ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ເຮັດ​ວຽກ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຊີ້​ແຈ້ງວ່າ: ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ແມ່ນ​ການ​ລົງ​ທຶນ​ດ້ານ​ຊ​ອ​ັບ​ແວ​, ລະ​ບົບ ຫຼື ພື້ນ​ຖານ​ເຕັກ​ໂນ​ໂລ​ຢີ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ​ໃນ​ແບບ​ວິ​ທີ​ເຮັດ​ວຽກ, ຄຸນ​ນະ​ພາບ​ການ​ເປັນ​ເສ​ນາ​ທິ​ການ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ. ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ແມ່ນ​ຄຳ​ຂວັນ​ເທົ່າ​ນັ້ນ ຫາກ​ຕ້ອງ​ເຮັດ​ຢ່າງ​ແທ້​ຈ​ິງ, ນຳ​ເຂົ້າ​ໃຊ້​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກ່ຽວ​ກັບ​ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI) ໃນ​ໄລ​ຍະ 2026 – 2027, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກໍ​ຮຽກ​ຮ້ອງ​ໃຫ້​ສ້າງ​ລະ​ບົບ​ນິ​ເວດ​ການ​ຮ່ວມ​ມື​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ເຊື່ອມ​ຕໍ່​ສະ​ພາ​ແຫ່ງ​ຊາດ ກັບ​ບັນ​ດາ​ລັດ​ຖະ​ສະ​ພາໃນ​ໂລກ ແລະ ປະ​ຊາ​ຄົມ AI ຢູ່ ຫວຽດ​ນາມ.

“ຄຳ​ຖາມ​ຕັ້ງ​ມາ​ແມ່ນ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຕ້ອງ​ເຮັດ​ຫຍັງ​ແດ່, ເຮັດ​ຄື​ແນວ​ໃດ ເພື່ອ​ຫັນ​ເປັນ​ດີ​ຈີ​ຕອນ, ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI) ຢ່າງ​ແທ້​ຈິງກວ່າ, ດີກວ່າ​ອີກ. ຖ້າ​ເຮັດ​ສິ່ງ​ດັ່ງ​ກ່າວ​ໄດ້​ເປັນ​ຢ່າງ​ດີ ພວກ​ເຮົາ​ຈຶ່ງ​ຈະແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ​ໄດ້”.