ອັດກອງປະຊຸມຄັ້ງປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12
17/03/2013 09:11
ພາຍຫລັງເຮັດວຽກມາເປັນເວລາເກືອບ 2 ອາທິດ, ກອງປະຊຸມຄັ້ງ ປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 ໄດ້ອັດລົງໃນຕອນເຊົ້າວັນທີ 17/3

ອງປະຊຸມຄັ້ງ ປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 ພາບ:TTXVN (vovworld) - ພາຍຫລັງເຮັດວຽກມາເປັນເວລາເກືອບ 2 ອາທິດ, ກອງປະຊຸມຄັ້ງ ປະຖົມມະເລີກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 12 ໄດ້ອັດລົງໃນຕອນເຊົ້າວັນທີ 17/3 ທີ່ຫໍສະພາປະຊາຊົນ ຢູ່ນະຄອນຫລວງ ປັກກີ່ງ. ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສຳຄັນທີ່ຜົນສະທ້ອນເຖິງຊີວິດທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງຈີນ, ໃນນັ້ນເປັນຫນ້າສົນໃຈແມ່ນຮັບຮອງເອົາວິທີການປະຕິຮູບກົງຈັກ ແລະ ຫັນປ່ຽນພາລະຫນ້າທີ່ຂອງລັດຖະບານ, ຕັດສິນ ແລະ ເລືອກຕັ້ງບັນດາຕຳແຫນ່ງການນຳຫລັກແຫລ່ງຂອງສະພາແຫ່ງຊາດ ແລະ ລັດ. ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ເນັ້ນຫນັກວ່າ: ຈີນ ຈະສືບຕໍ່ຊຸກຍູ້ສັນຕິພາບ, ການພັດທະນາ, ການຮ່ວມມື, ຢືດໝັ້ນຕາມເສັ້ນທາງພັດທະນາໂດຍສັນຕິ, ສືບຕໍ່ຍຸດທະສາດເປີດເຜີຍຕ່າງຝ່າຍຕ່າງມີຜົນປະໂຫຍດ, ການພັດທະນາຮ່ວມມືກັບບັນດາປະເທດໃນໂລກ, ປະຕິບັດຫນ້າທີ່ ແລະ ພັນທະສາກົນ, ສືບຕໍ່ພ້ອມກັບປະຊາຊົນປະເທດຕ່າງໆຊຸກຍູ້ພາລະກິດອັນສູງສົ່ງແມ່ນພັດທະນາມະນຸດໂດຍສັນຕິ.
TAG
ສະພາຜູ້ແທນ
Related





