ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ​ຢູ່ ມົດ​ສະ​ກູ, ທ່ານ Dmitry Peskov ໃຫ​້​ຮູ້​ວ່າ ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ສ​ອງ​ປະ​ເທດ ​ຖ້າໄດ້​ດຳ​ເນີນ​ຢູ່ນອກ ມົດ​ສະ​ກູ ​ກໍ່ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ການ​ເຮັດ​ສຳ​ເລັດ​ວິ​ວັດ​ທະ​ນາ​ການ​ແກ້​ໄຂ​ການ​ປະ​ທະ​ກັນ, ໃນ​ຂະ​ນະ​ທີ່ “ຍັງ​ຄົງ​ມີຫຼາຍ​ວຽກ​ງານ​ຕ້ອງ​ເຮັດ” ເພື່ອ​ສຳ​ເລັດ​ເປົ້າ​ໝາຍ​ດັ່ງ​ກ່າວ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ໂຄ​ສົກ​ວັງ Kremlin ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຢັ້ງ​ຢືນ​​ວ່າ ມົດ​ສະ​ກູ ຍັງ​ຄົງ​ຊັ່ງ​ຊາ​ບັນ​ດາ​ຊ່ອງ​ທາງ​ຕິດ​ຕໍ່​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ແລະ ຊົມ​ເຊີຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເປັນ​ກາງ​ໄກ່​ເກ່ຍ​ຂອງ ອາ​ເມ​ລິ​ກາ.

ນອກ​ຈາກ​ນັ້ນ, ທ່ານ Dmitry Peskov ໃຫ້​ຮູ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ໄດ້​ເຕື້ອງ​ເຖິງ​ບາງວຽກ​ງານ​ທີ່ປະ​ຕິ​ບັດ​ຕາມ​ຂອບ​ເຂດສາມ​ຝ່າຍ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ສວມ​ບົດ​ບາດ​ເປັນ​ກາງ​ໄກ່​ເກ່ຍ​ໃນ​ວິ​ວັດ​ທະ​ນາ​ການ​ນີ​້.