ໄຂເວທີປາໄສສັບປະດາພະລັງງານຄັ້ງທີ 3 ຢູ່ສະຫະພັນ ລັດເຊຍ
03/10/2019 09:20
(VOVWORLD) - ວັນທີ 02 ຕຸລາ, ທີ່ສູນວາງສະແດງ Manege, ນະຄອນຫລວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ໄຂເວທີປາໄສສັບປະດາພະລັງງານຄັ້ງທີ 3 ດ້ວຍຈຳນວນຄົນເຂົ້າຮ່ວມບັນລຸລະດັບສະຖິຕິກ່ວາ 10.000 ຄົນທີ່ມາຈາກ 80 ປະເທດໃນໂລກ.

ເວທີປາໄສສັບປະດາພະລັງງານຄັ້ງທີ 3 ເວທີປາໄສມີການເຂົ້າຮ່ວມຂອງການນຳອຳນາດການປົກຄອງ ແລະ ບັນດາອົງການຈັດຕັ້ງສະຫະພັນ ລັດເຊຍ, ການນຳບັນດາບໍລິສັດພະລັງງານສາກົນ ແລະ ລັດເຊຍ, ບັນດານັກຊ່ຽວຊານ ແລະ ອົງການຈັດຕັ້ງສາກົນ. ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານປະທານາທິບໍດີ ລັດເຊຍ Valdimir Putin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພັດທະນາສະຖຽນລະພາບຂະແໜງພະລັງງານສຳລັບການເຕີບໂຕແບບຍືນຍົງຂອງພື້ນຖານເສດຖະກິດທົ່ວໂລກ, ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງປະຊາຊົນຢູ່ທຸກພາກພື້ນໃນໂລກ.
TAG
VOV/VOVworld/ໄຂເວທີປາໄສ/ສັບປະດາ/ພະລັງງານຄັ້/ລັດເຊຍ
Related





