VOV WorldVOV World
ເລີ່ມຕົ້ນການເຄື່ອນໄຫວຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມຄັ້ງທີ VIII
25/09/2014 10:17
(vovworld)- ຕອນ​ເຊົ້າ​ວັນ​ທີ 25/9, ຄະ​ນະ​ຜ​ູ້​ແທນ​ເຂົ້າ​ຮ່​ວມກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ VIII
(vovworld)-  ຕອນ​ເຊົ້າ​ວັນ​ທີ 25/9, ຄະ​ນະ​ຜ​ູ້​ແທນ​ເຂົ້າ​ຮ່​ວມກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ VIII ໄດ​້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ສຸ​ສານ​ປະ​ທານ​ໂຮ່​ຈິ​ມີນ ແລະ ຖະ​ຫວາຍ​ທູບ​ທຽນ​ຢູ່​ອະ​ນຸ​ສາ​ວະ​ລີ​ນັກ​ຮົບ​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ. ຕອນ​ບ່າຍ​ວັນ​ດຽວ​ກັນ, ກອງ​ປະ​ຊຸມ​ໃຫຍ່​ດຳ​ເນີນ​ກອງ​ປະ​ຊຸມ​ຈັດ​ກຽມ, ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ​ສຳ​ຄັນ.         ໃນ​ວັນ​ດຽວ​ກັນ, ງານ​ວາງ​ສະ​ແດງກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄັ້ງ​ທີ VIII ຖືກ​ໄຂ​ຂຶ້ນ ຢູ່ ສູນກອງ​ປະ​ຊຸ​ມ​ແຫ່ງ​ຊາດ. ​ມີ​ຮູບ​ພາບກວ່າ 400 ແຜ່ນ​ໄດ້​ນຳ​ມາ​ວາງ​ສະ​ແດງ ໄດ້​ວາດ​ພາບ​ໂດຍສັງ​ເຂບ​ກ່ຽວ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ບ່ອນ​ເຕົ້າ​ໂຮມ ແລະ ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ກຸ່ມ​ກ້ອນມ​ະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເປັນ​ຂົວ​ຕໍ່ທີ່​ໝັ້ນ​ແກ່ນ​ລະ​ຫວ່າງ​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ​ໃນ​ທຸ​ກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ກອງ​ປະ​ຊຸມ​ໃຫຍ່​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ VIII photo:qdnd.vn         ກອງ​ປະ​ຊຸມ​ໃຫຍ່​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຄັ້ງ​ທີ VIII ຈະ​ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽດໃນ​ຕອນ​ເຊົ້າ​ວັນ​ທີ 26/9 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 1000 ຄົນ. ດ້ວຍ​ຫົວ​ຂໍ້ “ຄວາມ​ສາ​ມັກ​ຄີ, ປະ​ຊາ​ທິ​ປະ​ໄຕ, ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ”, ກອງ​ປະ​ຊ​ຸມ​ໃຫຍ່​ແມ່ນບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ສຳ​ຄັນ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ໃນ​ໄລ​ຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທ່ານ​ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:        
TAG
vovworld/​ ແນວ​ໂຮມ​ປະ​ເທດ​ຊາດ