ໃນຈຳນວນດັ່ງກ່າວ, ມີ 9 ກໍລະນີໄດ້ຮັບການຢັ້ງຢືນວ່າຕິດເຊື້ອໄວຣັດ Hanta ສາຍພັນ Andes ທີ່ຫາຍາກ ແລະ ມີຄວາມສາມາດຕິດແປດລະຫວ່າງຄົນກັບຄົນໃນບາງກໍລະນີ.
ວັນທີ 12 ພຶດສະພາ, ກະຊວງສາທາລະນະສຸກ ແອັດສະປາຍ ຢັ້ງຢືນວ່າ ມີຜູ້ໂດຍສານຊາວ ແອັດສະປາຍ ຕື່ມອີກໜຶ່ງຄົນ ທີ່ອອກຈາກກ່ຳປັ່ນມີຜົນບວກກັບໄວຣັດດັ່ງກ່າວ.
ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າ ຈຳນວນກໍລະນີຕິດເຊື້ອເພີ່ມຂຶ້ນບໍ່ແຮງໃນອາທິດຜ່ານມາ ຍ້ອນຄວາມມານະພະຍາຍາມສົມທົບຂອງຫຼາຍປະເທດ ແລະ ຄູ່ຮ່ວມມືສາກົນ. ທ່ານ ເນັ້ນໜັກວ່າ ປັດຈຸບັນ ຍັງບໍ່ທັນມີສັນຍາຊີ້ໃຫ້ເຫັນໂລກລະບາດດັ່ງກ່າວພວມແຜ່ລະບາດໃນວົງກວ້າງ, ແຕ່ກ່າວເຕືອນວ່າ ສະພາບການອາດຈະປ່ຽນແປງ ຍ້ອນເວລາບົ່ມພະຍາດຂອງໄວຣັດ Hanta ແມ່ນຍາວພໍສົມຄວນ, ແຕ່ 1 ຫາ 8 ອາທິດພາຍຫຼັງສຳຜັດກັບໄວຣັດ.





