ເນື້ອໃນການຕອບຄຳຊັກຖາມໄດ້ສະທ້ອນຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ
21/11/2013 11:33
(vovworld) ກ່າວຄຳເຫັນສິ້ນສຸດການຊັກຖາມ ແລະ ຕອບຄຳຊັກຖາມ ເປັນເວລາ 3 ວັນຂອງທ່ານນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ 4 ທ່ານ....

ສະພາແຫ່ຊາດສິ້ນສຸດການຊັກຖາມ ແລະ ຕອບຄຳຊັກຖາມ ເປັນເວລາ 3 ວັນ (vovworld) ກ່າວຄຳເຫັນສິ້ນສຸດການຊັກຖາມ ແລະ ຕອບຄຳຊັກຖາມ ເປັນເວລາ 3 ວັນຂອງທ່ານນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ 4 ທ່ານ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງໄດ້ຢືນຢັນວ່າ ວາລະ ຊັກຖາມໄດ້ບັນລຸບັນດາໝາກຜົນດີ, ເນື້ອໃນການຕອບຄຳຊັກຖາມໄດ້ສະທ້ອນຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ກ່ອນໜ້ານັ້ນ, ການຕອບຄຳຊັກຖາມຂອງ ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ເລັ່ງໃສ່ມາດຕະການຄວບຄຸມເງິນເຟີ້, ຄຸ້ມຄອງເຂື່ອນໄຟຟ້ານ້ຳຕົກ, ວາງແຜນກຳນົດເຂດອຸດສາຫະກຳກັ່ນນ້ຳມັນ, ສະພາບໜີ້ເສຍ..... ຕໍ່ໜ້າຄວາມເປັນຫ່ວງຂອງບັນດາ ສ.ສ.ຊ ກ່ຽວກັບໄພເງິນເຟີ້ກັບຕ່າວຄືນມາເມື່ອລະດັບລາຍຈາຍງົບປະມານເກີນດູນເພີ່ມຂຶ້ນ ແລະ ຈຳໜ່າຍເພີ່ມເຕີມພັນທະບັດລັດຖະບານ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ຢືນຢັນວ່າ : “ ເລື່ອງ ລະດັບລາຍຈາຍງົບປະມານເກີນດູນເພີ່ມຂຶ້ນຈາກ 4,8 ເຖິງ 5,3% ແລະ ຈຳໜ່າຍພັດທະບັດລັດຖະບານລວມມຸນຄ່າ 170 ຕື້ດົງ, ຖ້າຫາກວ່າ ພວກເຮົາປະຕິບັດບັນດາມາດຕະການຢ່າງຄົບຊຸດນັ້ນ, ຈຸດໝາຍການເຕີບໂຕ GDP ປີ 2014 ແລະ 2015 , ການຄວບຄຸມເງິນເຟີ້ປະມານ 7%, ພ້ອມທັງຮັກສາເສດຖະກິດມະຫາພາກເປັນປົກກະຕິ ແມ່ນອາດເປັນໄປໄດ້” ກ່າວຄຳເຫັນສະຫຼຸບວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງໄດ້ຢືນຢັນວ່າ : “ ນີ້ແມ່ນວາລະຊັກຖາມ ທີ່ບັນລຸໝາກຜົນດີ, ບັນຍາກາດກົງໄປກົງມາ ແລະ ມີຈິດໃຈສ້າງສັນ. ພາຍຫຼັງວາລະຊັກຖາມນີ້, ສະເໜີລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ ຈົ່ງສືບຕໍ່ປະຕິບັດບັນດາມະຕິຂອງສະພາແຫ່ງຊາດທີ່ກ່ຽວຂ້ອງກອງປະຊຸມ 3 ສະໄໝກ່ອນນີ້. ພະຍາຍາມເສີມຂະຫຍາຍຈິດໃຈຮັບຟັງຄຳເຫັນປະກອບ, ແກ້ໄຂ ແລະ ກວດກາໝາກຜົນແຫ່ງການປະຕິບັດ. ຂ້າພະເຈົ້າສະເໜີສະພາແຫ່ງຊາດອະນຸຍາດໃຫ້ຄະນະປະຈຳສະພາແຫ່ງຊາດກະກຽມມະຕິ ແລະ ຍືນສະເໜີຕໍ່ສະພາແຫ່ງຊາດປະກາດໃຊ້ມະຕິຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 6 ”
TAG
vov/vovworld/ການຊັກຖາມ ແລະ ຕອບຄຳຊັກຖາມ
Related





