ຮັບປະກັນປະຊາທິປະໄຕເມື່ອຮັບເອົາຄຳເຫັນຈາກປະຊາຊົນໃສ່ຮ່າງປັບປຸງລັດຖະທຳມະນູນປີ 1992
03/01/2013 09:25
ວັນທີ 3/1, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍການປະຕິບັດເລ່ືອງຈັດຕັ້ງ, ຮັບເອົາຄຳເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງ ລັດຖະທຳມະນູນປີ 1992

ຈັດຕັ້ງການຮັບເອົາຄຳເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງ ລັດຖະທຳມະນູນປີ 1992 ພາບ:hanoimoi.com.vn (vovworld)- ວັນທີ 3/1, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍການປະຕິບັດເລື່ອງຈັດຕັ້ງ, ຮັບເອົາຄຳເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງ ລັດຖະທຳມະນູນປີ 1992. ບັນດາຜູ້ແທນເຂົ້າຮ່ວມໄດ້ປະກອບຄຳເຫັນຫລາຍຢ່າງເພື່ອເປັນເອກະພາບ ແລະ ເຮັດໃຫ້ແຜນການຈັດຕັ້ງຮັບເອົາຄຳເຫັນຈາກປະຊາຊົນກ່ຽວກັບຮ່າງປັບປຸງລັດຖະທຳມະນູນປີ 1992 ໃຫ້ຈະແຈ້ງ, ລະອຽດກວ່າ ເພື່ອຮັບປະກັນປະສິດທິຜົນ, ແທດຈິງ, ປະຊາທິປະໄຕ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ແລະ ບົດບາດຂອງແນວໂຮມປະເທດຊາດ. ທ່ານ ຮູ່ນດ໋າມ (Huỳnh Đảm) ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນຫນັກເຖິງຄວາມຮັບຜິດຊອບ, ຄວາມຕັດສິນໃຈຂອງແນວໂຮມປະເທດຊາດໃນການປະຕິບັດຫນ້າທີ່ຂົນຂວາຍປະຊາຊົນເຂົ້າຮ່ວມການປະກອບຄຳເຫັນ, ພູມປັນຍາ, ສຸດຈິດສຸດໃຈໃນບັ້ນດຳເນີນຊີວິດການເມືອງອັນເລິກເຊິ່ງ ແລະ ກວ້າງຂວາງນີ້. ຕາມແຜນການ, ໃນເດືອນ 1/2013, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະຈັດຕັ້ງການປະຊຸມ, ການສຳມະນາຫົວເລື່ອງສະເພາະເພື່ອປະກອບຄຳເຫັນໃສ່ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຮ່າງປັບປຸງລັດຖະທຳມະນູນປີ 1992.
TAG
ຄຳເຫັນຈາກປະຊາຊົນ
Related





