ໃນ​ສຽງ​ບົດ​ເພງ​ທີ່​ມີ​ຊື່​ສຽງ “Hello Viet Nam” ແລະ “ຈຳ​ປາເມືອງ​ລາ​ວ”, ບັນ​ດາ​ນັກ​ສິ​ລະ​ປິນ​ໂຮງ​ລະ​ຄອນຟ້ອນ​ຕຸກ​ກະ​ຕາ​ນ້ຳ ຫວຽດ​ນາມ ໄດ້​ບັນ​ຊາ​ບັນ​ດາ​ຕົວ​ຕຸກ​ກະ​ຕາ​ນ້ຳ​ຢ່າງ​ຄ່ອງ​ແຄ້ວ ແລະ ມີ​ຊີ​ວິດ​ຊີ​ວາ​ຕາມ​​ບັນ​ດາ​ວາດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ, ອັນ​ໄດ້​ສ້າງ​ຄວາມ​ຮູ້​ສຶກ​ທີ່​ຫຼາກຫຼາຍ​ໃນ​ໃຈ​ຜູ້​ຊົມ.

ເອື້ອຍ ສົມ​ໄພ​ວອນ ລິ​ໄລ​ພອນ - ນະ​ຄອນຫຼວງ ວຽງ​ຈັນ, ລາວ ​ໄດ້ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ລາຍ​ການ​ສະ​ແດງ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ ກໍ​ຄື​ບັນ​ດາ​ລາຍ​ການ​ສະ​ແດງ​ດົນ​ຕີ​ພື້ນ​ເມືອງ​ຂອງ ຫວຽດ​ນາມ. ຜ່ານ​ນັ້ນ ​ກໍ່ຄຳ​ນຶງ​ໄດ້​ເຖິງ​ຈຸດ​ຄວາມ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ, ພາບ​ພົດປະ​ເທດ​ຊາດ ແລະ ຊາວ ຫວຽດ​ນາມ ທີ່​ເປັນ​ມິດ​ສະ​ໜິດ​ສະ​ໜົມ, ຂະ​ຫຍັນ​ຂັນ​ເຄື່ອນ, ເຕັມ​ໄປ​ດ້ວຍ​ຄວາມ​ຄາດ​ຫວັງ​ພັດ​ທະ​ນາ. ເອື້ອຍ​ແບ່ງ​ປັນ​ວ່າ:

“ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້​າ​ພະ​ເຈົ້າ​ເບິ່ງ​ຕຸກ​ກະ​ຕາ​ນ້ຳ, ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈຫຼາຍ. ມ​ັນ​ບໍ່​ພຽງ​ແຕ່​ເປັນ​ການ​ສະ​ແດງ​ເທົ່າ​ນັ້ນ, ຫາກ​ຍັງ​ໝາຍ​ເຖິງວິ​ຖີ​ຊີ​ວິດ​ຂອງ​ຊາວ ຫວຽດ​ນາມ. ການ​ສະ​ແດງ​ທີ່​ປະ​ທັບ​ໃຈ​ທີ່​ສຸດ ແມ່ນ​ການ​ສະ​ແດງ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ ລາວ - ຫວຽດ​ນາມ, ເຊິ່ງ​ໄດ້​ເອົາ​ທັງ​ເພງ​ລາວ ແລະ ເພງ ຫວຽດ​ນາມ ມາ​ສະ​ແດງ​ສະຫຼັບ​ຄູ່​ກັນ, ປະ​ທັບ​ໃຈຫຼາຍ.”

ດ້ວຍ​ຫົວ​ຂໍ້ “ສີ​ສັນ ຫວຽດ​ນາມ”, ບັນ​ດາ​ລາຍ​ການ​ຟ້ອນ​ຕຸກ​ກະ​ຕາ ແລະ ຟ້ອນ​ຕຸກ​ກະ​ຕາ​ນ້ຳ ທີ່​ເປັນ​ເອ​ກະ​ລັກ ໂດຍ​ບັນ​ດາ​ນັກ​ສິ​ລະ​ປິນ ໂຮງ​ລະ​ຄອນ​ຟ້ອນ​ຕຸກ​ກະ​ຕາ ຫວຽດ​ນາມ ສະ​ແດງ​ນັ້ນ ໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ຊາວ​ລາວ ແລະ ເພື່ອນ​ມິດ​ສາ​ກົນ ມີ​ຄວາມ​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ ທີ່​ໄດ້ຫຼໍ່ຫຼອມ​ກັນ​ມາ​ຜ່ານ​ປະ​ຫວັ​ດ​ສາດຫຼາຍ​ພັນ​ປີ.

ທ່າ​ນ ບົວ​ເງິນ ​ຊາ​ພູ​ວົງ - ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ການທ່ອງ​ທ່ຽວ ລາວ (ກະ​ຊວງວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ​ລາວ ປັດ​ຈຸ​ບັນ) ໃຫ້​ຮູ້​ວ່າ:

“​ຜ່ານ​ການ​ຕິດ​ຕາມ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ​ລາຍ​ການ​ສະ​ແດງ​ໂດດ​ເດັ່ນຫຼາຍ, ພິ​ເສດ​ແມ່ນ​ການ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈຫຼາຍ​ຢ່າງ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ກໍ​ຄື​ຜູ້​ຊົມ​ລາວ”.

ສັບ​ປະ​ດາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢູ່ ລາວ ປີ 2026 ສືບ​ຕໍ່​ໄດ້​ດຳ​ເນີນ​ຮອດ​ວັນ​ທີ 16 ພຶດ​ສະ​ພາ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ແລະ ແຂວງ ສະ​ຫວັນ​ນະ​ເຂດ, ໃນ​ນັ້ນ ມີ​ລາຍ​ການ​ໜຶ່ງ​ທີ່​ໄດ້​ຈັດ​ໃຫ້​ສະ​ເພາະ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ນະ​ຄອນຫຼວງ ວຽງ​ຈັນ. ບັນ​ດາ​ກິດ​ຈະ​ກຳ​ໃນ​ຂອບ​ເຂດ​ຂອງ​ລາຍ​ການ​ໄດ້​ຮັບ​ຄວາມ​ຫວັງ​ວ່າ ຈະ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ; ພ້ອມ​ທັງ​ປະ​ກອບ​ສ່ວນ​ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ ເລິກ​ເຊິ່ງ​ຂຶ້ນ​ຕື່ມ./.