະ​ກິດ. ຂະ​ບວນ​ການ​ດັ່ງ​ກ່າວ​​ກໍ່ໄດ້​ປະ​ກອບ​ສ່ວນ​ສົ່ງ​ເສີມ​ຜູ້​ອອກ​ແຮງ​ງານ​ໃຫ້ເ​ຂົ້າ​ຮ່ວມ​ໄດ້​ເປັນ​ຢ່າງ​ດີກວ່າ, ມີ​ຄວາມ​ຮັບ​ຜິດ​ຊອບກວ່າ ຕໍ່​ກັບວຽກ​ງານ​ຂອງ​ຕົນ ແລະ ພິ​ເສດ​​ແມ່ນສຳ​ລັບ​ກົມ​ກອງ​ຂອງ​ຕົນ​ເພື່ອ​ເພີ່ມ​ສະ​ມັດ​ຕະ​ພາບ​ແຮງ​ງານ​ໄດ້​ເປັນ​ຢ່າງ​ດີກວ່າ”.

ສ້າງ​ຖັນ​ແຖວ “ກຳ​ມະ​ກອນ​ພູມ​ປັນ​ຍາ” ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່

ເມື່ອ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ບຸກ​ບືນ, ຫວຽດ​ນາມ ບໍ່​ພຽງ​ແຕ່​ຊອກ​ຫາ​ການ​ເຕີບ​ໂຕໂດຍ​ອີງ​ໃສ່​ຄ່າ​ແຮງ​ງານ​ຕ່ຳ​ອີກ​ແລ້ວ, ຫາກ​ຍັງ​ມີ​ການ​ຫັນ​ປ່ຽນ​ໄປ​ສູ່​ຮູບ​ແບບ​ເສດ​ຖະ​ກິດ​ພູມ​ປັນ​ຍາ​ຢ່າງ​ແຮງ. ຕາມ​ບົດ​ລາຍ​ງານ​ດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ (Global Innovation Index - GII) ປີ 2025 ຂອງ​ອົງ​ການ​ຊັບ​ສິນ​ພູມ​ປັນ​ຍາ​ໂລກ (WIPO), ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ມີ​ລະ​ດັບ​ການ​ເຕີບ​ໂຕ​ສະ​ມັດ​ຕະ​ພາບ​ແຮງ​ງານ​ໄວ​ທີ່​ສຸດ​ໃນ​ທົ່ວ​ໂລກ​ໃນ​ທົດ​ສະ​ວັດ​ທີ່ຜ່ານ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ຫັນ​ເປົ້າ​ໝາຍໃຫ້ໄດ້ຈັດເຂົ້າ​ກຸ່ມ 3 ປະ​ເທດ​ນຳ​ໜ້າ ອາ​ຊຽນ ກ່ຽວ​ກັບ​ສະ​ມັດ​ຕະ​ພາບ​ໃນ​ປີ 2030 ໃຫ້​ປະ​ກົດ​ຜົນ​ເປັນ​ຈ​ິງ, ຜູ້​ອອກ​ແຮງ​ງານຕ້ອງ​ປະ​ເຊີນ​ໜ້າ​ກັບຄວາມ​ຮຽກ​ຮ້ອງ​ບຳ​ລຸງທັກ​ສະ​ຄືນ​ໃໝ່ (reskilling) ແລະ ຍົກ​ລະ​ດັບ​ທັກ​ສະ​ດີ​ຈີ​ຕອນ​ເພື່ອ​ປັບ​ຕົວໃຫ້​ເຂົ້າ​ກັບ​ບັນ​ດາ “ໂຮງ​ງານ​ອັດ​ສະ​ລິ​ຍະ”. ທ່ານ ເທີນ​ດຶກ​ຫວຽດ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ໃຫຍ່​ຕ​່ຳ​ແຜ່ນ​ຕັດ​ຫຍິບ​ເລກ 10 ໃຫ້​ຮູ້​ວ່າ:

