ຈັດຕັ້ງເວທີປາໄສ ຫວຽດນາມ ຢູ່ ອາເມລິກາ
06/03/2012 11:28
ເວທີປາໄສຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຈຸດປະສົງເພີ່ມທະວີການແລກປ່ຽນກ່ຽວກັບບັນດາຫົວເລື່ອງທີ່ກ່ຽວຂ້ອງເຖິງຫວຽດນາມ ແລະ ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ

ທ່ານຫງວຽນກວັກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ພາບປະກອບ: baomoi.com (vovworld) - ວັນທີ 5/3, ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ຈັດຕັ້ງເວທີປາໄສຫວຽດນາມຂຶ້ນຢ່າງເປັນທາງການ ແລະ ການພົບປະແລກປ່ຽນໂຕະມົນເປັນຄັ້ງທຳອິດກ່ຽວກັບນະໂຍບາຍການຕ່າງປະເທດ ຫວຽດນາມ ພາຍໃຕ້ເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ. ເວທີປາໄສຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຈຸດປະສົງເພີ່ມທະວີການແລກປ່ຽນກ່ຽວກັບບັນດາຫົວເລື່ອງທີ່ກ່ຽວຂ້ອງເຖິງຫວຽດນາມ ແລະ ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ. ນີ້ກໍແມ່ນຊ່ອງເພື່ອໃຫ້ສະຖານທູດຫວຽດນາມ ເປີດກວ້າງການພົວພັນກັບບັນດານັກຮຽນຮູ້, ນັກວາງແຜນນະໂຍບາຍ ແລະ ຮັບຟັງຄຳເຫັນຂອງເຂົາເຈົ້າກ່ຽວກັບບັນດາບັນຫາທີ່ມີສ່ວນກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງຫວຽດນາມ. ທີ່ການພົບປະສົນທະນາໂຕະມົນນັ້ນ, ທ່ານ ຫງວຽນກວັກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ໄດ້ສະເຫນີບັນດາຈຸດໝາຍການຕ່າງປະເທດຂອງຫວຽດນາມ ຮອດປີ 2020 ແລະ ຊີ້ໃຫ້ເຫັນຈຸດໃຫມ່ໃນແນວທາງ, ນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກກອມມູນິດຫວຽດນາມ, ພິເສດແມ່ນແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ, ຜັນຂະຫຍາຍການພົວພັນຕ່າງປະເທດຢ່າງຄົບຊຸດ ແລະ ຮອບດ້ານ, ຫວຽດນາມ ແມ່ນສະມາຊິກຕັ້ງຫນ້າ ມີຄວາມຮັບຜິດຊອບຂອງປະຊາຄົມໂລກ.
TAG
ເວທີປາໄສຫວຽດນາມ
Related





