VOV WorldVOV World
ບັນດາກະຊວງ, ຂະແຫນງການສືບຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ
12/03/2013 11:32
ວັນທີ 12/3, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ສືບຕໍ່ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ
ບັນດາກະຊວງ, ຂະແຫນງການສືບຮັບເອົາຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ
(vovworld)-  ວັນທີ 12/3, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ສືບຕໍ່ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ການ​ເຮັດ​ວຽກ​ກັບ​ແຂວງ ດົ່ງ​ນາຍ ​ເພື່ອ​ກວດກາ​ວຽກ​ງານ​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃສ່​ໃຈ​ວ່າ: ​ແຂວງ​ດົ່ງ​ນາຍ ຄວນ​ຍາດ​ແຍ່ງ​ການ​ປະກອບ​ຄຳ​ເຫັນ​ຂອງ​ປັນຍາ​ຊົນ, ນັກວິທະຍາສາດ, ຜູ້​ເຮັດ​ວຽກ​ງານ​ຄຸ້ມ​ຄອງ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຈັດ​ຕັ້ງຂຶ້ນ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຂຶ້ນ​ກັບຂົງ​ເຂດ​ສິ່ງ​ແວດ​ລ້ອມ, ຊັບພະຍາກອນ​ທີ່​ດິນ, ນ້ຳ, ​ໂລຫະ. ກ່ຽວ​ກັບ​ບັນຫາ​ທະ​ເລ, ທ່ານ ຟ້າ​ມງອກ​ເຊີນ, ຮອງ​ຫົວຫນ້າ​ກົມ​ໃຫຍ່​ກົມ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ຍົກ​ຄຳ​ເຫັນ​ວ່າ:        
TAG
ສະບັບ​ປັບປຸງ