“ກ່ຽວ​ກັບ​ສະ​ມັດ​ຕະ​ພາບ​ແຮງ​ງານ, ພວກ​ຂ້າ​ພະ​ເຈົ້າໄດ້​ລົງ​ທຶນເຂົ້າ​ການ​ບຳ​ລຸງ​ສ້າງ, ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນ​ຸດ​ໃຫ້​ຖັນ​ແຖວ​ຜູ້​ອອກ​ແຮງ​ງານ ຢ່າງຫຼວງຫຼາຍ​ທີ່​ສຸດ, ລວມ​ມີບັນ​ດາ​ພາກ​ສ່ວນ​ທາງອ​້ອມ, ຄ​ື: ເຕັກ​ນິກ, ເຕັກ​ໂນ​ໂລ​ຢີ ແລະ ຜູ້ອອ​ກ​ແຮງ​ງານທຳ​ການ​ຜະ​ລິດ​ໂດຍ​ກົງ; ​ລົງ​ທຶນ​ເຂົ້າ​ໃນການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຕະຫຼອດ​ຊຸມ​ປີ​ຜ່ານ​ມາ”.

ສະ​ມັດ​ຕະ​ພາບ​ແຮງ​ງານ​ເຕີບ​ໂຕ ຈະ​ຊ່ວຍ​ໃຫ້​ລາຍ​ຮັບ​ຕົວ​ຈິງ​ໄດ້​ຮັບ​ການ​ປົວ​ແປງ. ນະ​ວັດ​ຕະ​ກຳ​ໃນ​ຈຸດ​ເວ​ລາ​ນີ້ ບໍ່​ພຽງ​ແຕ່​ແມ່ນ​ເພື່ອ​ເພີ່ມ​ສະ​ມັດ​ຕະ​ພາບ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເພື່ອ​ປົກ​ປ້ອງ “ທີ່​ຕັ້ງ” ຂອງ​ຜູ້​ອອກ​ແຮງ​ງານ​ເອງ​ໃນ​ຕະຫຼາດ​ທີ່​ນັບ​ມື້​ນັບ​ເຄັ່ງ​ຄັດຂຶ້ນ. ທ່ານ ເງາະ​ຢຸຍ​ຫຽວ, ຮອງ​ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ:

“ກຳ​ມະ​ກອນ​ສືບ​ຕໍ່​ແມ່ນ​ໃຈ​ກາງ​ຂອງ​ຄວາມ​ສາ​ມັກ​ຄີ​ມະ​ຫາ​ຊົນ​ແຮງ​ງານ, ເພື່ອ​ຮັບ​ປະ​ກັນ​ການ​ນຳ​ພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ. ກຳ​ມະ​ກອນ, ໂດຍ​ສະ​ເພາະ​ແມ່ນ​ກຳ​ມະ​ກອນ​ພູມ​ປັນ​ຍາ, ຈະ​ແມ່ນ​ກຳ​ລັງ​ທີ່ມີຫຼາຍ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ເພື່ອ​ໃຫ້​ພວກ​ເຮົາປະຕິບັດການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແລະ ນະ​ວັດ​ຕະ​ກຳ​”.

ສະ​ມັດ​ຕະ​ພາບ​ແຮງ​ງານ​ແມ່ນ​ເສັ້ນ​ທາງ​ສັ້ນ​ທີ່​ສຸດ​ເພື່ອ​ໃຫ້ ຫວຽດ​ນາມ ຫຼຸດ​ພົ້ນ​ອອກ​ຈາກແຮ້ວ​ລາຍ​ຮັບ​ປານ​ກາງ. ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ເຂົາເຈົ້າ​ໃນ​ວັນ​ນີ້ ກໍແມ່ນ​ບັນ​ດາ​ກ້ອນ​ດິນ​ຈີ່​ທີ່​ໝັ້ນ​ແກ່ນ​ທີ່​ສຸດ​ເພື່ອ​ບູລະນະສ້າງສາ​ປະ​ເທດ ຫວຽດ​ນາມ ໃຫ້ວັດ​ທະ​ນາ​ຖາ​ວອນ, ສີ​ວິ​ໄລ. ຍ້ອນແນວນັ້ນ, ເດືອນ​ກຳ​ມະ​ກອນ​ປີ 2026 ໄດ້ຖື​ພາລະ​ກຳ​ຈຸດປະ​ກາຍ​ທວນ​ໄຟແຫ່ງຄວາມ​ປະ​ດິດ​ຄິດ​ສ້າງ​ໃນ​ຜູ້​ອອກ​ແຮງ​ງານ​ແຕ່​ລະ​ຄົນ./.