ໄຂກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດຄັ້ງທີ 26 ຂອງ APEC
07/11/2014 11:20
(vovworld)- ຕອນບ່າຍວັນທີ 7/11, ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດຄັ້ງທີ 26 ຂອງAPEC....

(ພາບປະກອບ) (vovworld)- ຕອນບ່າຍວັນທີ 7/11, ກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດຄັ້ງທີ 26 ຂອງເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຝິກ APEC ໄດ້ຖືກໄຂຂຶ້ນຢ່າງສົມກຽດຢູ່ປັກກິີງປະເທດຈີນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນໄດ້ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມຝ້າມບີງມິນໄດ້ສະເໜີວ່າ ໃນໄລຍະໃໝ່, ການຮ່ວມມື ແລະ ຮ່ວມສຳພັນຂອງ APEC ຄວນຜູກພັນກັນຢ່າງສະໜິດແໜ້ນ ແລະ ມຸ່ງໄປສູ່ຈຸດໝາຍພັດທະນາແບບຍືນຍົງ, ເອົາໃຈໃສ່ຫຼຸດຜ່ອນຄວາມແຕກໂຕນໃນການພັດທະນາ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ແລະ ຮັບມືຶກັບສິ່ງທ້າທາຍທົ່ວໂລກ.
TAG
vov/vovworld/ເວທີປາໄສ
Related
More




