ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມແລະແຟງລັງ
06/05/2013 12:09
ວັນທີ 6/5, ຢູ່ນະຄອນດາຫນັງ ໄດ້ດຳເນີນກອງປະຊຸມສຳມະນາ“ກາລະໂອກາດການລົງທຶນ ແລະ ບັນດາເຄື່ອງມືຫນູນຊ່ວຍການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ແລະ ແຟງລັງ

ນະຄອນ ດາຫນັງ ພາບ:internet (vovworld)- ວັນທີ 6/5, ຢູ່ນະຄອນດາຫນັງ ໄດ້ດຳເນີນກອງປະຊຸມສຳມະນາ“ກາລະໂອກາດການລົງທຶນ ແລະ ບັນດາເຄື່ອງມືຫນູນຊ່ວຍການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ແລະ ແຟງລັງ ໂດຍຄະນະກຳມະການປະຊາຊົນນະຄອນດາຫນັງສົມທົບກັບສະຖານທູດແຟງລັງປະຈຳຫວຽດນາມຈັດຕັ້ງຂຶ້ນ. ທີ່ກອງປະຊຸມສຳມະນາ, ນະຄອນດາຫນັງ ໄດ້ແນະນຳກັບຝ່າຍແຟງລັງກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຢູ່ນະຄອນ, ສະພາບການເສດຖະກິດສັງຄົມ, ຄວາມສາມາດບົ່ມຊ້ອນການພັດທະນາຂອງນະຄອນ, ບັນດານະໂຍບາຍດຶງດູດການລົງທຶນຕ່າງປະເທດ, ຂໍ້ກຳນົດທີ່ກ່ຽວຂ້ອງ, ການຫນູນຊ່ວຍບັນດາຄູ່ຮ່ວມມືແຟງລັງ ແລະ ຫວຽດນາມ ສ້າງການພົວພັນດຳເນີນທຸລະກິດ. ຝ່າຍແຟງລັງ ແນະນຳບັນດາຂໍ້ມູນຂ່າວສານພື້ນຖານກ່ຽວກັບແຟງລັງ ແລະ ບັນດາການຫນູນຊ່ວຍການພົວພັນຄູ່ຮ່ວມມືດຳເນີນທຸລະກິດ.
TAG
ຮ່ວມມື
Related





