VOV WorldVOV World
ໄຂງານວາງສະແດງ ແລະ ກອງປະຊຸມສຳມະນາ Mining Vietnam 2012
07/03/2012 11:14
ພິທີ​ໄຂ​ງານ​ວາງສະ​ແດງ ​ແລະ ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຊັ້ນ​ນຳ ຫວຽດນາມ ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ຟື້ນ​ຟູ​ຊັບພະຍາກອນ​ທຳ​ມະ​ຊາດ
ງານວາງສະແດງ Mining Vietnam 2012                            ພາບ:baomoi.com (vovworld) - ຕອນ​ເຊົ້າ​ວັນ​ທີ 7/3 ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ໄຂ​ງານ​ວາງສະ​ແດງ ​ແລະ ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ຊັ້ນ​ນຳ ຫວຽດນາມ ກ່ຽວ​ກັບ​ການ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ຟື້ນ​ຟູ​ຊັບພະຍາກອນ​ທຳ​ມະ​ຊາດ ພາຍ​ໃຕ້​ຫົວ​ຂໍ້​ວ່າ: Mining Vietnam 2012. ງານ​ວາງສະ​ແດງ​ໄດ​​້ດຶງ​ດູດ​ກວ່າ 140 ບໍລິສັດ​ທີ່​ມາ​ຈາກ 28 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ໃນ​ນັ້ນ ມີ​ບັນດາ​ຮ້ານ​ວາງສະ​ແດງ​ສາກົນ​ໃຫຍ່​ຂອງ ອົດ​ສະ​ຕາ​ລີ, ​ເຢຍລະ​ມັນ,​ ​ໂປ​ໂລ​ຍ, ອາ​ເມ​ລິ​ກາ ​ແລະ 40 ບໍລິສັດ​ຊັ້ນ​ນຳ​ຂອງ​ຫວຽດນາມ. ຜະລິດ​ຕະພັນ​ທີ່​ນຳ​ມາ​ວາງສະ​ແດງ​ໃນ​ຄັ້ງ​ນີ້​ແມ່ນ: ​ເຄື່ອງ​ອຸປະກອນ​ໄຟຟ້າ, ​ເຄື​ື່ອງອັດຕະ​ໂນ​ມັດ, ກົນ​ຈັກ ​ແລະ ອຸປະກອນ​ຮັບ​ໃຊ້​ສະ​ເພາະ​ໃຫ້​ແກ່​ຂະ​ແຫນງ​ຂຸດ​ຄົ້ນ​ແຮ່​ທາດ. ​ເຫດການ​ດັ່ງກ່າວເພື່ອ​ແນະນຳທິດ​ສຳ​ພັດ​​ໃຫມ່, ບັນດາ​ມາດ​ຕະການ​ທີ່​ກ້າວຫນ້າ​ທີ່​ສຸດ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ ຊຶ່ງ​ຂະ​ແຫນງ​ຂຸດ​ຄົ້ນ​ແຮ່​ທາດ ​ແລະ ຟື້ນ​ຟູ​ຊັບພະຍາກອນ​ທຳ​ມະ​ຊາດ​ຂອງ​ຫວຽດນາມ. ທ່ານ​ ຫງວຽນ​ດັກ​ວີ​ງ ປະທານ​ສະມາຄົມ​ທໍ​ລະນີສາດ​ຫວຽດນາມ ​​ເວົ້າ​ວ່າ:        
TAG
ງານວາງສະແດງ

More